ສິ່ງທີ່ຖືກສົງໄສວ່າເປັນການຮົ່ວໄຫຼຂອງອາຍແກັສໄດ້ເປັນສາເຫດຂອງການລະເບີດຢູ່ຮ້ານອາຫານແຫ່ງນຶ່ງໃນແຂວງ ເຮີເບ ທາງພາກເໜືອຂອງ ຈີນ ທີ່ໄດ້ເຮັດໃຫ້ດ້ານໜ້າຂອງຕຶກພັງ, ລົດຫຼາຍຄັນໄດ້ຮັບຄວາມເສຍຫາຍ ແລະ ຊາກຫັກພັງທີ່ກະຈາຍໄປທົ່ວນັ້ນ ໄດ້ເຮັດໃຫ້ສອງຄົນເສຍຊີວິດ ແລະ 26 ຄົນບາດເຈັບ, ສື່ມວນຊົນລັດຖະບານ ແລະ ບັນດາເຈົ້າໜ້າທີ່ໄດ້ກ່າວໃນວັນພຸດມື້ນີ້.
ການລະເບີດໄດ້ເກີດຂຶ້ນປະມານ 8 ໂມງເຊົ້າ ໃນເມືອງ ຊານເຮ, ປະມານ 30 ກິໂລແມັດຫ່າງຈາກໃຈກາງຂອງນະຄອນຫຼວງ ປັກກິ່ງ, ໂທລະພາບ CCTV ຂອງທາງການໃນທ້ອງຖິ່ນໄດ້ກ່າວ.
ວິດີໂອໃນສື່ສັງຄົມ Weibo ໄດ້ສະແດງໃຫ້ເຫັນກ້ອນໄຟຂະໜາດໃຫຍ່ຢູ່ສະຖານທີ່ດັ່ງກ່າວ, ຕາມມາດ້ວຍຄວັນສີຂີ້ເຖົ່າ, ແລະ ເຫດການຂອງໜ້າຕຶກຖືກທຳລາຍ, ລົດຫຼາຍຄັນພັງເສຍຫາຍພ້ອມດ້ວຍເສດແກ້ວກະຈາຍທົ່ວຖະໜົນ, ແລະ ວັດຖຸບາງອັນຍັງມີໄຟໄໝ້ຢູ່.
ສິ່ງທີ່ຖືກສົງໄສວ່າ ເປັນການຮົ່ວໄຫຼຂອງອາຍແກັສໄດ້ກໍ່ໃຫ້ເກີດອຸບັດຕິເຫດໃນຮ້າຍຂາຍຈືນໄກ່ໃນເມືອງ ຢານຈຽວ, ບັນດາເຈົ້າໜ້າທີ່ສຸກເສີນຂອງເມືອງໄດ້ກ່າວໃນຖະແຫຼງການສະບັບນຶ່ງ, ເຊິ່ງໄດ້ດຶງດູດເອົາບັນດານັກກູ້ໄພ, ນັກດັບໄຟ, ບັນດາເຈົ້າໜ້າທີ່ສາທາລະນະສຸກ ແລະ ອື່ນໆພາກັນໄປຈຸດເກີດເຫດ.
ນາງ ສາວ ລີ, ແມ່ຍິງຜູ້ທີ່ອາໄສຢູ່ປະມານນຶ່ງກິໂລແມັດຈາກສະຖານທີ່ເກີດເຫດລະເບີດ ກ່າວວ່າ “ຂ້ອຍຢູ່ບ້ານເວລາທີ່ຂ້ອຍໄດ້ຍິນສຽງລະເບີດດັງ, ທຳອິດຂ້ອຍຄິດວ່າ ມັນອາດເປັນສຽງປືນ.”
ນາງ ສາວ ລີ ເວົ້າວ່າ “ສຽງລະເບີດທີ່ດັງແມ່ນມາພ້ອມກັບສຽງແກ້ວແຕກ ແລະ ຄວັນດຳ, ນາງໄດ້ກ່າວຕື່ມວ່າ ຕຳຫຼວດໄດ້ປິດຖະໜົນຢູ່ສະຖານທີ່ເກີດເຫດ.
ໄຟແມ່ນຖືກຄວບຄຸມໄດ້, ບັນດາເຈົ້າໜ້າທີ່ດັບໄຟໄດ້ກ່າວໃນຖະແຫຼງການກ່ອນໜ້ານີ້, ໂດຍກ່າວຕື່ມວ່າລົດ 36 ຄັນ ແລະ ປະຊາຊົນ 154 ຄົນໄດ້ຖືກສົ່ງໄປສະຖານທີ່ນັ້ນ ແລະ ໄດ້ດຳເນີນວຽກງານກູ້ໄພ.
ການລະເບີດຈາກອາຍແກັສທີ່ຮ້າຍແຮງຄັ້ງຫຼ້າສຸດຢູ່ຮ້ານອາຫານຂອງຈີນ ນັ້ນໄດ້ເກີດຂຶ້ນຫຼັງຈາກລັດຖະບານໄດ້ອອກແນວທາງທີ່ມີລາຍລະອຽດເມື່ອປີທີ່ຜ່ານມາ ກ່ຽວກັບການໃຊ້ອຸປະກອນອາຍແກັສ ແລະ ວັດຖຸຫຸງຕົ້ມເພື່ອຫຼີກລ່ຽງຄວາມສ່ຽງດ້ານຄວາມປອດໄພ.
ຟໍຣັມສະແດງຄວາມຄິດເຫັນ