ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກຸ່ມ​ປົກ​ປ້ອງ ສິດ​ທິ​ມະ​ນຸດ HRW ຮຽກ​ຮ້ອງ ໃຫ້​ເກົາ​ຫຼີ​ເໜືອ ຍຸ​ຕິ ການ​ລວນ​ລາມ ທາງ​ເພດ ​ໃນ​ທັນ​ທີ


ພວກ​ແມ່​ຄ້າ ໃຫ້​ເງິນ​ສິນ​ບົນ ແກ່​ຜູ້​ຄວບ​ຄຸມ​ຕະ​ຫຼາດ ເພື່ອ​ບໍ່​ໃຫ້ ຖືກ​ລົບ​ກວນ ຈາກ​ເຈົ້າ​ໜ້າ​ທີ່.
ພວກ​ແມ່​ຄ້າ ໃຫ້​ເງິນ​ສິນ​ບົນ ແກ່​ຜູ້​ຄວບ​ຄຸມ​ຕະ​ຫຼາດ ເພື່ອ​ບໍ່​ໃຫ້ ຖືກ​ລົບ​ກວນ ຈາກ​ເຈົ້າ​ໜ້າ​ທີ່.

ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ Human Rights Watch ​ທີ່​ເອີ້ນ​ຫຍໍ້​ວ່າ HRW ຮຽກ​ຮ້ອງ​ໃຫ້​ມີ​ການ​ເອົາ​ມາດ​ຕະ​ການ ​ໃນ​ທັນ​ທີ ເພື່ອ​ຍຸ​ຕິ​ ໃນ​ອັນ​ທີ່​ກຸ່ມ​ດັ່ງ​ກ່າວ ​ເອີ້ນ​ວ່າ ການ​ລວນ​ລາມ ທາງ​ເພ​ດ​ຢ່າງກວ້າງ​ຂວາງ ຢູ່​ໃນ​ເກົາ​ຫຼີ​ເໜືອ.

ໃນ​ລາຍ​ງານ​ ​ຍາວ 86 ໜ້າ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພະ​ຫັດ​ມື້ນີ້ ກຸ່ມ​ປົກ​ປ້ອງສິດ​ທິ​ມະ​ນຸດ Human Rights Watch ກ່າວ​ວ່າ ການ​ສຶກ​ສາ​ກ່ຽວກັບ​ບັນ​ຫາ​ດັ່ງ​ກ່າວ​ເປັນ​ເວ​ລາ 3 ປີ ພົບ​ວ່າ ການ​ລ່ວງ​ລະ​ເມີດ​ຕໍ່​ພວກ​ແມ່​ຍິງ ​ແມ່ນ​ມີຢ່າງ ກວ້າງ​ຂວາງ “ໂດຍ​ທີ່ຕ້ອງຍອມ​ຮັບວ່າເປັນ​ສ່ວນ​ນຶ່ງ​ຂອງ​ການ​ດຳ​ລົງ​ຊີ​ວິດ​ແບບ ທຳ​ມະ​ດາ” ຢູ່​ໃນ​ເກົາ​ຫຼີ​ເໜືອ.

ລາຍ​ງານ​ຂອງກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ມີ​ຂຶ້ນ​ຫຼັງຈາກ​ການ​ອອກ​ສະ​ໝຸດ​ປົກ​ຂາວ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ​ຂອງ​ເກົາ​ຫຼີເໜືອ ເມື່ອ​ເດືອນ​ກໍ​ລະ​ກົດ​ປີ 2018 ໂດຍ​ສ​ະ​ຖາ​ບັນ​ທ້ອນ​ໂຮມ​ຊາດ​ເກົາ​ຫຼີ. ສະໝຸດ​ປົກ​ຂາວ​ດັ່ງ​ກ່າວ​ລາຍ​ງານ​ວ່າ “​ແມ່​ຍິງ​ມັກ​ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ຄວາມ​ຮຸນ​ແຮງໃນ​ຄອບ​ຄົວ ການ​ສວຍ​ໃຊ້​ທາງ​ເພດ ແລະ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ສັງ​ຄົ​ມ ຕະຫຼອດ​ທັງ​ເງື່ອນ​ໄຂ​ຂອງ​ສັງ​ຄົມ ບ່ອນ​ທີ່​ພວກ​ແມ່​ຍິງ​ສາ​ມາດ​ໄດ້​ຮັບ​ການ​ປົກ​ປ້ອງຄຸ້ມ​ຄອງ ​ຈາກ​ຄວາມ​ຮຸນ​ແຮງ ຫຼື​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຊ່ວຍ​ບັນ​ເທົາ ຊຶ່ງ​ພົບ​ວ່າຍັງ​ບໍ່​ມີ​ເທື່ອນັ້ນ.”

ຕຳ​ຫຼວດ ພວມກວດ​ເບິ່ງວ່າ ພໍ່​ຄ້າ ເຊື່ອງ​ເອກ​ກະ​ສານ ຕໍ່​ຕ້ານ​ສັງ​ຄົມ​ນິ​ຍົມ​ ຫລື​ບໍ່
ຕຳ​ຫຼວດ ພວມກວດ​ເບິ່ງວ່າ ພໍ່​ຄ້າ ເຊື່ອງ​ເອກ​ກະ​ສານ ຕໍ່​ຕ້ານ​ສັງ​ຄົມ​ນິ​ຍົມ​ ຫລື​ບໍ່

ຢູ່​ໃນ​ລາຍ​ງານ​ຂອງ​ຕົນ ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ກ່າວວ່າ ລັດ​ຖະ​ບານ​ເກົາ​ຫຼີ​ເໜືອ​ບໍ່​ໄດ້​ທຳ​ການ​ສືບ​ສວນ​ແລະ​ດຳ​ເນີນ​ຄະ​ດີ ໃນການ​ຮ້ອງ​ທຸກ ຫຼື​ໃຫ້​ການ​ຄຸ້ມ​ຄອງ ແລະ​ການ​ບໍ​ລິ​ການ​ຕໍ່​ພວກ​ເຄາະ​ຮ້າຍ​ແຕ່​ປະການ​ໃດ ແລະ​ແມ່ນ​ກະ​ທັງ​ກ່າວ​ຢ້ຳ​ວ່າປະ​ເທດ​ຂອງ​ຕົນ​ບໍ່​ໜ້າ​ຈະ​ມີ​ການ​ຈຳ​ແນກ​ກີດ​ກັນ​ທາງ​ເພດ​ຫຼື​ຄວາມ​ຮຸນ​ແຮງ​ທາງ​ເພດ​ເລີຍ.

ທ່ານເຄັນ​ເນັດ ຣອດ​ທ໌ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ​ຂອງ​ກຸ່ມ​ປົກ​ປ້ອງ​ສິ​ດ​ທິ​ມະ​ນຸດ Human Rights Watch ກ່າວ​ວ່າ “ຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ເກົາ​ຫຼີ​ເໜືອແມ່ນ​ເປັນ​ເລື້ອງ​ທີ່​ເປີດ​ເຜີຍ ບໍ່​ມີ​ການ​ແກ້​ໄຂ ແລະ​ເປັນ​ທີ່ຍອມ​ຮັບ​ກັນ​ຢ່າງກວ້າງຂວາງແບບ​ປິດ​ລັບ.”

ທ່ານ ຣອດ​ທ໌ ກ່າວ​ວ່າ “ແມ່​ຍິງ​ເກົາ​ຫຼີ​ເໜືອ ບາງ​ທີ​ອາດ​ຈະ​ກ່າວ​ວ່າ ຂ້ອຍ​ກໍ​ຄື​ກັນ ຫຼື Me Too ຖ້າ​ພວກ​ເຂົາ​ເຈົ້າ​ຄິດ​ວ່າ ມີ​ຊ່ອງ​ທາງ​ໃດ ທີ່​ສາ​ມາດ​ເຮັດ​ໃຫ້ ພວກ​ເຂົາ​ເຈົ້າໄດ້​ຮັບຄວາມ​ຍຸ​ຕິ​ທຳ ແຕ່​ນ້ຳ​ສຽງ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ປິດ​ງຽບ ໃນ​ລະ​ບອບ​ຜະ​ເດັດ​ການ​ຂອງ​ກິມ ຈົງ ອຶນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG