ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາ ກຸ່ມປົກປ້ອງ ສິດທິມະນຸດ ຕິຕຽນ ອຳນາດໃໝ່ ຂອງທະຫານໄທ


ທະຫານໄທກຳລັງຢ່າງລາດຕະເວນ ໃນບໍລິເວນ ອະນຸສາວະລີ ໄຊສະໝໍລະພູມ ທີ່ບາງກອກ.
ທະຫານໄທກຳລັງຢ່າງລາດຕະເວນ ໃນບໍລິເວນ ອະນຸສາວະລີ ໄຊສະໝໍລະພູມ ທີ່ບາງກອກ.

ປະ​ເທດ​ໄທໄດ້​ຂະຫຍາຍອຳ​ນາດ ຂອງພວກ​ທະຫານໃຫ້ກວ້າງ​ຂວາງຂຶ້ນຕື່ມ ຮວມທັງ ຄວບຄຸມອາຊະຍາກຳນຳດ້ວຍ. ການ​ຂະຫຍາຍອຳນາດ​ດັ່ງກ່າວ ມີ​ຂຶ້ນ​ໃນ​ຂະນະ​ທີ່​ລັດ ຖະບານລິ​ເລີ້ມການປາມປາບ ກຸ່ມຈັດຕັ້ງອາຊະຍາກຳທ້ອງ​ຖິ່ນແລະ ກຸ່ມອາຊະຍາກຳ ອື່ນໆຢູ່ໃນ​ທົ່ວ​ປະ​ເທດ.

​ແຕ່​ວ່າ​ບັນດາ​ນັກ​ເຄື່ອນ​ໄຫວ​ສິດທິ​ມະນຸດ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວກັບການ​ກະ ທຳ ຜິດ​ພາຍ​ໃຕ້​ກົດໝາຍດັ່ງກ່າວ.

ລະບຽບການ​ໃໝ່ ​ໄດ້​ອອກໃນ​ອາທິດ​ນີ້ ໂດຍອະນຸຍາດ​ໃຫ້​ພວກທະຫານ ເປັນເຈົ້າໜ້າທີ່​ ປາບປາມອາຊະຍາກຳ ທຳການ​ກວດ​ຄົ້ນ ຍຶດຊັບ​ສົມສິນ ຢຸຸດການໂອນ​ເງິນແລະ​ສັ່ງໃຫ້ຜູ້ ຕ້ອງສົງ​ໄສບໍ່ໃຫ້ເດີນທາງ​ອອກ​ນອກ​ປະ​ເທດ.

ມີກິດ​ຈະກຳທາງອາຍາຫຼາຍກວ່າ 20 ຊະນິດ ທີ່ຄຸ້ມ​ຄອງ​ໂດຍ​ລະບຽບການໃໝ່ຮວມທັງ ການ​ ຄ້າ​ມະນຸດ ການສໍ້ໂກງ ການໃສ່ຮ້າຍປ້າຍສີ ການ​ພະນັນ ຄົນ​ເຂົ້າ​ເມືອງ ​ໂສ​ເພນີ ພາສີ ການ​ຢືມ​ເງິນດອກ​ເບ້ຍ​ສູງ ​ແລະຄວາມ​ຜິດ​ດ້ານ​ອາວຸດ.

ທະຫານໄທກຳລັງລາດຕະເວນຢູ່ ກອງບັນຊາການທະຫານແຫ່ງພະລາຊາອານາຈັກໄທ.
ທະຫານໄທກຳລັງລາດຕະເວນຢູ່ ກອງບັນຊາການທະຫານແຫ່ງພະລາຊາອານາຈັກໄທ.

ຮອງ​ນາຍົ​ກລັດຖະມົນຕີ ທ່ານປຣະວິດ ວົງ​ສຸວັນ ໄດ້ກ່າວ​ປ້ອງ​ກັນ​ອຳນາດ​ພິ​ເສດ ​ໂດຍ ​ກ່າວ​ວ່າ ລັດຖະບານ​ຕ້ອງ​ການ​ທະຫານ ​ເພື່ອແທນກຳລັງ​ຕຳຫຼວດທີ່​ຂາດ​ເຂີນນັ້ນ.​ແຫລ່ງຂ່າວ​ລັດຖະບານກ່າວ​ຕໍ່ວີ​ໂອ​ເອ ​ໂດ​ຍຂໍ​ສະຫງວນ​ຊື່​ວ່າ ພວກ​ທີ່​ມີ​ອິດ​ທິພົນ ມັກ​ຈະ ​ຖືກ​ເຕືອນ​ໂດຍ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທ້ອງ​ຖິ່ນ ກ່ອນ​ທີ່​ເຈົ້າ​ໜ້າ​ທີ່​ສື​ບສວນສາ ມາດທຳ​ການ​ ຈັບກຸມ. ​ເຂົາ​ເຈົ້າ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ການ​ພົວພັນ​ລະຫວ່າງ ພວກ​ທີ່ ມີ​ອິດ​ທິພົນ​ໃນ​ທ້ອງ​ຖິ່ນ ​ແລະ​ບັນດາ​ໂຕ​ການ​ຜູ້​ກະທຳ​ຜິດ ຕຳຫລວດທ້ອງ​ຖິ່ນ ​ແລະ​ບັນດາ​ນັກ​ການ​ເມືອງ​ລະດັບ ​ຊາດ.

XS
SM
MD
LG