ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມສິດທິມະນຸດ ຍື່ນຈົດໝາຍ ຄັ້ງທີ 2 ຕໍ່ທາງການລາວ ເລື້ອງທ່ານສົມບັດ


ຊາວໜຸ່ມຈາກບັນດາປະເທດໃນກຸ່ມອາຊ່ຽນຖືໜັງສື ທີ່ຈະເອົາໄປຍື່ນ ຕໍ່ສະຖານທູດລາວ ເພື່ອຮຽກຮ້ອງໃຫ້ ລັດຖະບານລາວ ໃຫ້ຂໍ້ມູນກ່ຽວກັບຄວາມຄືບໜ້າ ໃນການສືບສວນຫາ ທ່ານສົມບັດ ສົມພອນ
ຊາວໜຸ່ມຈາກບັນດາປະເທດໃນກຸ່ມອາຊ່ຽນຖືໜັງສື ທີ່ຈະເອົາໄປຍື່ນ ຕໍ່ສະຖານທູດລາວ ເພື່ອຮຽກຮ້ອງໃຫ້ ລັດຖະບານລາວ ໃຫ້ຂໍ້ມູນກ່ຽວກັບຄວາມຄືບໜ້າ ໃນການສືບສວນຫາ ທ່ານສົມບັດ ສົມພອນ
ບັນດາອົງການສິດທິມະນຸດສາກົນໃນໄທ ຍື່ນຈົດໝາຍຕໍ່ທາງ
ການສະຖານທູດລາວ ທີ່ບາງກອກເປັນເທື່ອທີ່ 2 ເພື່ອທວງ
ຖາມຄວາມຄືບໜ້າກ່ຽວກັບກໍລະນີການຫາຍຕົວໄປຂອງທ່ານ
ສົມບັດ ສົມພອນ.

ບັນດາອົງການສິດທິມະນຸດສາກົນ ແລະເຄືອຂ່າຍອົງການ
ເຄື່ອນໄຫວຂອງເຍົາວະຊົນອາຊ່ຽນໄດ້ຍື່ນຈົດໝາຍ ຕໍ່ທາງ ການສະຖານທູດລາວປະຈໍາບາງກອກເປັນເທື່ອທີ 2 ເພື່ອ
ທວງຖາມເຖິງຄວາມຄືບໜ້າຂອງການສືບສວນສອບສວນ
ແລະຕິດຕາມຫາ ຕົວທ່ານສົມບັດ ສົມພອນ ນັກພັດທະນາ ສັງຄົມທີ່ດີເດັ່ນຂອງລາວແລະເອເຊຍໃນທ້າຍອາທິດທີ່ຜ່ານ
ມານີ້.

ເນື້ອໃນສໍາຄັນຂອງຈົດໝາຍ ທີ່ບັນດາອົງການສິດທິມະນຸດສາກົນໄດ້ຍື່ນຕໍ່ທາງການ
ລາວ ໃນຄັ້ງຫລ້າສຸດນີ້ ກໍຄືການວິພາກວິຈານທາງການລາວວ່າ ບໍ່ໄດ້ດໍາເນີນການຢ່າງ
ເອົາຈິງ ເອົາຈັງ ໃນການສືບສວນສອບສວນເພື່ອຕິດຕາມຫາຕົວທ່ານສົມບັດ ທີ່ຖືກລັກ
ພາຕົວໄປຈາກປ້ອມຕໍາຫຼວດລາວ ຢູ່ໃນເຂດນະຄອນວຽງຈັນນັບຕັ້ງແຕ່ວັນທີ 15 ທັນວາ
ປີກາຍນີ້ເປັນຕົ້ນມາແລ້ວ ແລະເຖິງແມ່ນວ່າເຫດການທີ່ເກີດ ຂຶ້ນນັ້ນຈະຖືກບັນທຶກໄວ້
ດ້ວຍລະບົບກ້ອງວົງຈອນປິດຂອງທາງການລາວເອງ ຫາກວ່າທາງການຕໍາຫຼວດລາວ
ກັບບໍ່ໄດ້ໃຊ້ໃຫ້ເປັນປະໂຫຍດຕໍ່ການສືບສວນສອບ ສວນ ເພື່ອຊອກຫາຄວາມຈິງຂອງ
ເຫດການທີ່ເກີດຂຶ້ນແຕ່ຢ່າງໃດ ດັ່ງທີ່ທ່ານ ສ. ສຸລິໄຊ ຫວັນແກ້ວ ຜູ້ອໍານວຍການສູນ
ສຶກສາສັນຕິພາບ ແລະຄວາມຂັດແຍ້ງ ຂອງມະຫາວິທະຍາໄລ ຈຸລາລົງກອນ ໄດ້ໃຫ້
ຄວາມຄິດເຫັນຕໍ່ກໍລະນີດັ່ງກ່າວນີ້ວ່າ:
ຄະນະຊາວໜຸ່ມຈາກປະເທດໃນກຸ່ມອາຊ່ຽນ ຮຽກຮ້ອງໃຫ້ຊອກຫາທ່ານສົມບັດ ສົມພອນ
ຄະນະຊາວໜຸ່ມຈາກປະເທດໃນກຸ່ມອາຊ່ຽນ ຮຽກຮ້ອງໃຫ້ຊອກຫາທ່ານສົມບັດ ສົມພອນ

ຄົນຢ່າງອາຈານສົມບັດນີ້ ກໍຕ້ອງຖືວາເປັນຄົນ ທີ່ ມີຄວາມສໍາຄັນຫຼາຍທາງສະຕິປັນຍາໃນພູມີພາກນີ້
ແລະອາຈານຫາຍໄປນີ້ ກໍຕ້ອງຖືວ່າທໍາໃຫ້ພວກເຮົາ
ຕື່ນຕົກໃຈເຊັ່ນກັນ ຜູ້ທີ່ຊວນໃຫ້ພູມີພາກເຮົາ ມີການ ພັດທະນາທີ່ມີຄວາມສົມດຸນ ມີການພັດທະນາທີ່ຍັ້ງ
ຍືນ ແລະສົນໃຈຄົນໜຸ່ມຄົນສາວ ໄວລຸ່ນ ຢູ່ດີໆ ເປັນ
ຫຍັງຈຶ່ງຫາຍຕົວໄປ ທັງໆ ທີ່ທ່ານບໍ່ໄດ້ວາງຕົວເປັນ
ສັດຕູຂອງໃຜເລີຍ.”



ກ່ອນໜ້ານີ້ພັນເອກ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ
ປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຜົນການສຶບສວນສອບສວນເພື່ອຊອກຫາຕົວທ່ານ
ສົມບັດ ເປັນເທື່ອທີ່ 2 ເມື່ອວັນທີ 1 ມີນາທີ່ຜ່ານມານີ້ ຊຶ່ງກໍປາກົດວ່າ ບໍ່ມີຄວາມຄືບໜ້າ
ຂອງການຕິດຕາມຫາຕົວທ່ານສົມບັດ ເກີດຂຶ້ນແຕ່ຢ່າງໃດ ແລະພ້ອມກັນນັ້ນ ພັນເອກ
ເພັງສະຫວັນ ກໍຍັງໄດ້ໃຫ້ການຍອມຮັບອີກດ້ວຍວ່າ ເປັນການຍາກຫຼາຍທີ່ຈະສາມາດ
ກໍານົດໄດ້ວ່າຈະພົບຕົວທ່ານສົມບັດໄດ້ເມື່ອໃດ ເນື່ອງຈາກວ່າ ຍັງມີຄວາມສັບສົນ ແລະ
ບໍ່ຊັດເຈນໃນຫຼາຍໆດ້ານກ່ຽວກັບການຫາຍຕົວໄປຂອງທ່ານສົມບັດດັ່ງກ່າວ.

ສ່ວນກ່ຽວກັບປະຕິບັດການຂອງຄະນະຮັບຜິດຊອບຄະດີໃນໄລຍະທີ່ຜ່ານມານັ້ນ ພັນເອກເພັງສະຫວັນ ກໍໄດ້ໃຫ້ການຢືນຢັນວ່າໄດ້ດໍາເນີນການສືບສວນສອບສວນ ໃນຫຼາຍໆທາງ ໂດຍລວມເຖິງການສະແຫວງຫາຂໍ້ມູນຈາກພັນລະຍາແລະຍາດພີ່ ນ້ອງຂອງທ່ານສົມບັດ ແລະການປະສານງານກັບຫ້ອງການປ້ອງກັນຄວາມສະ ຫງົບ
ຂັ້ນເມືອງ ແລະແຂວງທົ່ວປະເທດ ແຕ່ກໍຍັງບໍ່ພົບຕົວທ່ານສົມບັດ ກັບທັງຍັງບໍ່ມີພາກ
ສ່ວນໃດທີ່ພົບເຫັນລົດ Jeep ທີ່ເປັນລົດສ່ວນຕົວຂອງທ່ານສົມບັດອີກດ້ວຍ ແລະ
ການສອບປາກຄໍາເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ໃນມື້ ດັ່ງກ່າວ
ກໍໄດ້
ຮັບການຢືນຢັນວ່າ ບໍ່ສາມາດຈົດຈໍາເຫດການໄດ້ແຕ່ຢ່າງໃດ ເພາະເປັນການປະຕິ
ບັດໜ້າທີ່ຕາມປົກກະຕິຢູ່ແລ້ວ ຈຶ່ງບໍ່ຈື່ທະບຽນລົດທີ່ໄດ້ທໍາການກວດໄປແລ້ວນັ້ນ
ດັ່ງທີ່ທ່ານໄດ້ຖະແຫຼງຢືນຢັນວ່າ:

ພວກເຮົາໄດ້ສອບຖາມເຈົ້າໜ້າທີ່ຕໍາຫຼວດຈະລາຈອນທີ່ປະຕິບັດໜ້າທີ່ຢູ່ຈຸດ
ດັ່ງກ່າວໃນເວລານັ້ນ ພວກເຂົາເຈົ້າໄດ້ຕອບວ່າທຸກໆວັນແມ່ນໄດ້ມີການກວດ
ລົດຈໍານວນຫຼາຍຄັນຕາມລະບຽບການປົກກະຕິ ບໍ່ສາມາດຈື່ໄດ້ວ່າ ໄດ້ກວດ
ລົດຊະນິດໃດແດ່ ລົດຂອງໃຜ ບຸກຄົນໃດ.”


ນອກຈາກນີ້ ເມື່ອໄດ້ທໍາການກວດສອບດ້ານເທັກນິກ ກໍຄືກ່ຽວກັບພາບທີ່ຖືກກ້ອງວົງ
ຈອນປິດບັນທຶກໄວ້ນັ້ນ ກໍຍັງບໍ່ສາມາດລະບຸໄດ້ວ່າ ລົດຈັກທີ່ຈອດຢູ່ໃກ້ໆກັບປ້ອມຕໍາ
ຫຼວດ ແລະລົດກະບະທີ່ແລ່ນມາຈອດຮັບຄົນຢູ່ທີ່ປ້ອມຕໍາຫຼວດນັ້ນແມ່ນມີໝາຍເລກ
ທະບຽນໃດ ເນື່ອງຈາກພາບບໍ່ຊັດເຈນ ແລະເມື່ອໄດ້ທໍາການກວດສອບເບິ່ງພາບ
ຈາກກ້ອງວົງຈອນປິດໃນຈຸດອື່ນໆກໍບໍ່ພົບຫຼັກຖານໃດໆອີກດ້ວຍ.

ແຕ່ຢ່າງໃດກໍຕາມ ພັນເອກເພັງສະຫວັນ ກໍໄດ້ເນັ້ນຢໍ້າວ່າບັນດາພາບຂອງເຫດ
ການທີ່ເກີດຂຶ້ນທີ່ຖືກບັນທຶກໄວ້ໃນລະບົບກ້ອງວົງຈອນປິດຂອງທາງການລາວນັ້ນ ບໍ່ສາມາດທີ່ຈະເປີດເຜີຍຕໍ່ສາທາລະນະໄດ້ ແລະບໍ່ສາມາດອະນຸຍາດໃຫ້ຊ່ຽວຊານ
ຂອງຕ່າງປະເທດນໍາໄປກວດສອບດ້ວຍເທັກນິກທີ່ທັນສະໄໝໄດ້ອີກດ້ວຍ ເນື່ອງຈາກ
ວ່າເປັນກິດຈະການພາຍໃນ ທີ່ກ່ຽວຂ້ອງກັບຄວາມໝັ້ນຄົງຂອງ ສປປ.ລາວ ນັ້ນເອງ.
XS
SM
MD
LG