ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມສິດທິມະນຸດ ປະນາມຊີເຣຍ ວ່າໃຊ້ລະເບີດລູກຫວ່ານ


ເຄຶ່ອງໝາຍ ກຸ່ມສິ້ງຊອມສິດທິມະນຸດ Human Rights Watch
ເຄຶ່ອງໝາຍ ກຸ່ມສິ້ງຊອມສິດທິມະນຸດ Human Rights Watch
ກຸ່ມ​ສິດ​ທິມະນຸດ​ກຸ່ມ​ນຶ່ງ​ກ່າວ​ວ່າ ມີຫຼັກຖານ​ວ່າ​ຊີ​ເຣຍກໍາລັງ​ໃຊ້​
ລະ​ເບີດ​ລູກ ຫວ່ານ ​ຕໍ່ຕ້ານ​ພວກ​ກະບົດ ​ຢູ່​ໃນເຂດ​ຕ່າງໆ​ທີ່​ມີ
​ປະຊາຊົນອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ​ໃນ​ທົ່ວປະ​ເທດ.

ທ່ານ Steve Goose ຜູ້​ອໍານວຍ​ການຝ່າຍ​ກ່ຽວ​ກັບ​ອາ​ວຸດ​ຂອງ
ກຸ່ມ​ສິ້ງ​ຊອມ​ສິດ​ທິມະນຸດ Human Rights Watch ກ່າວ​ວ່າ
ຄວາມ​ບໍ່​ຫົວຊາ​ ຕໍ່​ປະ​ຊາຊົນ​ພົນລະ​ເຮືອ​ນຂອງ​ຊີ​ເຣຍນັ້ນ ​ແມ່ນ​
ແລເຫັນ​ໄດ້​ຢ່າງ​ໂຈ່ງ​ແຈ້ງ ​ເກີນ​ໄປ​ແລ້ວ ​ໃນ​ການ​ໂຈມ​ຕີ​ທາງ​
ອາກາດ​ຂອງຊີ​ເຣຍ​ນັ້ນ.

ທ່ານກູ​ສ ​ໄດ້​ຮຽກຮ້ອງ​ໃຫ້​ຊີ​ເຣຍຈົ່ງຢຸດ​ໂດຍ​ທັນທີ ​ການນໍາໃຊ້
​ອາວຸດແບບ ​ບໍ່​ເລືອກປະ​ເພດທັງ​ໝົດ ທີ່​ສາມາດ​ສືບ​ຕໍ່​ເຂັ່ນຂ້າ
ປະຊາຊົນ ​ແລະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າພິການມື​ກຸດ​ແຂນ​ຂາດ​ ໄປຫຼາຍໆ​ປີນັ້ນ.

ກຸ່ມ​ສິດທິ​ດັ່ງກ່າວ​ເວົ້າອີກ​ວ່າ ຮູບ​ວີດີ​ໂອ​ທີ່​ລົງ​ໃນ​ເວັບໄຊ້​ເມື່ອ​ອາທິດ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ​ຮູບ​ລະ​ເບີດ​ລູກ​ຫວ່ານ​ທີ່​ບໍ່​ທັນ​ແຕກ​ ຕົກ​ຢູ່​ໃນຫຼາຍໆ​ຫົວ​ເມືອງ​ທົ່ວຊີ​ເຣຍ.

ກຸ່ມ​ສິດທິ​ເວົ້າ​ຕໍ່​ໄປ​ວ່າ ຮູບ​ວີ​ດີ​ໂອຍັງ​ສະ​ແດງ​ໃຫ້​ເຫັນຮູບ​ປະຊາຊົນ​ຫອບ​ລູກ​ລະ​ເບີດ ​ແລະ​ຕໍາ​ມັນໃສ່​ວັດຖຸ​ອື່ນໆ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ໄດ້​ຮຽກຮ້ອງ​ໄປ​ຍັງ​ສະຖານີ​ໂທລະພາບທີ່​ມີ​ຄົນ​ເບິ່ງ​ ​ຢູ່​ໃນ​ຊີ​ເຣຍ ​ເຊັ່ນ​ສະຖານີ al-Jazeera ​ແລະ​ສະຖານີ al-Arabiya ​ເພື່ອ ​ໃຫ້ອອກ​ອາກາດ​ຄໍາ​ປະກາດ​ຕ່າງໆ​ ເຕືອນ​ປະຊາຊົນໃຫ້​ລະວັງ​ບໍ່​ໃຫ້​ຈັບ​ຖື​ລູກ​ລະ​ເບີດດັ່ງກ່າວ ຊຶ່ງພຽງ​ແຕ່​ຈັບບາຍ​ຄ່ອຍໆ ກໍສາມາດ​ແຕກ​ຂຶ້ນໄດ້ນັ້ນ.

​ເມື່ອ​ວັນ​ເສົາ​ວານ​ນີ້ ຊີ​ເຣຍກ່າວ​ວ່າ ຕົນ​ກໍາລັງ​ກໍາລັງ​ສັ່ງ​ຫ້າມ​ຖ້ຽວ​ບັນ​ພົນລະ​ເຮືອນ​ຕ່າງໆ​ຂອງ ​ເທີ​ກີ ບິນ​ຜ່ານ​ເຂດ​ນ່ານ​ຟ້າ​ຂອງ​ຕົນ.

ຖະ​ແຫຼງການ​ສະບັບ​ນຶ່ງ​ຂອງ​ກະຊວງ​ຕ່າງປະ​ເທດ​ຊີ​ເຣຍ ​ເວົ້າ​ວ່າ ຄໍາ​ສັ່ງ ຫ້າມ​ດັ່ງກ່າວ ​ແມ່ນ​ເລີ່​ມມີ​ຜົນ​ບັງຄັບ​ໃຊ້ຕັ້ງ​ແຕ່​ຕອນ​ທ່ຽງ​ຄືນ​ວັນ​ເສົາວານ​ນີ້ ແລະ​ເປັນການ​ຕອບ​ໂຕ້​ຕໍ່ການ​ເຄຶ່ອນ​ໄຫວ​ຂອງ​ເທີ​ກີ ທີ່​ສັ່ງ​ຫ້າມຖ້ຽວບິນ​ຂອງ​ຊີ​ເຣຍ.

ການ​ປະກາດ​ດັ່ງກ່າວ​ຂອງ​ຊີ​ເຣຍ ມີ​ຂຶ້ນສາມ​ມື້ຫຼັງຈາກ​ເທີ​ກີ ກັກ​ເຮືອບິນ ​ໂດຍສານ​ຊີ​ເຣຍລໍ​ານຶ່ງ ທີ່​ບິນ​ອອກ​ຈາກ​ມອສ​ໂຄ ​ໄປ​ຍັງ​ດາ​ມັສກັສ ​ແລະ​ໄດ້ຍຶດອຸບປະກອນ​ແລະ​ອາວຸດ​ທະຫານ ທີ່​ຕົນ​ເວົ້າ​ວ່າ​ສົ່ງ​ໄປ​ໃຫ້​ລັດຖະບານ ຂອງ​ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ທີ່​ເຣັດສົງຄາມຢູ່ ນັ້ນ. ຊີ​ເຣຍປະຕິ​ເສດ​ວ່າ​ ເຮືອບິນ​ລໍາ​ດັ່ງກ່າວ​ບໍ່​ໄດ້​ບັນທຸກ​ສິນຄ້າ​ຂອງ​ທະຫານ​ແຕ່​ຢ່າງ​ໃດ.
XS
SM
MD
LG