ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ການໂຄສະນາຊວນເຊື່ອ ທີເປັນແວ່ນແຍງ ໄດ້ສູນເສຍ ຫລຸດຄ່ານິຍົມລົງຢ່າງໃຫຍ່ ຢູ່ໃນສະໜາມລົບ


Huge Decline in ISIS Propaganda Mirrors Losses on Battlefield
please wait

No media source currently available

0:00 0:02:57 0:00

ໃນຂະນະທີ່ກຸ່ມລັດອິສລາມ ພວມຈະຮັບການປະລາໄຊ ຢູ່ໃນດິນແດນຊຶ່ງເມືອກ່ອນ ເປັນເຂດຄວບຄຸມທີ່ສຳຄັນຢູ່ໃນຊີເຣຍ ແລະອີຣັກນັ້ນ ຄວາມພະຍາຍາມຂອງກຸ່ມດັ່ງ
ກ່າວ ທີ່ຈະເອົາຊະນະສົງຄາມຂໍ້ມູນ ກໍປະສົບກັບຄວາມລົ້ມແຫລວເຊັ່ນກັນ. ບັນດາ
ນັກວິເຄາະກ່າວວ່າ ການໂຄສະນາຊວຍເຊື່ອຂອງກຸ່ມລັດອິສລາມ ຫຼືໄອຊິສ ເຫັນວ່າ
ໄດ້ ຫລຸດ​ລົງ​ຢ່າງ​ໃຫຍ່​ ໃນໄລຍະ​ຫລາຍ​ເດືອນ​ຜ່ານມາ​ນີ້. ​ໃນ​ຂະນະທີ່​ພວກ​ໂຄສະນາ
​ຊວນ​ເຊື່ອຂອງກຸ່ມດັ່ງກ່າວ ບໍ່​ສາມາດ​ທີ່​ຈະທຳທ່າ​ໄດ້ຕໍ່ໄປວ່າ ​ຕົນເປັນຜູ້ຊະນະ​ທາງ​
ທະຫານນັ້ນ ​ເຂົາ​ເຈົ້າກໍ​ກຳລັງ​ປ່ຽນ​ຄວາມ​ສົນ​ໃຈໄປໃສ່ການຊັກ​ຊວນໃຫ້ມີ​ການໂຈມ​ຕີ​ຢູ່ໃນຕ່າງປະ​ເທດ. ນັກ​ຂ່າວ ວີ​ໂອ​ເອ ເຮັນຣີ ຣິຈແວລ ໄດ້ໂອ້ລົມກັບ​ຜູ້​ຊ່ຽວຊານດ້ານ
​ກໍ່​ການ​ຮ້າຍ ທີ່​ໄ​ດ້ຕິດຕາມ​ເບິ່ງການ​ປ່ຽ​ນແ​ປງ ຢູ່​ໃນ​ສົງຄາມສື່​ມວນ​ຊົນຂອງກຸ່ມ​ລັດ​ອິສ
ລາມ ຊຶ່ງ​ກິ່ງ​ສະຫວັນ ຈະ​ນຳເອົາລາຍລະອຽດ ​ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:04:31 0:00
ລິງໂດຍກົງ

ວີ​ດີ​ໂອ ທີ່​ຫາກໍຜະລິດ​ຫວ່າງ​ມໍ່ໆ​ມາ​ນີ້​ ໂດຍ​ອົງການ​ສື່ມວນ​ຊົນ​ຂອງກຸ່ມ​ລັດ​ອິສລາມ.

ທ່ານຊາລີ ວິນເຕີ ຈາກ​ສູນ​ກາງການ​ສຶກສານາໆຊາດກ່ຽວ​ກັບຫົວ​ຮຸນ​ແຮງ ກ່າວ​ວ່າ
“​ເບິ່ງຄື​ວ່າ​ ນີ້​ແມ່ນເມືອງ ຣັກກາ. ​ເຂົາ​ເຈົ້າ​ພະຍາຍາມ​ວາດພາບ ໃຫ້​ເຫັນວ່າ ທະ
ຫານຂອງກຸ່ມ​ລັດ​ອິສລາມ ຍັງ​ເປັນ​ມືອາ​ຊີບ ມີ​ຄວາມສາມາດ ​ເປັນ​ອົງກອນທີ່ໄດ້ຮັບ
ການຄ້ຳຈຸນເປັນຢ່າງດີ. ​ແຕ່​ຂ້າພະ​ເຈົ້າ​ໝາຍ​ຄວາມວ່າ ນີ້​ແມ່ນ​ສາມ​ຄົນ ຢູ່​ໃນ​ລົດ
​ບັນທຸກ​ຄັນ​
ນຶ່ງໃນ​ເມືອງ​ຮ້າງ.​ມັນ​ແມ່ນຫຼາຍໆ​ໄມ​ລ໌ຫ່າງຈາກ​ບ່ອນທີ່​ເຂົາ​ເຈົ້າ​ເຄີຍ​ຢູ່.”

ທ່ານຊາລີ ວິນເຕີ ​ໄດ້​ສຶກສາ​ກ່ຽວ​ກັບ​ການ​ໂຄສະນາ​ຊວນ​ເຊື່ອ​ຂອງກຸ່ມລັດ​ອິສລາມ ນັບ
​ແຕ່​ກຸ່ມ​ດັ່ງກ່າວໄດ້ເລີ້ມຕົ້ນມາ.

ທ່ານວິນເຕີ ກ່າວ​ວ່າ “ກຸ່ມລັດ​ອິສລາມ ​ໄດ້​ມີປະສິດທິ​ຜົນ ​ໜ້ອຍກວ່າ​ທີ່ເຄີຍເປັນ​ມາ
ກ່ອນ. ຂ້າພະ​ເຈົ້າ​ໝາຍ​ຄວາ​ມວ່າ ​ມັນ​ເກືອບເປັນຄືກັນກັບ​ວ່າ ມີຜູ້​ໃດ​ຜູ້​ນຶ່ງ​ໄດ້​ກົດ​ໃຫ້
ມີການມິດ​ງຽບ ຕໍ່ການໂຄສະນາ​ຊວນ​ເຊື່ອ.​ ​ແຕ່​ວ່າ​ໃນ​ເດືອນ​ຕຸລາຊຶ່ງ​ເປັນ​ເວລາ​ທີ່ກຸ່ມ
ດັ່ງກ່າວໄດ້ມິດ​ງຽບລົງ​ຢ່າງ​ກະທັນຫັນແຫ້ໆ ​ແລະ​ຂ້າພະ​ເຈົ້າ​ຄິດວ່າ ມັນເປັນຍ້ອນສູນ​
ກາງ​ສື່ມວນຊົນ ຫລື​ສູນ​ກາງ​ຂ່າວ​ສອງ​ສາມ​ແຫ່ງ ​ທີ່​ຢູ່ອ້ອມ​ແອ້ມ​ເມືອງຣັກກ່ ​ແລະມາ
ຍາດິນ ​ໃນ​ຊີ​ເຣຍ​ໄດ້ຖືກທຳລາຍເປັນການ ​ສະ​ເພາະ.”

ດິນ​ແດນ​ທີ່ຍຶດ​ຄອງ​ໂດຍກຸ່ມ​ລັດ​ອິສລາມ ​ໄດ້​ຫລຸດ​ລົງ​ເຫລືອ​ຢູ່ເປັນເຂດເລັກເຂດນ້ອຍ
ທີ່​ຕົນ​ເຄີຍໄດ້​ຄວບ​ຄຸມ​ເມື່ອ​ນຶ່ງ​ປີ​ກ່ອນ. ​ເພາະສະ​ນັ້ນ ມັນຈຶ່ງມີແຫຼ່ງວັດຖຸທີ່​ໜ້ອຍລົງ​ຈາກ
​ອັນ​ທີ່​ສາມາດ​ສ້າງ​ສື່​ມວນ​ຊົນ​ຂອງ​ຕົນໄດ້.

ກຳລັງ​ແນວ​ໂຮມ​ທີ່​ສູ້​ລົບກັບກຸ່ມໄອ​ຊິ​ສ ກໍ​ໄດ້​ຮຽນຮູ້​ເຖິງ​ຄວາມສຳຄັນ​ຂອງ​ການ​ໂຄສະນາ​
ຊວນ​ເຊື່ອຂອງ​ເຂົາ​ເຈົ້າ. ທັງທາງພາກພື້ນ​ດິນ ​ແລະ​ທາງອອນໄລນ໌ການ​ປະຕິບັດ​ງານ
ດ້ານສື່​ມວນ​ຊົນ ​ຂອງກຸ່ມດັ່ງກ່າວ ​ໄດ້​ຕົກເປັນເປົ້າໃນການໂຈມຕີ. ທ່ານວິນເຕີກ່າວ​ວ່າ
ພວກ​ຫົວ​ຮຸ​ນ​ແຮງ​ກຳລັງຊັ່ງຊາເບິ່ງຄວາມ​ຄາດ​ຫວັງ ໃນການໄດ້ຮັບໄຊຊະນະຂອງຜູ້​ຕິດ
ຕາມ​ເຂົາ​ເຈົ້າ ຈາກ​ຄວາມ​ຝັນ​ໃນການ​ເປັນລັດ​ອິສລາມ ກັບ​ພຽງ​ແຕ່​ຢູ່​ລອດມາໄດ້.

ທ່ານວິນເຕີ ກ່າວ​ວ່າ “​ເຖິງ​ແມ່ນກຸ່ມດັ່ງກ່າວ​ບໍ່​ມີດິນ​ແດນ ​ແຕ່ກໍ​ຍັງ​ມີ​ແນວ​ຄິດ ຍັງ​ມີຜູ້​
ໃຫ້ການ​ສະໜັບສະໜູນ ຍັງ​ມີ​ຜູ້ທີ່ມີຄວາມ​ເຊື່ອ​ຢ່າງແທ້​ຈິງ ສະຫຼະຊີວິດຂອງເຂົາເຈົ້າ
​ໃນຊື່​ຂອງກຸ່ມດັ່ງກ່າວ.

ໃນ​ປີ​ກ່ອນໆ ​ການ​ໂຄສະນາ​ຊວນເຊື່ອ​ຂອງ​ກຸ່ມໄອ​ຊິ​ສ ​ໄດ້​ແນ​ໃສ່​ການ​ຫລອກ​ລໍ້​ເອົາຊາວ
​ຕ່າງປະ​ເທດ​ຜູ້ທີ່ມີຄວາມເຊື່ອ​ ໃຫ້​ຢູ່​ໃນ​ໂລກ​ແຫ່ງ​ຄວາມ​ຝັນ​ຂອງກຸ່ມ​ລັດ​ອິສລາມ.

ທ່ານວິນເຕີ ກ່າວ​ວ່າ “ກຸ່ມດັ່ງກ່າວບໍ່​ໄດ້​ຮຽກຮ້ອງໃຫ້​ຜູ້​ຄົນ​ເດີນທາງ​ໄປ​ອີຣັກ ​ແລະ​
ຊີ​ເຣຍອີກ​ແລ້ວ. ​ແຕ່ເຂົາ​ເຈົ້າກຳລັງ​ພະຍາຍາມ​ເພີ້​ມ​ຂຶ້ນ ຢາກໃຫ້ຜູ້​ຄົນ​ປະຕິບັດງານ
ໂຈມຕີ ຢູ່​ໃນປະ​ເທດທີ່ເປັນບ້ານເກີດ ຂອງ​ເຂົາ​ເຈົ້າແທນ.”

ນັ້ນ​ແມ່ນ​ສິ່ງທີ່ການໂຄສະນາ​ຊວນເຊື່ອ ທີ່ກຸ່ມລັດ​ອິສລາມ ພະຍາຍາມ​ອ້າງ​ເອົາຜົນສຳ​
ເລັດ. ​ເຖິງ​ແມ່ນ​ວ່່າ​ບໍ່ມີ​ຫລັກ​ຖານພົວພັນໂດຍ​ກົງ​ຫຍັງຫລາຍ ແຕ່ກຸ່ມ​ດັ່ງຮ້ອງໂຮ​ວ່າ
ຕົນ​ມີີ​ຄວາ​ມສາມາດໃນການ​ຊັກ​ຊວນ​ໃຫ້ມີການໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່​ທຸກ​ຫົນ​ແຫ່ງ​ໃນ
​ໂລກ ​ເຊັ່ນ​ວ່າ​ການ​ໃຊ້​ລົດ​ໂຈມຕີ​ຫລາຍໆຄັ້ງ​ຢູ່ໃນ​ນະຄອນ ຫລວງ​ລອນ​ດອນ ​ແລະເມືອງ
​ຕ່າງໆ​ໃນ​ຢູ​ໂຣບ ​ແລະ​ຢູ່ໃນ​ນະ​ຄອນ​ນິວຢອກ​ເມື່ອ​ເດືອນ​ຕຸລາ​ທີ່​ຜ່ານ​ມາ.

ນັ້ນ​ໄດ້ເຮັດໃຫ້ສື່ມວນຊົນໂລກ ​ມີຄວາມ​ຮັບຜິດຊອບ​ຢ່າງ​ໃຫຍ່ ທີ່​ທ່ານ Winter ກ່າວ
ວ່າ ​ຕ້ານຢັນຢ່າງມີປະສິດທີຜົນຕໍ່ກຸ່ມລັດ​ອິສລາມ ​ເຖິງ​ແມ່ນ​ວ່າ​ກຸ່​ມ​ດັ່ງກ່າວໄດ້​ປະລາ
ໄຊ​ຢູ່ໃນ​ສະໜາມ​ລົບ.

ທ່ານວິນເຕີ ກ່າວ​ວ່າ “​ເພາະສະ​ນັ້ນສື່​ມວນ​ຊົນ​ຢູ່ໃນ​ທົ່ວ​ໂລກຈະຕອບ​ໂຕ້ແບບໃດຕໍ່​
ການ​ປະຕິບັດງານ​ເຫລົ່າ​ນີ້. ​ເພາະວ່າ ພວກ​ເຂົາຈະ​ເປັນ​ເສັ້ນ​ຊີວິດ​ຂອງ​ລັດ​ອິສລາມ
ຫຼາຍຂຶ້ນນັບມື້. ພວກ​ເຂົາ​ຈະ​ກາຍເປັນ​ສິ່ງ ​ທີ່​ເຮັດ​ໃຫ້ກຸ່ມດັ່ງກ່າວສາມາດ ​ຮັກສາໄວ້

ໃນຖານະອຸດົມການ ​ໃນ​ຖານະຂະບວນການ​ເຄື່ອນ​ໄຫວ ​ໃນ​ຖານະອົງ​ການຈັດ​ຕັ້ງ.”

ວີ​ດີ​ໂ​ອ​ຫລ້າ​ສຸດ​ທີ່ຫາກໍນຳອອກເຜີຍແຜ່ຂອງໄອ​ຊິ​ສ ອ້າງວ່າ ​ແຫຼມ​ໄຊ​ນາຍ​ຂອງ​ອີ​ຈິບ
ຈະ​ກາຍເປັນດິນ​ແດນສ່ວນນຶ່ງຂອງຕົນ. ພວກ​ນັກ​ລົບກຸ່ມລັດ​ອິສລາມ ໄດ້ໂຈມ​ຕີ​ວັດ
​ມຸສລິ​ມແຫ່ງນຶ່ງຢູ່​ໃນ​ຂົງ​ເຂດ​ເມື່ອອາທິດ​ແລ້ວ​ນີ້ ໂດຍໄດ້​ສັງຫານ​ຫຼາຍ​ກວ່າ 300 ຄົນ.

XS
SM
MD
LG