ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເສຍຊີວິດ 2 ຄົນ ແລະ ບ້ານເຮືອນ 500 ຫລັງ ວອດວາຍ ຍ້ອນໄຟໄໝ້ ຢູ່ Chile ​


ພວກພະນັກງານມອດໄຟ ຢືນຢູ່ຂ້າງບ້ານເຮືອນ ທີ່ຖືກທຳລາຍ
ໃນຂະນະທີ່ໄຟກຳລັງລາມ ໄປສູ່ເຂດເມືອງ Valparaiso, ປະເທດ Chile, ວັນທີ 13 ເມສາ 2014.
ພວກພະນັກງານມອດໄຟ ຢືນຢູ່ຂ້າງບ້ານເຮືອນ ທີ່ຖືກທຳລາຍ ໃນຂະນະທີ່ໄຟກຳລັງລາມ ໄປສູ່ເຂດເມືອງ Valparaiso, ປະເທດ Chile, ວັນທີ 13 ເມສາ 2014.
ທີ່ປະ​ເທດ Chile ​ໄດ້​ເກີດ​ເຫດ​ໄຟ​ໄໝ້​ຂະໜາດ​ໃຫຍ່ໃນ​ເມືອງ ​ທ່າ Valparaiso ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ 2 ຄົນ ​ແລະ​ທຳລາຍ​ບ້ານ​ເຮືອນ 500 ຫລັງ ​ໃນຄືນ​ວັນເສົາ​ວານ​ນີ້.

​ເວລາ​ນີ້ ​ເຊົ້າ​ວັນ​ອາທິດ ພວກ​ພະນັກງານມອດ​ໄຟ​ ຍັງ​ກຳລັງ​ພະຍາ ຍາມຄວບ​ຄຸມ​ໄຟ​ໄໝ້​ນັ້ນ​ຢູ່ ​ໃນ​ຂະນະ​ທີ່​ກະ​ແສ​ລົມ​ຈາກ​ແຄມ​ຝັ່ງ​ມະຫາ​ສະມຸດ​ປາຊີ​ຟິກ ທີ່ພັດ​ເຂົ້າ​ມາ ເຮັດ​ໃຫ້​ໄຟໄໝ້​ແຮງ​ຂຶ້ນ​ອີກ. ນອກ​ນັ້ນ ພື້ນທີ່​ຂອງ​ເມືອງຍັງ​ຂັດຂວາງ​ວຽກ​ງານ​ຂອງ​ພວກ​ມອດ​ໄຟ​ນຳ ​ເພາະວ່າ​ເມືອ​ງ Valparaiso ​ແມ່ນ​ຫ້ອມ​ລ້ອມ​ໄປ​ດ້ວຍ​ພູຊັນໆ ທີ່​ປະຊາຊົນ​ສ່ວນ​ໃຫຍ່​ອາ​ໄສ​ຢູ່.

ປະທານາທິບໍດີ Chile ທ່ານ​ນາງ Michele Bachelet ​ໄດ້​ປະກາດ​ພາວະ​ສຸກ​ເສີນ ​ແລະ​ສັ່ງ​ໃຫ້​ທະຫານ​ອອກ​ປະຈຳການ​ຢູ່​ຕາມ​ຖະໜົນ​ຫົນທາງ ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແລະ​ປ້ອງ​ກັນ​ການ​ລັກຂະ​ໂມ​ຍ. ​ໄດ້​ມີ​ການ​ຍົກຍ້າຍ​ປະຊາຊົນ​ອອກ​ຈາກ​ບ້ານ​ເຮືອນ 5 ພັນ​ຄົນ ​ໄປ​ຢູ່​ບ່ອນ​ພັກ​ເຊົາ​ຊົ່ວຄາວ ທີ່ທາງ​ການ​ໄດ້ຈັດ​ຂຶ້ນ.
XS
SM
MD
LG