ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ ກ່າວຫາ ອາເຈີບາຍຈານ ທຳການທໍລະມານ ຊະເລີຍເສິກ ອາເມເນຍ


ລົດຖັງທີ່ຖືກເຜົາໄໝ້ ຈອດຢູ່ໃກ້ກັບເມືອງ ຮາດຣຸດ, ເຊິ່ງຖືກຄວບຄຸມໂດຍ ກອງທະຫານ ອາເຈີບາຍຈານ ລຸນຫຼັງຄວາມຂັດແຍ້ງທາງທະຫານກັບ ກອງກຳລັງຊົນເຜົ່າ ອາເມເນຍ ໃນເຂດ ນາກໍໂນ-ຄາຣາບັກ. 25 ພະຈິກ, 2020.
ລົດຖັງທີ່ຖືກເຜົາໄໝ້ ຈອດຢູ່ໃກ້ກັບເມືອງ ຮາດຣຸດ, ເຊິ່ງຖືກຄວບຄຸມໂດຍ ກອງທະຫານ ອາເຈີບາຍຈານ ລຸນຫຼັງຄວາມຂັດແຍ້ງທາງທະຫານກັບ ກອງກຳລັງຊົນເຜົ່າ ອາເມເນຍ ໃນເຂດ ນາກໍໂນ-ຄາຣາບັກ. 25 ພະຈິກ, 2020.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຫຼື HRW ໄດ້ກ່າວຫາກອງກຳລັງ ອາເຈີບາຍຈານໃນວັນພຸດຜ່ານມານີ້ ກ່ຽວກັບ ການທຳຮ້າຍທາລຸນກອງທະຫານ ອາເມເນຍ ຈຳນວນນຶ່ງທີ່ຖືກຈັບໄດ້ໃນບັນຫາຂັດແຍ້ງຢູ່ເຂດ ນາກໍໂນ-ຄາຣາບັກ.

ການກະທຳໃນທາງທີ່ຜິດຖືກຖ່າຍໄວ້ໃນວິດີໂອ ແລະ ຖືກໝູນວຽນເຜີຍແຜ່ໃນສື່ສັງຄົມໃນສອງເດືອນທີ່ຜ່ານມາ, ອີງຕາມກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ. ອາເຈີບາຍຈານ ເວົ້າວ່າເຂົາເຈົ້າຈະສືບສວນສອບສວນການກ່າວຫານີ້.

ກຸ່ມປົກປ້ອງສິດທິມະນຸດ HRW ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ວິດີໂອຕ່າງໆໄດ້ສະແດງໃຫ້ເຫັນ “ຜູ້ຈັບກຸມທີ່ເປັນຊາວ ອາເຊີໄບຈານ ໄດ້ກະທຳຫຼາຍຢ່າງເຊັ່ນ ຕົບໜ້າ, ເຕະ,
ແລະ ແທງຊະເລີຍເສິກຊາວ ອາເມເນຍ” ແລະ ບັງຄັບໃຫ້ເຂົາເຈົ້າ “ຈູບທຸງຊາດ ອາເຈີບາຍຈານ,” ຍົກຍ້ອງປະທານາທິບໍດີ ອາເຈີບາຍຈານ, ດ່ານາຍົກລັດຖະມົນຕີ ອາເມເນຍ “ແລະ ປະກາດວ່າ ເຂດນາກໍໂນ-ຄາຣາບັກ ເປັນຂອງ ອາເຈີບາຍຈານ.”

ເຈົ້າໜ້າທີ່ກຸ່ມປົກປ້ອງສິດທິມະນຸດ HRW ທ່ານ ຮິວ ວິລລຽມສັນ ໄດ້ກ່າວວ່າກົດໝາຍສິດທິມະນຸດ ຮຽກຮ້ອງໃຫ້ຊະເລີຍເສິກໄດ້ຮັບການປົກປ້ອງ ແລະ ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ ອາເຈີບາຍຈານ ຢຸດການປະຕິບັດທີ່ຜິດມະນຸດສະທຳດັ່ງກ່າວໃນທັນທີ.

ຈຳນວນຊະເລີຍເສິກ ທີ່ຖືກຈັບໄດ້ແມ່ນບໍ່ຮູ້ຈັກ ແຕ່ກຸ່ມປົກປ້ອງສິດທິມະນຸດ HRW ຄາດວ່າຕົວເລກແມ່ນ “ຫຼາຍສິບຄົນ”, ໂດຍອ້າງເຖິງບັນດາເຈົ້າໜ້າທີ່ ອາເມເນຍ.

ທ່ານ ຮິກມັດ ຮາຈິເຢັຟ ທີ່ປຶກສາຂອງປະທານາທິບໍດີ ອາເຈີບາຍຈານ ໄດ້ກ່າວໃນລາຍການ Newshour ຂອງໂທລະພາບ PBS ວ່າອາຊະຍາກຳສົງຄາມທີ່ດຳເນີນໂດຍທະຫານ ອາເຈີບາຍຈານຈະຖືກສືບສວນສອບສວນ. “ພວກເຮົາເສຍໃຈທີ່ເຫດການດັ່ງກ່າວໄດ້ເກີດຂຶ້ນ. ມັນບໍ່ເໝາະ ສົມເລີຍ, ມັນບໍ່ມີທາງທີ່ຈະມີເຫດຜົນອັນສົມຄວນເລີຍ. ວິດີໂອທັງໝົດນີ້ຈະຖືກນຳມາສືບສວນ ສອບສວນ. ແລະ ຜູ້ທີ່ມີຄວາມຜິດ, ແນ່ນອນຈະຖືກນຳມາລົງໂທດ.”

ລາຍງານຂອງກຸ່ມປົກປ້ອງສິດທິມະນຸດ HRW ໄດ້ຍອມຮັບວ່າ ນັກໂທດບາງຄົນທີ່ຢູ່ໃນວິດີໂອດັ່ງກ່າວນັບຕັ້ງແຕ່ນັ້ນມາໄດ້ສື່ສານກັບຄອບຄົວຂອງເຂົາເຈົ້າ ແລະ ໄດ້ກ່າວວ່າເຂົາເຈົ້າຖືກປະຕິບັດນຳດີ, ແຕ່ເຂົາເຈົ້າໄດ້ກ່າວວ່າ ມັນຍັງມີຄວາມເປັນຫ່ວງທີ່ສຳຄັນ ກ່ຽວກັບ ຄວາມປອດໄພ ແລະຄວາມເປັນຢູ່ຂອງເຂົາເຈົ້າ.

ກຸ່ມປົກປ້ອງສິດທິມະນຸດ HRW ໄດ້ກ່າວວ່າ ອາເມເນຍ ໄດ້ຈັບທະຫານ ອາເຈີບາຍຈານ ແລະ ວ່າເຂົາເຈົ້າກຳລັງສືບສວນສອບສວນວິດີໂອຕ່າງໆ ໃນສື່ສັງຄົມທີ່ປາກົດວ່າສະແດງໃຫ້ເຫັນຊະເລີຍເສິກ ອາເຈີບາຍຈານ ຖືກທໍລະມານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG