ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Hugh Hefner ຜູ້ສ້າງຕັ້ງ Playboy ເສຍຊີວິດ ລວມອາຍຸ ໄດ້ 91 ປີ


ຜູ້ຈັດພິມວາລະສານ ຊາວອາເມຣິກັນ, ຜູ້ສ້າງຕັ້ງ ແລະ ຫົວໜ້າຝ່າຍຄວາມຄິດສ້າງສັນ ຂອງບໍລິສັດ Playboy ທ່ານ Hugh Hefner ຢູ່ທີ່ເຮືອນພັກຂອງເພິ່ນ ເຄຫາສະຖານ Playboy ໃນເມືອງ Beverly Hills, ລັດ California, ວັນທີ 13 ຕຸລາ 2011.
ຜູ້ຈັດພິມວາລະສານ ຊາວອາເມຣິກັນ, ຜູ້ສ້າງຕັ້ງ ແລະ ຫົວໜ້າຝ່າຍຄວາມຄິດສ້າງສັນ ຂອງບໍລິສັດ Playboy ທ່ານ Hugh Hefner ຢູ່ທີ່ເຮືອນພັກຂອງເພິ່ນ ເຄຫາສະຖານ Playboy ໃນເມືອງ Beverly Hills, ລັດ California, ວັນທີ 13 ຕຸລາ 2011.

ທ່ານ Hugh Hefner ຜູ້ສ້າງຕັ້ງ ວາລະສານ Playboy ໄດ້ເສຍຊີວິດແລ້ວ ລວມອາຍຸ
ໄດ້ 91 ປີ.

ທ່ານ ໄດ້ເປີດໂຕ ວາລະສານ Playboy ໃນປີ 1953 ສະບັບທີ່ໄດ້ນຳສະເໜີ ຮູບໂປ້
ຂອງນາງ Marilyn Monroe ຜູ້ເປັນນັກສະແດງ ແລະ ນາງແບບ ແລະ ໄດ້ຊ່ອຍຊຸກຍູ້
ການປະຕິວັດ ໃນທັດສະນະ ກ່ຽວກັບເລື່ອງເພດ ໃນຂະ ນະທີ່ວາລະສານນີ້ ໄດ້ບັນລຸ
ຈຸດສູງສຸດ ໂດຍມີຜູ້ຈັບຈອງຫຼາຍກວ່າ 7 ລ້ານຄົນ ພາຍໃນຊ່ວງປີ 1970.

ບໍລິສັດ Playboy ໄດ້ກ່າວວ່າ ທ່ານ Hefner ໄດ້ເສຍຊີວິດ ໃນວັນພຸດວານນີ້ ຍ້ອນ​
ໂຣກຊະລາ ຢູ່ທີ່ບ້ານ​ພັກ Playboy ໃນນະຄອນ Los Angeles ລັດ California.

ນອກເໜືອໄປຈາກວາລະສານແລ້ວ ເຄື່ອງໝາຍ Playboy ໄດ້ແຜ່ກະຈາຍ ເຂົ້າໄປ
ໃນ ອານາຈັກຂອງສື່ມວນຊົນຕ່າງໆ ທັງຫຼາຍ ເຊິ່ງໃນບາງຄັ້ງບາງຄາວ ທີ່ລວມທັງ
ການພິມວາລະສານຫຼາຍສະບັບ ຢູ່ໃນ 20 ປະເທດ ໃນສະຖານທີ່ບັນເທິງຕ່າງໆ
ໃນສະຖານທີ່ການພະນັນ ໃນເຄືືອຂ່າຍໂທລະພາບ ແລະ ໃນບໍລິສັດຜະລິດຮູບເງົາ. ນອກຈາກຮູບໂປ້ຕ່າງໆແລ້ວ ວາລະສານ ຍັງປະກອບດ້ວຍບົດຂຽນ ຈາກນັກກປະພັນ
ທີ່ມີຊື່ສຽງຕ່າງໆ ເຊັ່ນວ່າ ທ່ານ Ray Bradbury, ທ່ານ John Updike, ທ່ານ Vladimir Nabokov ແລະ ທ່ານນາງ Joyce Carol Oates.

ທ່ານ Hefner ເອງ ໄດ້ສະແດງຢູ່ໃນລາຍການໂທລະພາບເລື່ອງຈິງ ຊື່ວ່າ “The Girls
Next Door”
ມາໄດ້ 5 ປີ ເຊິ່ງເປັນເລື່ອງກ່ຽວກັບ ຊີວິດຂອງທ່ານຢູ່ທີ່ບ້ານ​ພັກ Playboy
ພ້ອມກັນກັບ ພວກນາງແບບ ຢູ່ໃນວາລະສານ ຈຳນວນນຶ່ງ ຜູ້ທີ່ອາໄສຢູ່ບ້ານ​ພັກແຫ່ງນີ້.

ທ່ານເປັນຜູ້ທີ່ຮູ້ຈັກກັນດີ ສຳລັບ ທ່າທາງຂອງທ່ານ ໃນການໃສ່ຊຸດນອນຜ້າໄໝ ພ້ອມ
ກັບເສື້ອໃຫຍ່ ແລະ ກອກ ແລະ ເປັນຊີວິດ ທີ່ສະແຫວງຫາແຕ່ຄວາມສຸກ ທີ່ສະໜຸກ ສະໜານໄປພ້ອມໆກັບ ງານລ້ຽງຕ່າງໆ ຢູ່ທີ່​ບ້ານ​ພັກຂອງທ່ານນັ້ນ.

ທ່ານ Hefner ໄດ້ແຕ່ງງານ 3 ຄັ້ງ ແລະ ມີລູກ 4 ຄົນ.

Hugh Hefner Obituary
please wait
Embed

No media source currently available

0:00 0:00:27 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG