ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ລາຍງານ ກ່ຽວກັບ ສະ​ພາບ ສິດທິມະນຸດ ໃນ ສ​ປ​ປ ລາວ


ບັນດາຜູ້ເຂົ້າຮ່ວມຊຸກຍູ້ ກອງປະຊຸມລາຍງານ ທີ່ນະຄອນເຈນີວາ ກ່ຽວກັບ ສະ​ພາບສິດທິມະນຸດ ໃນ ສປປ ລາວ.
ບັນດາຜູ້ເຂົ້າຮ່ວມຊຸກຍູ້ ກອງປະຊຸມລາຍງານ ທີ່ນະຄອນເຈນີວາ ກ່ຽວກັບ ສະ​ພາບສິດທິມະນຸດ ໃນ ສປປ ລາວ.

ລາຍ​ການ​ຊີວິດ​ຊາວລາວ ມື້​ນີ້ ​ວີ​ໂອ​ເອ ຈະ​ນຳ​ສະ​ເໜີການ​ສຳ
ພາດ ທ່ານ​ນາງ ດຣ ບຸນ​ທອນ ຈັນທະລາວົງ ວີ​ເຊີ ​ປະທານ
ອົງການ ພັນທະ​ມິດ ເພື່ອ​ປະຊາທິປະໄຕ​ໃນ​ລາວ ​ພ້ອມ​ດ້ວຍ
ຄະນະ​ກຳມະການ ທີ່​ໄດ້​ເດີນທາງ​ໄປ ລາຍ​ງານຕໍ່ກອງ​ປະ​ຊຸມ
ຄະນະ​ກຳມະການ ​ອົງການສະຫະ​ປະຊາ​ຊາດ ກ່ຽວ​ກັບສິດທິ​
ມະນຸດ ທີ່ ນະຄອນ​ເຈ​ນີວາ ປະ​ເທດສະ​ວິດ​ເຊີ​ແລນ. ກອງ​ປະ
ຊຸມ ​ໄດ້​ຈັດ​ຂື້ນໃນ​ວັນ​ທີ່ 19ຫາ 20 ​ເດືອນມັງກອນ ທີ່​ຜ່ານ​ມາ
ນີ້ ກ່ຽວ​ກັບ​ສະພາບ​ການ​ດ້ານ​ສິດທິ​ມະນຸດ ຢູ່​ໃນ ສປປ ລາວ
ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ເອົາ​ລາຍ​ລະ​ອຽດ ກ່ຽວ​ກັບເລື້ອງ​ນີ້​ມາ
ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ​ຈະ​ນຳພາ​ທ່ານ ຟັງ​ການ​ສຳພາດ ທ່ານ​ນາງ ດຣ ບຸນ​ທ​ອນ ຈັນທະ​ລາ​ວົງ ວີ​ເຊີ ​ປະທານ ອົງການພັນທະ​ມິດ ​ເພື່ອ​ປະຊາ​ມິ​ປະ​ໄຕໃນ​ລາວ ພ້ອມ​ດ້ວຍ​ບັນດາສະມາ​ຊິກ ທີ່​ໄດ້​ເຂົ້າ​ຮ່ວມລາຍ​ງານຕໍ່ ​ຄະນະ​ກຳມະການ ອົງການ​ສະຫະ​ປະຊາຊາດ ດ້ານ​ສິດທິ​ມະນຸດ ​ທີ່ ນະຄອນ​ເ​ຈ​ນີວາ ປະ​ເທດ ສະ​ວິດ​ເຊີ​ແລນ ​ໃນ​ວັນ​ທີ່ 19
ຫາ 20 ​ເດືອນ​ມັງກອນ ທີ່​ຜ່ານ​ມາ ກ່ຽວ​ກັບສະພາບ​ການດ້ານສິດທິມະນຸດ​ ຢູ່ໃ​ນ ສປປ
ລາວ. ກອງ​ປະຊຸມ​ລາຍ​ງານ​ດັ່ງກ່າວ​ນີ້ ມີ​ບັນດາສະມາຊິກປະຊາຄົມ​ລາວ​ ຢູ່ນອກ​ປະ​ເທດ​
ເຂົ້າ​ຮ່ວມທັງ​ໝົດປະມານ 130 ຄົນ ທີ່ໄດ້ເດີນທາງໄປ​ຈາກ ​ເຢຍລະ​ມັນ ຝຣັ່ງ ກາ​ນາ​ດາ
ນິວຊີແລນ ສະ​ວິດ​ເຊີ​ແລນ ອອສເຕຣ​ເລຍ ຍີ່ປຸ່ນ ​ແລະອາ​ເມຣິກາ.

ບັນດາຜູ້ເຂົ້າຮ່ວມຊຸກຍູ້ ກອງປະຊຸມ ລາຍງານດ້ານສິດທິມະນຸດ ທີ່ນະຄອນເຈນີວາ
ບັນດາຜູ້ເຂົ້າຮ່ວມຊຸກຍູ້ ກອງປະຊຸມ ລາຍງານດ້ານສິດທິມະນຸດ ທີ່ນະຄອນເຈນີວາ

ຜ່ານ​ມາ ວີ​ໂອ​ເອ ​ເຄີຍໄດ້​ຕິດ​ຕາມນຳ​ເອົາ​ການ​ເຄື່ອນ​ໄຫວ
​ຂອງ ອົງການ​ພັນທະ​ມິດ ​ເພື່ອປະຊາທິປະ​ໄຕ​ໃນ​ລາວມາ
ສະ​ເໜີ​ທ່ານ​ແລ້ວ ​ແລະ​ເທື່ອ​ນີ້​ກໍ​ເປັນ​ອິກຄັ້ງ​ນຶ່ງ ທີ່​ອົງການ
ພປລ ​ໄດ້​ຖືກ​ເຊີນ​ໄປ​ລາຍ​ງານ ກ່ຽວ​ກັບ​ສະພາບ​ດ້ານ​ສິດ
ທິ​ມະນຸດ ​ຢູ່​ໃນ ສປປ ລາວ. ​ອົງການ​ພັນທະ​ມິດ ​ເພື່ອ​ປະ
ຊາທິປະ​ໄຕ​ໃນ​ລາວ​ ຫລື ພປລ ​ມີ​ຊື່​ເປັນ​ພາສາ​ອັງກິດ​ວ່າ
Alliance for Democracy in Laos ມີ​ຫ້ອງການຢູ່
ປະ​ເທດ​ເຢຍລະ​ມັນ ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ
ນາງ ດຣ ບຸນ​ທອນ​ ຈັນທະ​ລາ​ວົງ ​ວີ​ເຊີ ຊຶ່ງ​ຫາ​ກໍໄດ້​ຖືກ​
ເລືອກ​ຕັ້ງ​ໃຫ້ເປັນ ປະທານອີກເປັນ​ສະ​ໄໝທີ່​ສາມ ລວມ
ເປັນ​ເວລາ​ຫ້າ​ປີນີ້​ແລ້ວ. ​ອົງການ ພປລ ເປັນ​ອົງການ​ເອກກະຊົນ ​ບໍ່​ຂື້ນ​ກັບ​ລັດຖະບານ
ໃດໆ ​ເປັນ​ອົງການ​ອາສາສະມັກ ກູ້​ມຕົນ​ເອງມີສະມາຊິກ ​ແລະ​ສາຂາ​ຢູ່​ເຈັດ​ປະ​ເທດ ເຊັນ​
ວ່າ ​ເຢຍລະ​ມັນ ຝຣັ່ງ ນິວຊີ​ແລນ ອອສເຕຣ​ເລຍກາ​ນາ​ດາ ສະຫະລັດ ​ແລະ​ລາວ. ດ້ວຍ
​ເຫ​ນີ້​ ຫ້ອງການຂ້າ​ຫລວງ​ໃຫຍ່ ​ສະຫະ​ປະຊາ​ຊາດ ດ້ານ​ສິດທິ​ມະ​ສຸດ ຈຶ່ງ​ໄດ້​ໃຫ້​ຄວາ​ມ
ສຳຄັນ ຕິດ​ຕາມການ ເຄຶ່ອນໄຫວ ແລະ​ເຊີນບັນດາ​ສະມາຊິກ ອົງການ ພປ​ລ ​ເຂົ້າ​ຮວມ
ລາຍ​ງານ​ ​ໃຫ້​ຄະນະ​ກຳມະການ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຊາບກ່ຽວກັບ​ສະຖານະ​ການດ້ານ​ສິດທິ​ມະນຸດ​ ຢູ່່​ໃນ ສປປ ລາວ.

​ໃນ​ຕອນ​ເຊົ້າ​ຂອງ​ໃນ​ວັນ​ຈັນ​ທີ 19 ມັງກອນ ອົງການ​ ພປລ ໄດ້​ເລືອກ​ຕັ້ງ​ເອົາ​ປະ​ທານ​ໃນ
​ສົກ​ປີ​ການ​ໃໝ່ ຊຶ່ງໄດ້​ແກ່ ທ່ານ​ນາງ ດຣ ບຸນ​ທອນ ຈັນທະ​ລາ​ວົງ ອີກ​ເປັນ​ເທີມທີ່​ສາມ. ໃນ
​ຕອນເຊົ້າ​ຂອງ​ວັນດຽວ​ກັນ​ນັ້ນ ​ໄດ້ມີ​ການ​ໃຫ້​ສຳພາດ​ແກ່ກອງ​ປະຊຸມນັກຂ່າວ​ໂດຍ​ມີ ທ່ານ
Jashua Cooper ຈາກ​ສະ​ຖາ​ບັນ​ສິດທິ​ມະນຸດ​ ມະຫາວິທະຍາ​ໄລ​ຮາ​ວາຍ ​ພ້ອມ​ກັບ​ນັກ
​ຂ່າວຈາກ Geneva Times ​ແລະ​ບັນດາ​ນັກ​ຂ່າວ ຈາກ​ອົງການ​ຂ່າວ​ອຶ່ນໆ​ອີກ​ເຈັດ​ທ່ານ
ທີ່​ເຂົ້າ​ປະກອບ​ສ່ວນ ​ແລະ​ສໍ້​ຖາມ ອົງການ ພປລ. ທ່ານ​ນາງ ດຣ ບຸນ​ທອນ ​ໄດ້ກ່າວຕໍ່
ວີ​ໂອ​ເອ ເຖິງ​ຈຸດ​ສຳຄັນ​ຕອນ​ນຶ່ງວ່າ :

ທ່ານນາງ ດຣ ບຸນທອນ ຈັນທະລາວົງ ວີເຊີ (ຂວາ)
ທ່ານນາງ ດຣ ບຸນທອນ ຈັນທະລາວົງ ວີເຊີ (ຂວາ)

ໃນ​ວັນ​ອັງຄານທີ່ 20 ​ເດືອນ​ມັງກອນ ຄະນະຜູ້ຕາງໜ້າ ອົງການພັນທະ​ມິດເພື່ອ​ປະຊາທິ
ປະ​ໄຕ​ໃນ​ລາວ ຫ້າ​ທ່ານດ້ວຍ​ກັນ ​ໄດ້​ເຂົ້າລາຍ​ງານຢູ່ຕໍ່​ໜ້າ ຄະນະ​ກຳ​ມະ​ການ​ອົງການ
ສະຫະ​ປະຊາ​ຊາດ ດ້ານ​ສິດທິ​ມະນຸດ ກ່ຽວ​ກັບ​ສະພາບ​ການຢູ່​ໃນ ສປປ ລາວ ກອງ​ປະຊຸມ
ລາຍ​ງານ​ດັ່ງກ່າວນີ້​ ໄດ້​ປິ​ດບໍ່​ໃຫ້ ສາທາລະນະ​ຊົນ​ເຂົ້າ​ຮ່ວມຟັງນຳ. ບັນດາຜູ້ຕາງໜ້າ ຫ້າ​
ທ່ານມີໜ້າ​ທີ່​ຮັບຜິດຊອບລາຍ​ງານ ​ໃນຫົວ​ຂໍ້ສຳຄັນ​ທີ່​ແຕກຕ່າງກັນດັ່ງ ທ່ານ​ນາງ ດຣ ບຸນ​
ທອນ ​ໄດ້​ກ່າວ​ຕໍ່ອີກ​ວ່າ :

ຄະນະຜູ້ຕາງໝ້າ ພປລ ທີ່ເຂົ້າຮ່ວມລາຍງານ
ຄະນະຜູ້ຕາງໝ້າ ພປລ ທີ່ເຂົ້າຮ່ວມລາຍງານ

ທ່ານ​ວັນລັງ ຄຳ​ສຸກ ສະ​ມາ​ຊິກ ແລະຜູ້ຕາງໜ້າ ພປລ ຈາກ​ເມືອງ Beaverton ລັດ
Oregon ​ທີ່ ສະ​ຫະ​ລັດ ​ແມ່ນ​ຮ​ວມຢູ່ໃນ​ຈຳ​ນວ​ນ​ຜູ້​ຕາງ​ໜ້າຫ້າທ່ານ ​ທີ່ໄດ້​ເຂົ້າ​ຮ່ວມ. ທ່ານ
​ໄດ້​ລາຍ​ງານ​ກ່ຽວ​ກັບ ການ​ຫ​າຍ​ສາບ​ສູນ​ໄປ​ຂອງ ທ່ານ​ສົມ​ບັດ​ ສົ​ມ​ພອນ ແລະ​ການ​ຍາດ
​ເອົາ​ດິນດອນ​ຕ່ອນ​ຫຍ້າ​ຂອງ​ຊາວ​ລາວ ຊຶ່ງ​ທ່ານວັນ​ລັງ​ ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ທ່ານວັນລັງ ຄຳສຸກ (ຂວາສຸດ)
ທ່ານວັນລັງ ຄຳສຸກ (ຂວາສຸດ)

ລິງໂດຍກົງ

ທ່ານ Peter ​ເທບ​ປະ​ເສີດ ​ໂຄດ​ສົມບັດ ສະມາຊິກ​ ພປລ ອີກ​ຄົນ​ນຶ່ງ ທີ່​ເມືອງ
Mongomary ລັດ Alabama ຢູ່ທາງ​ພາກ​ໃຕ້​ຂອງ ສະຫະລັດ ກໍ​ໄດ້ເຂົ້າ​ຮ່ວມ ​ເຊັ່ນ​ກັນ
ທ່ານ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ພິທີໄຕ້ທ່ຽນໄວ້ອາໄລແກ່ຜູ່ທີ່ໄດ້ລ່ວງລັບໄປ
ພິທີໄຕ້ທ່ຽນໄວ້ອາໄລແກ່ຜູ່ທີ່ໄດ້ລ່ວງລັບໄປ

ນັ້ນ​ແມ່ນ​ການ​ສຳພາດ​ ກັບບັນດາສະມາຊິກ​ອົງການ ພັນທະ​ມິດ ​ເພື່ອ​ປະຊາທິປະ​ໄຕ​ໃນ
​ລາວ ຫລື Alliance for Democracy in Laos ທີ່​ໄດ້​ເຂົ້າ​ຮວມລາຍ​ງານ ຕໍ່​ຄະນະ​ກຳ
ມະການ ອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ດ້ານ​ສິດທິ​ມະ​ນຸດ ຢູ່​ໃນ ສປປ ລາວ.

ທ່ານສາມາດຕິດຕາມເບິ່ງລາຍງານທັງໝົດ ຢູ່ໃນໝ້າເວັບໄຊທ໌ ຂ້າງລຸ່ມນີ້້ :

http://webtv.un.org/search/lao-pdr-upr-adoption-21st-session-

http://webtv.un.org/search/lao-pdr-review-21st-session-of-universal-periodic-review/4002156194001?term=laosof-universal-periodic-review/4007131388001?term=laos

https://www.youtube.com/watch?v=czirPRYl9XE

XS
SM
MD
LG