ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ປົກ​ປ້ອງສິດ​ທິ​ມະ​ນຸດ ຮຽກ​ຮ້ອງ​ສຳ​ລັບ​ການ​ກັບ​ຄືນ​ສູ່​ພາກ​ພື້ນ ນາ​ກໍ​ໂນ-ກາ​ຣາ​ບັກ ຂອງ​ຊາວ ອາ​ເມ​ເນຍ


ຊົນ​ເຜົ່າ​ ອາ​ເມ​ເຮຍ ຈາກ​ພາກ​ພື້ນ ນາ​ກໍ​ໂນ-ກາ​ຣາ​ບັກ ເດີນ​ທາງ​ຮອດ​ເມືອງ ກໍ​ຣິ​ສ ຂອງ ອາ​ເມ​ເນຍ, 25 ກັນ​ຍາ 2023.
ຊົນ​ເຜົ່າ​ ອາ​ເມ​ເຮຍ ຈາກ​ພາກ​ພື້ນ ນາ​ກໍ​ໂນ-ກາ​ຣາ​ບັກ ເດີນ​ທາງ​ຮອດ​ເມືອງ ກໍ​ຣິ​ສ ຂອງ ອາ​ເມ​ເນຍ, 25 ກັນ​ຍາ 2023.

ອົງ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ໄດ້​ຮຽກ​ຮ້ອງ​ລັດ​ຖະ​ບານຕ່າງໆ​ໃຫ້​ເຮັດ​ວຽກ​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ແກ່​ສັນ​ຕິ​ພາບ​ໃນ​ພາກ​ພື້ນ ນາ​ກໍ​ໂນ-ກາ​ຣາ​ບັກ ເພື່ອ​ຮັບ​ປະ​ກັນ​ສິດ​ທິ​ໃນ​ການ​ກັບ​ຄືນ​ໄປ​ພາກ​ພື້ນ​ດັ່ງ​ກ່າວ ຂອງ​ຊົນ​ເຜົ່າ ອາ​ເມ​ເນຍ.

ການ​ໂຈມ​ຕີ​ທາງ​ທະ​ຫານ​ໂດຍ ອາ​ເຊີ​ໄບ​ຈານ ໃນ​ພາກ​ພື້ນ ນາ​ກໍ​ໂນ-ກາ​ຣາ​ບັກ ໄດ້​ເຮັດ​ໃຫ້​ຊາວ ອາ​ເມ​ເນຍ ​ຈຳ​ນວນຫຼາຍ​ໜີ​ອອກ​ໄປ ​ໃນ​ທ້າຍ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ.

ຊົນ​ເຜົ່າ ອາ​ເມ​ເນຍ ເກືອບ 100,000 ຄົນ​ໄດ້ຫຼົບ​ໜີ​ອອກ​ຈາກ​ພາກ​ພື້ນ​ທີ່​ຄັ້ງ​ນຶ່ງ​ເຂົາ​ເຈົ້າ​ໄດ້​ຄວບ​ຄຸມ ​ລຸນຫຼັງເກີດ​ການກະ​ທຳ​ທີ່​ມຸ່ງ​ຮ້າຍ​ໂດຍກອງ​ທັບ ອາ​ເຊີ​ໄບ​ຈານ ແລະ ຢ້ານ​ວ່າ​ການ​ກະ​ທຳ​ທີ່​ດຸ​ຮ້າຍ​ຈາກກອງ​ກຳ​ລັງ ອາ​ເຊີ​ໄບ​ຈານ ນັ້ນ​ອາດ​ດຳ​ເນີນ​ຕໍ່​ໄປ.

ພວກ​ອົບ​ພະ​ຍົບ​ໄດ້​ເຮັດ​ໃຫ້​ພາກ​ພື້ນ​ດັ່ງ​ກ່າວ​ມີ​ຜູ້​ອາ​ໄສ​ຢູ່​ໜ້ອຍ​ລົງ, ດ້ວຍ​ຜູ້​ທີ່​ຍັງ​ເຫຼືອ​ຢູ່​ເປັນຫຼັກ​ແລ້ວ​ ແມ່ນ​ຜູ້​ສູງ​ອາ​ຍຸ ຫຼື ປະ​ຊາ​ຊົນຜູ້​ທີ່​ເຈັບ​ປ່ວຍແຮງ​ໂພດ​ທີ່​ຈະ​ຫຼົບ​ໜີ.

ຫຼາຍ​ຄົນ​ທີ່​ໄດ້ຫຼົບ​ໜີ​ນັ້ນ​ໄດ້​ປະ​ຖິ້ມ​ເຄື່ອງ​ຂອງ​ຂອງ​ເຂົາ​ເຈົ້າ​ໄວ້​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ອັດ​ກັນ​ເຂົ້າ​ໃນ​ລົດ​ເກັງ​ດ້ວຍ​ພື້ນ​ທີ່ໆ​ຈຳ​ກັດ, ອີງ​ຕາມ​ການ​ສຳ​ພາດ​ທີ່​ດຳ​ເນີນ​ໂດຍ​ອົງ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຢູ່​ເຂດ​ຊາຍ​ແດນ ອາ​ເມ​ເນ​ຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG