ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັນສິດທິມະນຸດ ປີ 2014 ຈະສ່ອງແສງ ໃຫ້ເຫັນເຖິງ ການລະເມີດສິດທິມະນຸດ ທີ່ໜ້າຢ້ານກົວ


Human Rights Day Observance to Highlight ‘Horrific 2014’
please wait

No media source currently available

0:00 0:03:13 0:00

ເບິ່ງວີດີໂອ ລາຍງານເລື້ອງນີ້

ວັນ​ພຸດ​ມື້​ນີ້ ​ເປັນ​ວັນ​ສິດທິ​ມະນຸດ ຂອງ​ອົງການ​ສະຫະ​ປະຊາ​ຊາດ.
ຜູ້​ສັງ​ເກດ​ການຫຼາຍໆ​ທ່ານ ບັນ​ລະ​ຍາ​ວ່າ ປີ 2014 ນີ້ ​ເປັນ​ປີ ​ທີ່
​ໜ້າ​ຢ້ານ​ກົວ ​ສຳ​ຫລັບ​ການລະ​ເມີດ​ສິດທິ​ມະນຸດນັ້ນ. ສົງຄາມ
​ເປັນ​ແຫ​ລ່ງຫຼັກ ຂອງ​ການລະ​ເມີດ​ຕ່າງໆ ​ຢູ່ໃນ​ທົ່ວ​ໂລກ ​ແລະ ​
ໃນ​ລະຍະ 12 ​ເດືອນ​ຜ່ານ​ມາ​ ການ​ຂັດ​ແຍ້​ງຕ່າງໆ​ທີ່​ສຳຄັນນັ້ນ
​ໄດ້​ທະວີຮຸນ​ແຮງ​ຂຶ້ນ​.

ສົງຄາມ​ກາງ​ເມືອງ​ຂອງ​ຊີ​ເຣຍ ​ແມ່ນກຳລັງ​ກ້າວ​ເຂົ້າປີທີ 4 ​ແລ້ວ.
ຫຼາຍ​ແສນ​ຄົນ ຖືກ​ຂ້າ​ຕາຍ ​ແລະ ຫຼາຍລ້ານ​ຄົນ ຖືກ​ກົດ​ດັນ​ໃຫ້
​ໜີ​ອອກ​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງ​ ຂອງ​ພວກ​ເຂົາ​ເຈົ້າ. ​ໃນ 12 ​
ເດືອນ​ຜ່ານ​ມາ ການ​ຂັດ​ແຍ້​ງ ​ໄດ້​ຂະຫຍາຍ​ອອກ ​ແລະ ​ແຜ່​ລາມ
​ໄປໃນປະ​ເທດ​ເພື່ອນ​ບ້ານ​ ອີຣັກ ໂດຍ​ມີ ​ກອງ​ກຳລັງຂອງ​ລັດຖະບານຊີ​ເຣຍ ພວກນັກລົບ
ຂອງ​ຝ່າຍ​ຄ້ານ​ຫົວປານ​ກາງ ພວກ​ຫົວ​ຮຸນ​ແຮງ​ອິສລາມ ​ແລະ ພວກ​ນັກ​ຕໍ່ສູ້​ຊາວ​ເຄີ​ດ
ຕ່າງກໍ​ສູ້​ລົບ​ກັນ ເພື່ອ​ຍຶດ​ເອົາ​ເຂດ​ນ້ຳ​ແດນ​ດິນ.

UN Report Accuses Islamic State of 'Massive Scale' War Crimes
please wait

No media source currently available

0:00 0:02:56 0:00

​ໃນ​ຂະນະ​ດຽວ​ກັນ ມົສກູ ກໍພວມ​ຕື່ມ​ເຊື້ອ​ໄຟ​ໃສ່​ຂໍ້​ຂັດ​ແຍ້​ງ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ໂດຍ​ສະໜອງ​ການ​ສະໜັບສະໜຸນ​ທາງ​ດ້ານ​ທະຫານ​ ​ໃຫ້ແກ່​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ. ​ເກືອບ 4,500 ຄົນ​ໄດ້​ຖືກ​ຂ້າ​ຕາຍ ​ແລະ ມີຫລາຍໆ​ຄົນ ຖືກ​ລັກ​ພາ​ຕົວ​ໄປ ​ແລະ ຖືກ ທໍລະມານ.

ສ່ວນຈີນ ກໍຖືກ​ກ່າວ​ຫາ​ວ່າ ຕ່າວ​ປີ້ນຄວາມ​ກ້າວໜ້າດ້ານ​ສິດທິ​ມະນຸດ ທີ່​ໄດ້​ກະທຳ​ມາ ເມື່ອ
​ບໍ່​ດົນມາ​ນີ້ ດ້ວຍ​ການ​ປາບ​ປາມຢ່າງ​ຕໍ່​ເນື່ອງ​ຂອງ​ຕົນ ຕໍ່​ພວກ​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ
​ໃນ​ຮົງ​ກົງ.

ການ​ແຜ່​ລາມ​ຂອງ​ ບັນດາ​ກຸ່ມ​ພວກ​ຫົວ​ຮຸນ​ແຮງ ​ໃນ​ອາ​ຟຣິກາ ​ແມ່ນ​ກຳລັງ​ຊຸກ​ຢູ້​ໃຫ້​ມີ​ການ
ລະ​ເມີດ​ສິດທິ​ມະນຸດຕ່າງໆ​ນາໆ ​ໃນ​ລະດັບ​ທີ່​ກວ້າງຂວາງ. ການເຂັ່ນຂ້າ ​ແລະ ການ​ໂຈມ​ຕີສະຫລະ​ຊີບ ​ໂດຍ​ພວກຫົວ​ຮຸນ​ແຮງ ​ໂບໂກ ຮາຣາມ ​ໃນ​ປະ​ເທດ​ໄນ​ຈີ​ເຣຍ ​ກໍ​ກຳລັງ​ທະວີ​ຂຶ້ນ ​ໃນ​ຂະນະ​ທີ່ ກອງ​ກຳລັງ​ຂອງລັດຖະບານ​ໄນ​ຈີ​ເຣຍ ຖືກ​ກ່າວ​ຫາ​ວ່າ ທຳ​ການ​ຕັດຫົວ ​ແລະ ​ທໍລະມານ ພວກ​ຫົວ​ຮຸນ​ແຮງ.

ຕຳຫລວດ ໄນຈີເຣຍ ກວດກາເບິ່ງຈຸດ ລະເບີດທີ່ແຕກຂຶ້ນ ໃນເມືອງ Kano ປະເທດໄນຈີເຣຍ ວັນທີ 28 ພະຈິກ 2014.
ຕຳຫລວດ ໄນຈີເຣຍ ກວດກາເບິ່ງຈຸດ ລະເບີດທີ່ແຕກຂຶ້ນ ໃນເມືອງ Kano ປະເທດໄນຈີເຣຍ ວັນທີ 28 ພະຈິກ 2014.

ຢູ່​ໃນ ສຣີລັງກາ​ ດຽວ​ນີ້ ກຳລັງ​ມີ​ການ​ສອບ​ຖາມ​ເຖິງ​ການ​
ຄາດ​ຕະກຳ ທີ່ໂຫດຮ້າຍຂອງ​ປີ 2009 ​ຊຶ່ງມີພົນລະ​ເຮືອນ
ຫຼາຍໝື່ນ​ຄົນ​ເສຍ​ຊີວິດ​ນັ້ນ.

ແຕ່​ວ່າ ໂດຍ​ລວມ​ແລ້ວ ກໍ​ມີ​ທາງ​ວ່າ ວັນ​ສິດທິ​ມະນຸດປີ 2014
ຈະເປັນ​ວັນທີ່​ເຕືອນຄວາມ​ຊົງ​ຈຳ ​ເຖິງ​ການລະ​ເມີດສິດທິ​ມະນຸດ
​ໃນລະດັບ ​ທີ່​ກວ້າງຂວາງ ​ຢູ່ໃນຫຼາຍໆຂົງ​ເຂດ​ຂ​ອງ​ໂລກ.

US Has Highest Incarceration Rate in World
please wait

No media source currently available

0:00 0:03:01 0:00

XS
SM
MD
LG