ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

24 ຄົນ ເສຍຊີວິດ ແລະ ຫລາຍຮ້ອຍບາດເຈັບ ໃນເຫດແກັສລະເບີດຄັ້ງໃຫຍ່ ທີ່ໄຕ້ຫວັນ (ວີດີໂອ/ສະໄລດ໌)


ທີ່ໄຕ້​ຫວັນ ການ​ປະຕິບັດ​ງານ​ຊອກ​ຫາແລະ​ກູ້​ໄພ ​ໄດ້​ດຳ​ເນີນ​ຕໍ່​ໄປ
ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້ ຫລັງ​ຈາກ​ເກີດ​ເຫດ​ແກັ​ສລ​ະ​ເບີດ​ຕໍ່​ເນື່ອງ
ກັນຢ່າງ​ແຮງ ​ຢູ່ເມືອງທ່າ Kaohsiung ຂອງ​ໄຕ້​ຫວັນ ​ໃນ​ຕອນ​
ແລງ​ວັນ​ພະຫັດ​ວານ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ ​ແລະ​ໄດ້​
ຮັບ​ບາດ​ເຈັບ 270 ຄົນ.

ນາຍົກລັດຖະມົນຕີໄຕ້​ຫວັນ ທ່ານ Jian Yi-huah ກ່າວ​ວ່າ ເຫດ
ລະ​ເບີດຢ່າງ ​ໜ້ອຍຫ້າ​ເທຶຶ່ອ ​ໄດ້​ສະ​ເທືອນ​ໂຕ​ເມືອງ ທີ່​ມີ​ພົນລະ​
ເມືອງ 2 ລ້ານ 8 ​ແສນ​ຄົນ ນັ້ນ ​ແລະ​ວ່າ ​ທະຫານຫລາຍ​ຮ້ອຍ​ຄົນ
​ໄດ້ຮ່ວມ​ຊ່ວຍ​ເຫລືອ​ ໃນ​ຄວາມພະຍາຍາມກູ້​ໄພ.

ສຳນັກງານ​ຂ່າວ​ກາງ​ ຫລື CNA ຂອງໄຕ້​ເປ ​ໄດ້ອ້າງ​ຄຳ​ເວົ້າຂອງປະທານາທິບໍ​ດີ Mah Yong-jeou ທີ່​ກ່າວວ່າ ​ເຫດລະ​ເບີດຄັ້ງ​ນີ້​ແມ່ນ​ພົວພັນ​ກັບ​ແກັສຮົ່ວ​ໄຫລ ຢູ່​ໃນ​ລະບົບ
ລະບາຍສິ່ງ​ໂສ​ໂຄກ ໃນເຂດ​ Cianjhen ຂອງເມືອງ. ​ແຕ່​ລາຍ​ງານ​ຂອງ CNA ​ເວົ້າ​ວ່າ
ສາ​ເຫດ ຍັງ​ບໍ່​ໄດ້ຮັບ​ການ​ຢືນຢັນ​ໃນ​ທັນ​ທີນີ້​ເທື່ອ ແລະ​ວ່າ ​ຄວາມ​ພະຍາຍາມ​ຊອກ​ຄົ້ນ​ຫາ
ແລະ​ກູ້​ໄພ ຍັງດຳ​ເນີນມາ​ຈົນ​ຮອດ​ເຊົ້າ​ວັນ​ສຸກ​ມື້​ນີ້.

​ໂທລະພາບ​ທ້ອງ​ຖິ່ນ ສະ​ແດງ​ໃຫ້​ເຫັນພາບ​ໄຟໄໝ້​ລາມ ​ໄປ​ຕາມຖະໜົນຫົນ ທາງ​ຂ​ອງ​ເມືອງ ​ແລະ​ສ້າງ​ຄວາມ​ເສຍ​ຫາຍໃຫ້ແກ່​ລົດ​ລາ ຖະໜົນ​ເຕັມ​ໄປ​ດ້ວຍ​ຊາກ​ຮັກ​ພັງ​ ​ໃກ້​ກັບ​ບ່ອນເກີດລະ​ເບີດ. ລາຍ​ງານ​ກ່າວ​ວ່າ​ ​ແຮງລະ​ເບີດ​ເທຶ່ອ​ທຳ​ອິດ ​ຍັງໄດ້​ເຮັດ​ໃຫ້​ຕົ້ນ​ໄມ້ຫັກ​ລົງ ​ແລະ​ກະຈົກ​ປ່ອງ​ຢ້ຽມ​ແຕກກະຈາຍ ​ໄປ​ທົ່ວບໍລິ​ເວນ​ອັນ​ກ້ວາງ​ໃຫຍ່.

TAIWAN EXPLOSIONS VO
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG