ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ໄຟ​ໄໝ້​​ຄັ້ງ​ໃຫຍ່ ໃນ​ສູນ​ອົບ​ພະ​ຍົບ​​ຊາວ​ໂຣຮິງ​ຢາ ຂອງບັງ​ກລາ​ແດັສ ​ເຮັດ​ໃຫ້​ຫລາຍ​ພັນ​ຄົນ​ ຂາດ​ທີ່​ຢູ່​ອາໄສ


ຜູ້ອົບພະຍົບຊາວໂຣຮິງຢາ ນຳເອົາເຄື່ອງຂອງຂອງຕົນອອກມາ ແລະ ເບິ່ງໄຟເຜົາໄໝ້ທີ່ພັກອາໄສ ໃນສູນຜູ້ອົບພະຍົບ ບາລູກາລີ ໃນບັງກລາແດັສ ໃນວັນທີ 5 ເດືອນ ມີນາ 2023
ຜູ້ອົບພະຍົບຊາວໂຣຮິງຢາ ນຳເອົາເຄື່ອງຂອງຂອງຕົນອອກມາ ແລະ ເບິ່ງໄຟເຜົາໄໝ້ທີ່ພັກອາໄສ ໃນສູນຜູ້ອົບພະຍົບ ບາລູກາລີ ໃນບັງກລາແດັສ ໃນວັນທີ 5 ເດືອນ ມີນາ 2023

​ເກີດເຫດ​ໄຟ​ໄໝ້​ຂະໜາດ​ໃຫຍ່ ​ຢູ່​ກາງ​ສູນ​ອົບ​ພະຍົບ ​ຊາວ​ໂຣຮິງຢາ ຈາກມຽນມາ ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ ​ຂອງ​ບັງ​ກລາ​ແດັສ ​ເຮັດ​ໃຫ້​ຫລາຍ​ພັນ​ຄົນ ​ຂາດ​ທີ່ຢູ່​ອາ​ໄສ ​ບໍ່​ມີ​ບ່ອນ​ຊົ້ນ ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ອາທິດວານ​ນີ້​.

ທ່ານຊາມຊຸດ ໂດຊາ (Shamsud Douza) ຮອງ​ກຳ​ມາ​ທິ​ການ​ອົບ​ພະຍົບ​ຂອງ​ບັງ​ກລາ​ແດັສ ກ່າວ​ວ່າ ຢ່າງ​ໜ້ອຍ 1,000 ຕູບ ທີ່​ສ່ວນ​ໃຫຍ່​ເຮັດ​ດ້ວຍ​ໄມ້​ໄຜ່​ ແລະ​ຜ້າ​ແພ​ ຢູ່ໃນ​ສູນ​ອົບ​ພະຍົບບາລູກາລີ (Balukhali) ຖືກ​ໄຟ​ໄໝ້ເສຍຫາຍ.

ທ່ານ​ກ່າວ​ຕໍ່​ວີ​ໂອ​ເອວ່າ “ແນວ​ໃດ​ກໍ​ຕາມ ​ນີ້​ແມ່ນ​ຕົວ​ເລກ​ທີ່ຄາດ​ຄະ​ເນ”.

ໜ່ວຍງານຜູ້​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ ​ໃນ​ບັງ​ກລາ​ແດັສ ຕໍ່​ມາໄດ້ກ່າວໃນ​ທວີດ​ເຕີ​ວ່າ ອາສາ​ສະໝັກ​ທີ່ເປັນຜູ້ອົບ​ພະຍົບຊາວ​ໂຣຮິງ​ຢາ​ໄດ້ຮັບການ​ຝຶກ​ອົບຮົມ​ ກ່ຽວກັບ​ການ​ດັບ​ເພີງ ​ແລະໜ່ວຍດັບ​ເພີງ​ທ້ອງ​ຖິ່ນ ​ໄດ້​ຄວບ​ຄຸມ​ໄຟ​ໄດ້.

ຈໍານວນຜູ້ເສຍຊີວິດຍັງບໍ່ໄດ້ຖືກລະບຸ ເຖິງແມ່ນວ່າເຈົ້າໜ້າທີ່ໄດ້ກ່າວວ່າ ພວກເຂົາເຈົ້າສາມາດພາຄົນຈໍານວນຫຼາຍ ໄປບ່ອນທີ່ປອດໄພ.

ອ່ານຂ່າວເປັນພາສາອັງກິດຕື່ມ

XS
SM
MD
LG