ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝູງຊົນຈຳນວນຫຼາຍລ້ານ ລໍຖ້າຊົມ ສຸຣິຍະຄາດເຕັມດວງ ໃນເຂດອາເມຣິກາເໜືອ


ປະຊາຊົນ ໃຊ້ແວ່ນຕາພິເສດ ເພື່ອເບິ່ງສຸຣິຍະຄາດເຕັມດວງ ໃນເມືອງ ມາຊັດແລນ (Mazatlan), ແມັກຊີໂກ, ວັນທີ 8 ເມສາ 2024.
ປະຊາຊົນ ໃຊ້ແວ່ນຕາພິເສດ ເພື່ອເບິ່ງສຸຣິຍະຄາດເຕັມດວງ ໃນເມືອງ ມາຊັດແລນ (Mazatlan), ແມັກຊີໂກ, ວັນທີ 8 ເມສາ 2024.

ຜູ້ຊົມຫຼາຍລ້ານຄົນຢູ່ຕາມແລວທາງແຄບທີ່ແຜ່ຍາວອອກໄປຈາກເມັກຊິໂກ ໄປຫາສະຫະລັດ ຈົນຮອດການາດາ ຕ່າງກໍພາກັນຄອງຄອຍການສຳພັດກັບປະກົດການເທິງທ້ອງຟ້າ ໃນວັນຈັນວານນີ້ ຢ່າງຕັ້ງໃຈ - ເຖິງແມ່ນ ນັກພະຍາກອນອາກາດຈະຄາດຄະເນວ່າ ຈະມີເມກຫຼາຍກໍຕາມ, ອີງຕາມອົງການຂ່າວເອພີ.

ສະພາບອາກາດທີ່ດີທີ່ສຸດແມ່ນຄາດວ່າ ຈະຢູ່ໃນຕອນທ້າຍຂອງ ສຸຣິຍະຄາດ ໃນລັດ ເວີມອນທ໌ (Vermont), ນິວ ແຮມເຊີ (New Hampshire) ແລະ ເມນ (Maine), ເຊັ່ນດຽວກັນກັບ ນິວ ບຣັນສວິກ (New Brunswick) ແລະ ນິວຟາວແລນ (Newfoundland) ໃນການາດາ.

ມັນໄດ້ຮັບການຢືນຢັນວ່າ ເປັນຝູງຊົນທີ່ມາເບິ່ງສຸຣິຍະຄາດ ທີ່ໃຫຍ່ທີ່ສຸດຂອງອາເມຣິກາເຫນືອ ເທົ່າທີ່ເຄີຍມີມາ, ເນື່ອງຈາກມີເສັ້ນທາງຂອງປະຊາກອນທີ່ຫນາແຫນ້ນ ແລະສິ່ງລໍ້ໃຈຂອງຄວາມມືດໃນຕອນທ່ຽງວັນ ຫຼາຍກວ່າ 4 ນາທີ ໃນລັດເທັກຊັສ ແລະຈຸດອື່ນໆທີ່ໜ້າສົນໃຈ. ເກືອບທຸກຄົນ ໃນອາເມຣິກາເຫນືອໄດ້ຮັບການຮັບປະກັນວ່າ ຈະເກີດສຸຣິຍະຄາດ ບາງສ່ວນ ເປັນຢ່າງນ້ອຍ, ໂດຍສະພາບອາກາດທີ່ເອື້ອອຳນວຍ.

ການສະແດງທາງທຳມະຊາດ ໄດ້ເລີ້ມຂຶ້ນຢູ່ໃນເຂດມະຫາສະມຸດປາຊີຟິກບໍ່ດົນ ກ່ອນຕອນທ່ຽງ ຕາມເວລາໃນເຂດພາກຕາເວັນອອກຂອງສະຫະລັດ ໂດຍສຸຣິຍະຄາດເຕັມດວງ ຈະເຄື່ອນຕົວຜ່ານທະວີບອາເມຣິກາເຫນືອ ໃນໄລຍະເວລາສອງສາມຊົ່ວໂມງຂ້າງຫນ້າ. ສຽງຮ້ອງໂຮດັງຂຶ້ນຢູ່ຕາມຫາດຊາຍໃນເມືອງຣີສອດ ມາຊາດແລນ (Mazatlan) ຂອງເມັກຊິໂກ ໃນຂະນະທີ່ດວງຈັນເລີ່ມຄ່ອຍໆບັງຕາເວັນຈົນເຕັມດວງ.

ໃນລັດເທັກຊັສ, ເຊິ່ງແມ່ນພາກໃຕ້ຕອນກາງ ໄດ້ຖືກບັງດ້ວຍເມກ, ແຕ່ມັນດີ
ກວ່າຖ້າໄປທາງທິດຕາເວັນອອກສຽງເຫນືອເລັກນ້ອຍ, ນັກພະຍາກອນອາກາດແຫ່ງຊາດ ໂຄດີ ສເນລລ໌ (Cody Snell) ກ່າວ.

"ດາລລັສ (Dallas) ແມ່ນຂ້ອນຂ້າງວ່າ ມີໂອກາດ 50-50," ທ່ານກ່າວ. ເທດສະການໜຶ່ງຢູ່ນອກເມືອງ ອັອສຕິນ (Austin) ໄດ້ສິ້ນສຸດລົງແຕ່ເຊົ້າຂອງວັນຈັນວານນີ້ ເນື່ອງຈາກມີການຄາດການວ່າ ຈະມີພະຍຸໃນຊ່ວງຕອນບ່າຍ. ຜູ້​ຈັດ​ງານ​ບຸນດັ່ງກ່າວ ໄດ້​ຮຽກ​ຮ້ອງ​ໃຫ້​ທຸກ​ຄົນ​ເກັບເຄື່ອງ ​ແລະ​ອອກ​ໄປ.

ຄວາມບໍ່ແນ່ນອນທີ່ຫ້ອຍຢູ່ເທິງໜ້າຜາໄດ້ພາໃຫ້ເປັນເລື້ອງເປັນລາວຫຼາຍຂຶ້ນ. ແຕ່ທ້ອງຟ້າທີ່ມືດມົວໃນ ເມັສກິທ (Mesquite) ໃກ້ກັບນະຄອນ ດາລລັສ (Dallas) ບໍ່ໄດ້ເຮັດໃຫ້ ແອຣິນ ຟຣອນເບີເກີ (Erin Froneberger) ຜູ້ທີ່ໄປເມືອງດັ່ງກ່າວ ເພື່ອເຮັດວຽກ ແລະມີແວ່ນຕາຊົມ ສຸຣິຍະຄາດ ຂອງນາງມານຳ ກໍບໍ່ເກີດຄວາມຫວັ່ນໄຫວເລີຍ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG