ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

31 ຄົນ ເສຍຊີວິດ ໃນເຫດລະເບີດ ທີ່ຕະຫຼາດ ຂາຍບັ້ງໄຟດອກ ເມັກຊິໂກ


ຊາຍຄົນນຶ່ງ ຍ່າງຜ່ານຕະຫລາດ ຂາຍບັ້ງໄຟດອກກາງແຈ້ງ San Pablito ທີ່ເຫລືອແຕ່ຕໍ ໃນເມືອງ Tultepec ໃກ້ໆ ນະຄອນຫຼວງ Mexico City. (20 ທັນວາ 2016)​
ຊາຍຄົນນຶ່ງ ຍ່າງຜ່ານຕະຫລາດ ຂາຍບັ້ງໄຟດອກກາງແຈ້ງ San Pablito ທີ່ເຫລືອແຕ່ຕໍ ໃນເມືອງ Tultepec ໃກ້ໆ ນະຄອນຫຼວງ Mexico City. (20 ທັນວາ 2016)​

ເກີດ​ເຫດ​ລະ​ເບີດ​ຂະໜາດ​ແຮງ​ຂຶ້ນ ຢູ່ຕະຫຼາດຂາຍ​ບັ້ງ​ໄຟ​ດອກ ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ແຫ່ງ​ນຶ່ງ ​ໃກ້ໆ​ນະຄອນຫຼວງ​ເມັກ​ຊິ​ໂກ​ຊີ​ຕີ້ ​ເຮັດ​ໃຫ້​ຢ່າງ​ໜ້ອຍ 31 ຄົນ ​ເສຍ​ຊີວິດ​ແລະ​ອີກ 70 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຕະຫລາດ San Pablito ທີ່​ເມືອງ Tultepec ທີ່​ຕັ້ງຢູ່​ທາງ​ເໜືອ​ນະຄອນຫຼວງ ຂອງ​ເມັກ​ຊິ​ໂກ​ປະມານ 30 ຫລັກ​ກິ​ໂລ​ແມັດ ​ແມ່ນ​ແໜ້ນ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ພາກັນ ​ໄປ​ຊື້​ບັ້ງ​ໄຟ​ດອກ​ເພື່ອ​ຈູດ​ສະຫຼອງ​ໃນ​ວັນ​ບຸນຄຣິສມາສ​ແລະ​ວັນ​ຂຶ້ນປີ​ໃໝ່​ສາກົນ.

ການ​ລະ​ເບີດ​ຂອງ​ບັ້ງ​ໄຟ​ດອກ​ຂະໜາດແຮງຢູ່​ທີ່​ຕະຫຼາດ​ໄດ້​ກໍ່​ໃຫ້​ເກີດ​ແປວຄວັນກຸ້ມ​ຂຶ້ນສູ່​ອາກາດ ​ໃນ​ຂະນະ​ທີ່​ບັ້ງ​ໄຟເຫຼົ່ານີ້​ແຕກຂຶ້ນ ແລະ​ຜູ້​ຄົນ​ພາກັນ​ແລ່ນ​ໄປ​ຫາ​ບ່ອນທີ່​ປອດ​ໄພ​. ສ່ວນ​ໃຫຍ່​ຂອງຮ້ານຂາຍ​ເຄື່ອງ​ຢູ່​ທີ່​ຕະ​ຫຼາດດັ່ງກ່າວ​ໄດ້​ຖືກທຳລາຍ.

ສຳນັກງານ​ອະທິ​ໄອ​ຍະ​ການຂອງ​ເມັກ​ຊິ​ໂກກ່າວ​ວ່າ ​ເຫດ​ລະ​ເບີດ 6 ຄັ້ງແມ່ນ​ສາເຫດ​ທີ່​ພາ​ໃຫ້​ເກີດ​ຄວາມ​ເສຍຫາຍແລະທາງ​ສຳນັກງານໄດ້​ເປີດ​ການ​ສືບສວນກ່ຽວ​ກັບ​ການລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ໄຟ​ແລະ​ດິນ​ລະ​ເບີດແລະ​ແມ່ນ​ໃຜ​ເປັນ​ຜູ້ ຮັບຜິດຊອບ​.

ຮູບຈາກວີດີໂອ ທີ່ສະແດງໃຫ້ເຫັນ ເຫດລະເບີດ ຢູ່ຕະຫລາດຂາຍບັ້ງໄຟດອກ San Pablito
ຮູບຈາກວີດີໂອ ທີ່ສະແດງໃຫ້ເຫັນ ເຫດລະເບີດ ຢູ່ຕະຫລາດຂາຍບັ້ງໄຟດອກ San Pablito

ພວກ​ກູ້​ໄພ​ສຸກ​ເສີນ​ຕ້ອງ​ໄດ້​ລໍຖ້າ​ເປັນ​ເວລາ​ຫຼາຍໆ​ຊົ່ວ​ໂມງ ​ເພື່ອ​ໃຫ້​ສະຖານ​ທີ່​ດັ່ງກ່າວ​ມີ​ຄວາມ​ປອດ​ໄພພຽງພໍ​ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າ​ເຂົ້າ​ໄປ​ເຮັດ​ວຽກ​ແລະ​ຊອກ​ຫາຜູ້​ເຄາະ​ຮ້າຍ.

ທ່ານ Eruviel Avila ຜູ້​ປົກຄອງ​ລັດ​ເມັກ​ຊິ​ໂກກ່າວ​ວ່າ ຄະນະ​ສັນ​ນະ​ສູດ​ສົບ​ຕ້ອງ​ໄດ້​ນຳ​ໃຊ້​ການ​ວິ​ເຄາະ​ທາງ​ດ້ານ​ສາຍພັນ​ເພື່ອ​ລະບຸ​ຜູ້​ຕາຍ​ຈຳນວນ​ນຶ່ງ.

​ໃນ​ຈຳນວນ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ 21 ຄົນ​ໄດ້​ຮັບ​ອະນຸຍາດ​ໃຫ້​ອອກ​ຈາກໂຮງໝໍ​ໄດ້​ແລ້ວ ​ໃນ​ຕອນ​ເຊົ້າວັນ​ພຸດ​ມື້ນີ້.

ປະທານາທິບໍດີ​ເມັກ​ຊິ​ໂກທ່ານ Enrique Pena Nieto ​ໄດ້​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ ຜ່ານ​ທາງ Twitter ​ໄປ​ຫາ​ຄອບຄົວ​ ຂອງ​ພວກ​ທີ່​ເສຍ​ຊີວິດ​ ແລະຂໍ​ໃຫ້​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບຫາຍ​ດີ​ໂດຍ​ໄວ.

​ເຫດ​ລະ​ເບີດ​ແລະ​ໄຟ​ໄໝ້​ຢູ່​ຕະຫລາດ​ແຫ່ງ​ດຽວ​ກັນນີ້ ​ໄດ້​ທຳລາຍຮ້ານ​ຂາຍ​ເຄື່ອງຈຳນວນ​ນຶ່ງ​ໃນ​ປີ 2005 ​ແລະ​ປີ 2006.

Eyewitness Video: Explosion at Mexico Fireworks Market
please wait

No media source currently available

0:00 0:01:12 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG