ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມສິດທິມະນຸດ ຈະສ້າງຄະດີຄວາມ ຕ້ານຜູ້ ລະເມີດ ສິດທິມະນຸດໃນ ເກົາຫຼີເໜືອ


ຕຳຫຼວດຍິງ ທີ່ຍາມຄຸກໃນ ເກົາຫຼີເໜືອ ຄົນໜຶ່ງຢືນຍາມຢູ່
ຫຼັງຮົ້ວ ແຄມນ້ຳ Yalu ໃກ້ກັບເມືອງ Chongsong ຂອງ ເກົາ
ຫຼີເໜືອ North Korea, ກົງກັນຂ້າມກັບເມືອງ Dandong ທີ່ຕັ້ງຢູ່ເຂດຊາຍແດນ ຈີນ.
ຕຳຫຼວດຍິງ ທີ່ຍາມຄຸກໃນ ເກົາຫຼີເໜືອ ຄົນໜຶ່ງຢືນຍາມຢູ່ ຫຼັງຮົ້ວ ແຄມນ້ຳ Yalu ໃກ້ກັບເມືອງ Chongsong ຂອງ ເກົາ ຫຼີເໜືອ North Korea, ກົງກັນຂ້າມກັບເມືອງ Dandong ທີ່ຕັ້ງຢູ່ເຂດຊາຍແດນ ຈີນ.

ກຸ່ມສິດທິມະນຸດກຸ່ມໜຶ່ງກຳລັງສ້າງຄະດີຄວາມຂຶ້ນ ເພື່ອດຳເນີນການຟ້ອງຮ້ອງທ່ານ Kim Jong Un ແລະ ຜູ້ນຳ ເກົາຫຼີເໜືອ ຄົນອື່ນໆສຳລັບການກໍ່ອາຊະຍາກຳຕໍ່ມວນມະນຸດໂດຍ ການອະທິບາຍເຖິງຂໍ້ມູນ ກ່ຽວກັບ ບຸກຄົນຕ່າງໆປະມານຫຼາຍພັນຄົນທີ່ຖືກສົ່ງໄປຄ້າຍກັກ ຂັງທາງດ້ານການເມືອງ.

ສູນກາງຖານຂໍ້ມູນສຳລັບສິດທິມະນຸດ ເກົາຫຼີເໜືອ ຫຼື NKDB ໄດ້ຕີພິມລາຍຊື່ຂອງນັກ ໂທດຄຸກການເມືອງ, ພະນັກງານ ແລະ ຜູ້ໄດ້ຮັບເຄາະຮ້າຍໂດຍການຫາຍສາບສູນ, ລວມ ທັງລາຍຊື່, ວັນທີຂອງການຂັງຄຸກ, ຄະດີທີ່ກໍ່ໄວ້ ແລະ ສະຖານທີ່ຂອງຄ້າຍທີ່ຍັງປະຕິບັດ ການຢູ່.

ທ່ານ Kim In-sung ນັກຄົ້ນຄວ້າທີ່ສູນ NKDB ກ່າວວ່າ “ໂດຍການສະໜອງຂໍ້ມູນທີ່ສະ ເພາະເຈາະຈົງ ກ່ຽວກັບ ບຸກຄົນຜູ້ທີ່ກະທຳຜິດ ພວກເຮົາຈະສາມາດສະແດງໃຫ້ພວກ ເຂົາເຫັນວ່າ ພວກເຂົາຕ້ອງໄດ້ຮັບຜິດຊອບສຳລັບການກະທຳຂອງພວກເຂົາ ໃນການ ເວົ້າຢ່າງເປີເຜີຍໃນ ເກົາຫຼີເໜືອ.”

ຮູບພາບຂອງ ຄ້າຍກັກຂັງ Kaechon, Kwan-li-so ເລກ 14 ໃນ ເກົາຫຼີເໜືອ ຖືກຖ່າຍຈາກດຽວທຽມໃນເດືອນມັງກອນ 2003.
ຮູບພາບຂອງ ຄ້າຍກັກຂັງ Kaechon, Kwan-li-so ເລກ 14 ໃນ ເກົາຫຼີເໜືອ ຖືກຖ່າຍຈາກດຽວທຽມໃນເດືອນມັງກອນ 2003.

ບັນຊີລາຍຊື່ ແມ່ນອີງຕາມການສຳຫຼວດ ແລະ ການສຳພາດກັບຜູ້ທີ່ຫຼົບໜີອອກຈາກ ເກົາ ຫຼີເໜືອ ຫຼາຍກວ່າ 1000 ຄົນ. ມັນມີຈຸດປະສົງທີ່ຈະສະໜອງຫຼັກຖານເພີ່ມເຕີມເພື່ອສະ ໜັບສະໜູນ ຄະນະກຳມະທິການ ສະຫະປະຊາຊາດ ປີ 2014 ກ່ຽວກັບ ບົດລາຍງານ ສອບສວນການກະທຳຜິດ ທີ່ບັນທຶກເຄືອຂ່າຍໜຶ່ງຂອງຄ້າຍກັກຂັງນັກໂທດການເມືອງໃນ ປະເທດ ແລະ ຄວາມໂຫດຮ້າຍປ່າເຖື່ອນທີ່ແຜ່ໄປທົ່ວ, ທຽບເທົ່າກັບສິ່ງທີ່ພວກ ນາຊີ ເຄີຍ ເຮັດມາກ່ອນ ແລະ ໃນລະຫວ່າງສົງຄາມໂລກຄັ້ງທີ 2.

ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຕໍ່ມາໄດ້ລົງຄະແນນສຽງເພື່ອສົ່ງເລື້ອງ ເກົາຫຼີ ເໜືອ ໄປຍັງສານອາຍາສາກົນ ກ່ຽວກັບ ຂໍ້ກ່າວຫາຕ່າງໆດ້ານອາຊະຍາກຳ ຕໍ່ມວນມະ ນຸດ. , ແນວໃດກໍຕາມ, ມາດຕະການດັ່ງກ່າວໄດ້ຖືກຢຸດສະງັກ ໃນສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ບ່ອນທີ່ພັນທະມິດຂອງ ເກົາຫຼີເໜືອ ຄື ຣັດເຊຍ ແລະ ຈີນ ໄດ້ ລົງຄະແນນສຽງຍັບຢັ້ງ.

ເກົາຫຼີເໜືອ ໄດ້ປະຕິເສດ ວ່າບໍ່ມີ ຄ້າຍກັກຂັງຢູ່ໃນປະເທດຢ່າງຊ້ຳແລ້ວຊໍ້າອີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG