ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ HRW ເປີດເຜີຍ ລາຍງານປະຈໍາປີ ວ່າດ້ວຍສິດທິມະນຸດ


ກຸ່ມປົກປ້ອງສິດທິມະນຸດ Human Rights Watch.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch.

















ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ໄດ້​ເປີດ​ເຜີຍ​ລາຍງານ​ປະ​ຈໍາປີ​ວ່າ​ດ້ວຍ​ສິດທິ​ມະນຸດ​ໃນ​ທົ່ວໂລກ​ຂອງ​ຕົນ​ໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງ​ສະ​ແດງພາບທີ່​ມືດ​ມົນກ່ຽວ​ກັບສະພາບ​ການ​ນັບຖື​ສິດທິ​ມະນຸດຢູ່​ໃນ​ຂົງ​ເຂດສ່ວນໃຫຍ່​ຂອງເອ​ເຊຍ​.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ HRW ກ່າວ​ວ່າ ສະຖານະ​ການ​ດ້ານ​ສິດທິມະນຸດ​ໃນ​ມຽນມ້າ​ຍັງ​ຄົງ​ຢູ່​ໃນ​ສະພາບ​ຮ້າຍ​ແຮງ​ຢູ່​ໃນ​ຊ່ວງ​ປີຜ່ານມາ ​ເຖິງ​ແມ່ນ​ມີ​ການໂອນ​ອໍານາດ​ໃຫ້​ລັດຖະບານ​ພົນລະ​ເຮືອນ​ທີ່​ໄດ້​ຮັບ​ການໜຸນ​ຫລັງ​ຈາກ​ພວກ​ທະຫານ​ນັ້ນ​ກໍ​ຕາມ. ລາຍ​ງານ​ກ່າວ​ຫາພວກທະຫານ​ວ່າ ທໍາ​ການ​ຂົ່ມຂືນຊໍາ​ເລົາ ​ທາລຸນ​ນະ​ກໍາ ​ແລະ​ສັງຫານ​ພວກພົນລະ​ເຮືອນ​ໃນ​ເຂດ​ຊົນ​ເຜົ່າ​ກຸ່ມ​ນ້ອຍ​ຕ່າງໆ ​ສ້າງ​ຄວາມ​ເສື່ອ​ມ​ເສຍ​ໃຫ້​ແກ່​ການ​ປະຕິ​ຮູບດ້ານ​ການ​ເມືອງ​ຂອງ​ລັດຖະບານຫວ່າງ​ໄວໆ​ຜ່ານ​ມາ​ນີ້.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ດັ່ງກ່າວ​ ຍັງ​ກ່າວຫາ​ລັດຖະບານ​ທີ່ມີ​ພັກການ​ເມືອງ​ພັກ​ດຽວ​ຂອງ​ຈີນ​ວ່າ ວາງ​ຂໍ້​ຈໍ​ກັດ​ຢ່າງ​ເຂັ້ມ​ງວດ​ຕໍ່​ເສ​ລິ​ພາບ​ໃນ​ການ​ອອກຄວາມ​ຄິດ​ຄວາມ​ເຫັນ ການ​ຄົບ​ຄ້າ​ສະມາຄົມ ​ແລະການ​ນັບຖື​ສາສະໜາ ແລະ​ປະຕິ​ເສດ​ຢ່າງ​ເປີດ​ແປນ​ຕໍ່​ການ​ເປັນ​ອິດ​ສະລະ​ໃນ​ລະ​ບົບຕຸ​ລາການ ​ແລະ​ອິດ​ສະລະ​ພາບ​ໃນ​ວົງ​ການ​ຂ່າວ. ​ໃນ​ຂະນະ​ດຽວ​ກັນ ລາຍ​ງານ​ກ່າວ​ວ່າ ພວກ​ພົນລະ​ເມືອງ​ຈີນພາກັນ​ຮູ້ສຶກກ່ຽວ​ກັບ​ສິດທິ​ຂອງເຂົາ​ເຈົ້າ​ຫລາຍ​ຂຶ້ນ ​ແລະ​ພາກັນ​ທ້າ​ທາຍ​ຕໍ່​ທາງ​ການຈີນ​ກ່ຽວ​ກັບ​ການ​ໃຊ້​ສິດ​ອໍານາດ​ເກີນ​ຂອບ​ເຂດ​ແລະ​ການ​ສໍ້​ລາດ​ບັງ​ຫລວງ​ນັ້ນ.

ເກົາຫລີ​ເໜືອ​ຖືກ​ກ່າວ​ຫາ​ວ່າ ທໍາ​ການລະ​ເມີດ​ສິດທິ​ພື້ນຖານ​ຂອງ​ພົນລະ​ເມືອງ​ຂອງ​ຕົນ​ຢ່າງ​ເປັນ​ລະບົບ ​ໂດຍ​ການ​ການ​ຈັບ​ກຸມ​ປະຊາຊົນ​ຕາມ​ອໍາ​ເພີ​ໃຈ ຂາ​ດການ​ດໍາ​ເນີນ​ຄະດີ​ຕາມ​ກົດໝາຍ ທໍາ​ການ​ທາລຸນ​ນະ​ກໍາ​ແລະ​ປະຕິບັດ​ຢ່າງ​ໂຫດ​ຮ້າຍ​ຕໍ່​ພວກ​ທີ່​ຖືກ​ຈັບ​ກຸມ. ກຸ່ມ​ປົກ​ປ້ອງສິດທິມະນຸດ​ດັ່ງກ່າວ​ເວົ້າ​ຕື່ມ​ວ່າ ກຸງ​ພຽງ​ຢ້າງທໍາ​ການ​ລົງ​ໂທດແບບ​ກວມ​ລວມ ຕໍ່​ພວກ​ທີ່​ກະທໍາ​ຄວາມ​ຜິດຫລາຍ​ຢ່າງ​ຕ່າງ​ກັນ ​ໂດຍ​ການ​ຈັບ​ກຸມ​ພົນລະ​ເມືອງ​ຂອງ​ຕົນ​ຫລາຍ​ພັນ​ຄົນ ​ໄປເຮັດ​ວຽກ​ສັບພະ​ທຸກ​ແບບ​ຂ້າ​ທາດໃນ​ຄ້າຍ​ກັກ​ຂັງ​ແຫ່ງ​ຕ່າງໆ ​ແລະ​ປະຫານ​ຊີວິດ​ຜູ້​ຄົນ​ເປັນໄລຍະໆ​ ຍ້ອນ​ຄວາມ​ຜິດ​ເລັກໆ​ນ້ອຍໆ ​ເຊ່ນການ​ສະ​ສົມ​ອາຫານ ​ລັກຂະ​ໂມ​ຍ​ແລະ​ຄວາມ​ຜິດ​ອື່ນໆ​ທີ່​ເອີ້ນ​ວ່າ ອາ​ຊະ​ຍາ​ກໍາ​ຕໍ່ຕ້ານ​ສັງຄົມ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ HRW ຍັງໄດ້​ບັນທຶກ​ໄວ້​ຢ່າງ​ລະອຽດ​ເຊ່ນ​ກັນ​ກ່ຽວ​ກັບ​ອັນ​ທີ່ເຂົາ​ເຈົ້າ​ເອີ້ນ​ວ່າ ການລະ​ເມີດສິດທິ​ມະນຸດ​ຢ່າງ​ຮ້າຍ​ແຮງ​ໃນອີກ​ຫລາຍ​ປະ​ເທດ ​ທີ່​ຮວມທັງໃນ​ກໍາປູ​ເຈຍ ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ​ ແລະຫວຽດນາມ​ນັ້ນ​ນໍາ.

XS
SM
MD
LG