ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ​ວ່າ ການລະ​ເມີດ ສິດທິ​ມະນຸດ ຍັງ​ມີຢູ່ ຕໍ່ມາ ໃນຊີເຣຍ (ສະໄລດ໌/ວີດີໂອ)


ຄົນຢ່າງຜ່ານຕຶກຊາກເພພັງ ທີ່ຝ່າຍຄ້ານກ່າວວ່າ ລັດຖະບານເປັນຜູ້ ທໍາການຖະຫລົ່ມໂຈມຕີ
ຄົນຢ່າງຜ່ານຕຶກຊາກເພພັງ ທີ່ຝ່າຍຄ້ານກ່າວວ່າ ລັດຖະບານເປັນຜູ້ ທໍາການຖະຫລົ່ມໂຈມຕີ
ຄະນະສືບສວນຂອງສະຫະ​ປະຊາ​ຊາດກ່າວ​ວ່າ ການລະ​ເມີດສິດ
ທິ​ມະ ນຸດຍັງ​ດຳ​ເນີນ​ຢູ່​ຕໍ່​ມາໃນຊີເຣຍ ​ດ້ວຍ​ສັງຫານ​ໝູ່​ ໂດຍທະ
ຫານລັດຖະ ບານ ​ແລະ​ບັນດານັກ​ລົບຂອງ​ພວກ​ຕໍ່ຕ້ານ ຜູ້​ທີ່​ບໍ່​ມີ​
ຄວາມ​ຢ້ານ​ກົວ​ ຕໍ່​ການ​ຖືກ​ລົງ​ໂທດ​ໃດໆນັ້ນ.

ລາຍ​ງານໃໝ່ສະບັບ​ນຶ່ງ ທີ່​ນຳ​ອອກເຜີ​ຍແຜ່​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ
ຄະນະ​ກໍາມະການສືບສວນ ​ກ່ຽວ​ກັບ​ເລື່ອງ​ຊີ​ເຣຍຂອງສະຫະ​ປະ
ຊາ​ຊາດ ​ບັນ​ລະ​ຍາຍ​ເຖິງ “ການລະດົມ​ຍິງ​ແບບບໍ່​ຢຸດ​ຢັ້ງ ​ແລະ​
ການເຂົ້າປິດ​ລ້ອມ" ການທໍລະມານ​ຢ່າງ​ແຜ່​ກວ້າງ ການສັງ
ຫານ ​ແລະ​ຂົ່ມຂືນ.



ລາຍ​ງານເວົ້າວ່າ ການ​ຍິງ​ຖະຫຼົ່ມ​ແບບ​ບໍ່ເລືອກ​ໜ້າຫລືບໍ່​ສົມສ່ວນ ​ແມ່ນ ຮັບຜິດຊອບ​ຕໍ່​ການ​ເສຍ​ຊີວິດ​ຂອງ​ພົນລະ​ເຮືອນສ່ວນ​ໃຫຍ່ ແລະ​ເປັນສາ​ ເຫດ​ຕົ້ນຕໍ ​ທີ່​ເຮັດ​ໃຫ້ປະຊາ​ຊົນ​ພາກັນ​ຫຼົບໜີ​ ຈາກ​ບ້ານ​ເຮືອນ​ຂອງ​ເຂົາ ເຈົ້າ​ ​ໄປ​ຢູ່​ເຂດ​ອື່ນໆ​ໃນ​ຊີ​ເຣຍ ຫລືບັນດາ​ປະ​ເທດ​ເພື່ອນ​ບ້ານໃກ້ຄຽງ.

​ຫ້ອງການຂ້າ​ຫລວງ​ໃຫຍ່ອົບ​ພະ​ຍົບສະຫະ​ປະຊາ​ຊາດ ລາຍງາ​ນ​ໃນ​ອາ ທິດ​ແລ້ວ​ນີ້​ວ່າ ຫລາຍ​ກວ່່າ 2 ລ້ານ​ຄົນ​ໄດ້​ຫລົບໜີ​ຈາກ​ຊິ​ເຣຍ ນັບ​ຕັ້ງ​ແຕ່​ເກີ​ດບັນຫາຂັດ​ແຍ້​ງກັນ​ໃນ​ປີ 2011 ​ໃນ​ຂະນະ​ທີ່ອີກ 4 ລ້ານ 2 ​ແສນ 5 ໝື່ນ​ຄົນ​ ​ໄດ້​ພາກັນ​ອົບ​ພະຍົບຫລົບ​ໄພ​ຢູ່​ພາຍ​ໃນ​ປະ​ເທດ.

ຄະນະ​ກໍາມະການດັ່ງກ່ວ​ຍັງ​ເວົ້າ​ວ່າ ການ​ທໍລະ​ມານ​ຍັງ​ມີ​ຢູ່​ຢ່າງ​ກວ້າງ ຂວາງ​ໃນ​ໝູ່​ພວກ​ນັກ​ລົບຂອງ​ທັງ​ສອງ​ຝ່າຍ.

Syria
please wait
Embed

No media source currently available

0:00 0:01:25 0:00
XS
SM
MD
LG