ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການພົບຊາກສົບຄົນ ຢູ່ຫ້ອງເກັບມ້ຽນຕີນ ເຮືອບິນທະຫານ ທີ່ບິນຂຶ້ນຈາກສະໝາມບິນກາບູລ


ທະຫານສະຫະລັດຢືນຍາມ ໃນຂະນະທີ່ຊາວອັຟການິສຖານ ລໍຖ້າຢູ່ສະໜາມບິນສາກົນກາບູລ ໃນອັຟການິສຖານ ເມື່ອວັນທີ 16 ສິງກາ 2021.
ທະຫານສະຫະລັດຢືນຍາມ ໃນຂະນະທີ່ຊາວອັຟການິສຖານ ລໍຖ້າຢູ່ສະໜາມບິນສາກົນກາບູລ ໃນອັຟການິສຖານ ເມື່ອວັນທີ 16 ສິງກາ 2021.

ກອງທັບອາກາດສະຫະລັດ ໄດ້ເປີດເຜີຍລາຍລະອຽດໃໝ່ທີ່ໜ້າເສົ້າສະຫລົດໃຈ ໃນ
ວັນອັງຄານວານນີ້ ຈາກຄວາມສົນລະວົນ ໃນການຍົກຍ້າຍຄົນອອກຈາກສະໜາມບິນ
ສາກົນນະຄອນກາບູລນຶ່ງມື້ກ່ອນໜ້ານັ້ນໂດຍກ່າວວ່າ ຊາກສົບຄົນໄດ້ ຖືກພົບເຫັນຢູ່
ໃນຫ້ອງໄວ້ຕີນເຮືອບິນທະຫານ ທີ່ພວກພົນລະເຮືອນພາກັນແລ່ນ ຜ່າຍໜີດ້ວຍຄວາມ
ຢ້ານກົວພວກກະບົດຕາລິບານ.

ໂຄສົກກອງທັບອາກາດ ທ່ານນາງແອນ ສະເຕີຟາເນັກ (Ann Stefanek) ກ່າວຢູ່ໃນ
ຖະແຫຼງການ ທີ່ນໍາອອກເຜີຍແຜ່ໃນວັນອັງຄານວານນີ້ວ່າ “ຍິ່ງໄປ ກວ່ານັ້ນ ວີດີໂອທີ່
ເຫັນຢູ່ໃນອອນລາຍ ແລະລາຍງານຂ່າວນັ້ນ ຊາກສົບໄດ້ ຖືກພົບເຫັນ ຢູ່ໃນຫ້ອງໄວ້
ຕິນເຮືອບິນ C-17

ຫຼັງຈາກໄດ້ລົງຈອດຢູ່ທີ່ຖານ ທັບອາກາດອາລ ອູເດດ (Al Udeid) ທີ່ປະເທດກາຕາ.
ປັດຈຸບັນນີ້ເຮືອບິນ ກຳລັງຈອດໄວ້ເພື່ອໃຫ້ເວລາສຳລັບການເກັບສົບແລະກວດເບິ່ງ
ເຮຶອບິນກ່ອນ ກັບຄືນໄປບິນປະຕິບັດງານ.

ເຈົ້າໜ້າທີ່ສະຫະລັດຄົນນຶ່ງທີ່ກ່າວຕໍ່ວີໂອເອ ໂດຍບໍ່ປະສົງອອກຊື່ ໄດ້ເວົ້າເຖິງຄວາມ
ເປັນໄປໄດ້ ທີ່ວ່າສ່ວນບຸກຄົນດັ່ງກ່າວ ອາດປີນເຂົ້າໄປຢູ່ໃນຫ້ອງໄວ້ຕີນ ເຮືອບິນ
C-17 ກ່ອນທີ່ເຮືອບິນ ບິນຂຶ້ນ ໃນວັນຈັນແລ້ວນີ້.

ວີດີໂອ ທີ່ໄດ້ເຜີຍແຜ່ຈາກສະໜາມບິນ ໃນສື່ສັງຄົມ ໄດ້ສະແດງໃຫ້ເຫັນຄວາມ ບໍ່ເປັນ
ລະບຽບ ແລະຄວາມສິ້ນຫວັງ ຮວມທັງຊາວອັຟການິສຖານບາງຄົນ ພາ ກັນເກາະຢູ່
ຕາມຂ້າງເຮືອບິນທະຫານສະຫະລັດ ແລະອັນທີ່ປາກົດວ່າມີສອງຄົນ ໄດ້ຕົກລົງມາ
ຈາກເຮືອບິນທະຫານ ຫຼັງຈາກໄດ້ບິນຂຶ້ນໄປແລ້ວ.

ທ່ານນາງສະເຕີຟາເນັກໄດ້ກ່າວເພີ້ມຢູ່ໃນຖະແຫຼງການວ່າ ຫ້ອງການສືບສວນພິເສດ
ຂອງກອງທັບອາກາດ (OSI) ກຳລັງທົບທວນເບິ່ງເຫດການ ແລະທຳການສືບສວນ
ຊຶ່ງໄດ້ມີການລາຍງານເປັນເທືຶ່ອທຳອິດ ໂດຍວີໂອເອ.

((https://twitter.com/CarlaBabbVOA/status/1427354675603546120?s=20 ))

ທ່ານນາງກ່າວວ່າ “ການທົບທວນຂອງອົງການ OSI ຈະເປັນທີ່ລະອຽດ ເພື່ອ ຄ້ຳປະ
ກັນວ່າ ພວກເຮົາເກັບກຳເອົາຄວາມຈິງກ່ຽວກັບໂສກນາດຕະກຳດັ່ງກ່າວ. ຫົວໃຈຂອງ
ພວກເຮົາ ແມ່ນຢູ່ກັບບັນດາຄອບຄົວຂອງຜູ້ເສຍຊີວິດ.”

ໃນຂະນະດຽວກັນ ກອງທັບສະຫະລັດ ກຳລັງຕິດຕໍ່ກັບພວກຕາລິບານຂະນະທີ່ ມີການ
ຍົກຍ້າຍຊາວອາເມຣິກັນ ແລະບັນດາພັນທະມິດໃນອັຟການິສຖານໂດຍ ທາງອາກາດ
ຢ່າງຮີບດ່ວນ ອອກຈາກສະໜາມບິນສາກົນ ໃນນະຄອນກາບູລ ອີງຕາມຄຳເວົ້າຂອງ
ພວກເຈົ້າໜ້າທີ່ທຳນຽບຫ້າແຈ ໃນວັນອັງຄານວານນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG