ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈຳນວນຄົນເສຍຊີວິດ ຍ້ອນອັກຄີໄພຮ້າຍແຮງ ທີ່ປະເທດ ຊີເລ ເພີ້ມຂຶ້ນ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ດັບເພິງກຳລັງ ປະຕິບັດງານມອດໄຟ ທີ່ເມືອງ Valparaiso, ທາງກ້ຳຕາເວັນຕົກສຽງເໜືອ ຂອງ ນະຄອນຫລວງ Santiago ຂອງປະເທດ ຊີເລ.
ເຈົ້າໜ້າທີ່ດັບເພິງກຳລັງ ປະຕິບັດງານມອດໄຟ ທີ່ເມືອງ Valparaiso, ທາງກ້ຳຕາເວັນຕົກສຽງເໜືອ ຂອງ ນະຄອນຫລວງ Santiago ຂອງປະເທດ ຊີເລ.
ບັນດາ​ເຈົ້າ​ໜ້າ​ທີ່ ຊີ​ເລ ກ່າວ​ວ່າ ​ໄຟໄໝ້ຄັ້ງ​ໃຫຍ່​ ທີ່​ເກີດ​
ຂຶ້ນ​ໃນ​ມື້​ວັນ​ເສົາ​ນັ້ນ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ
12 ຄົນ ​ແລະ​ໄດ້​ທຳລາຍ​ເຮືອນ​ຊານ​ຢ່າງ​ໜ້ອຍ 2,000
ຫລັງ ຢູ່​ເມືອງ​ທ່າ​ Valparaiso ຊຶ່ງ​ຕັ້ງ​ຢູ່​ປະມານ 120
ກິ​ໂລແມັດ​ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ ຂອງ​ເມືອງ
​ຫລວງ Santiago​.

ແລງ​ວັນ​ອາທິດ​ວານ​ນີ້ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ປະກາດ ​ຈຳ​
ນວນຜູ້​ເສຍ​ຊີວິດວ່າ ມີ 16 ຄົນ ​ແຕ່​ໄດ້​ປັບ​ໂຕ​ເລກ​ລົງ​ ​
ໃນ​ເວລາ​ຕໍ່​ມາ. ຫລາຍ​ກວ່າ 10,000 ຄົນ​ໄດ້​ຖືກຍົກ​ຍ້າຍ
ຈາກບ້ານ​ເຮືອນຮວມ​ທັງ​ພວກນັກ​ໂທດ​ຜູ້​ຍິງ ຫລາຍກວ່າ
200 ຄົນ ຢູ່​ໃນ​ຄຸກແຫ່ງ​ນຶ່ງ.

​ໄຟ​ໄດ້​ເລີ້ມ​ໄໝ້ຂຶ້ນ ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ຢູ່​ໃນ​ບໍ​ລິ​ເວນ​ປ່າແຫ່ງ​ນຶ່ງ ​ຢູ່​ເໜືອເຂ​ດ ທີ່​ມີ​
ເຮືອນຕູ​ບ ​ຈຳນວນຫລວງ​ຫລາຍ​ ທີ່​ປຸກຢູ່ເທິງ​ພູ ຫລາຍໆ​ໜ່ວຍຂອງ​ເມືອງ.

ບັນດາ​ໜ່ວຍ​ດັບ​ເພີງ ຍັງກຳລັງ​ພາກັນ​ດີີ້ນ​ລົນຄວບ​ຄຸມ​ໄຟຢູ່ ​ໃນ​ຂະນະ​ທີ່​ລົມ ​ທີ່ພັດມາ​
ຈາກ​ຝັ່ງ​ມະຫາ​ສະມຸດປາຊິ​ຟິກ ຊ່ວຍ​ເປົ່າ​ໄຟ​ໃຫ້​ໄໝ້​ລາມ​ຕໍ່​ໄປ. ບັນດາ​ພະນັກງານ​ມອດ
​ໄຟຢູ່​ໜ້າດິນ ​ໄດ້​ຮັບ​ການ​ຊ່ວຍເຫລືອ​ຈາກ ​ເຮືອບິນ​ຫລາຍ​ສິບ​ລຳ ທີ່​ພາກັນ​ເທ​ນຳ້ ລົງ​
ມາໃສ່​ ຈຸດຕ່າງໆ​ທີ່​ໄຟກຳລັງ​ລຸກ​ໄໝ້ຢ່າງຮ້າຍ​ແຮ​ງ.

ປະທານາທິບໍດີ ຊີ​ເລ ທ່ານ​ນາງ Michele Bachelet ​ໄດ້​ປະກາດ​ພາວະ​ສຸກ​ເສີນ ​ແລະ​
ໄດ້ສົ່ງ​ທ​ະຫານ​ອອກ​ໄປ​ປະຈຳການ ​ຢູ່​ຕາມ​ຖະໜົນ​ຫົນທາງ ​ເພື່ອ​ຮັກສາ​ຄວາມ​ເປັນ​ລະ
​ບຽບຮຽບຮ້ອຍ ​ແລະ​ປ້ອງ​ກັນ​ການ​ລັກ​ເຄື່ອງ​ເອົາຂອງ. ພວກ​ເຈົ້າ​ໜ້າ​ທີ່ໄດ້​ຈັດ​ຕັ້ງບ່ອນ
ຢູ່​ຊົ່ວຄາວ ​ໃຫ້​ພວກ​ຫລົບ​ໄພ.

​ ເມືອງ Valparaiso ທີ່ຊາວ​ເມືອງ ຈຳນວນ 250,000 ຄົນ ພາກັນ​ປຸກ​ເຮືອນ ຢູ່່​ຕາມ
ຕ້າຍ​ພູ​ຢ່າງ​ໜ້າ​ແໜ້ນ ​ເຮັດ​ໃຫ້ຕ້າຍ​ພູເຕັມ​ໄປ​ດ້ວຍ​ເຮືອນ​ຊານ​ທີ່​ມີ​ສີສັນ​ຕ່າງໆນັ້ນ ​ໄດ້
ຖືກ ອົງການ​ເສດຖະກິດ ວິທະຍາສາດ ​ແລະ​ວັດ​ຖະນະ​ທຳ ຂອງ​ສະຫະ​ປະຊາ​ຊາດ ຫລື
UNESCO ​ຈັດ​ໃຫ້ເປັນເມືອງ​ມໍລະດົກ​ໂລກ.
CHILE FIRE VO
please wait
Embed

No media source currently available

0:00 0:01:06 0:00
XS
SM
MD
LG