ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ຜູ້ບໍລິຫານ ບໍລິສັດ PEMEX ຂອງເມັກຊິໂກ ຮັບຟັງການພິຈາລະນາຄະດີ ໃນຖານສໍ້ລາດບັງຫຼວງ


ທ່ານອິມິລໂລ ໂລໂຊຢາ ອອສຕິນ ອະດີດຫົວໜ້າບໍລິຫານໃຫຍ່ ບໍລິສັດນໍ້າມັນ PEMEX ຂອງລັດຖະບານເມັກຊິໂກ.
ທ່ານອິມິລໂລ ໂລໂຊຢາ ອອສຕິນ ອະດີດຫົວໜ້າບໍລິຫານໃຫຍ່ ບໍລິສັດນໍ້າມັນ PEMEX ຂອງລັດຖະບານເມັກຊິໂກ.

ການຟັງຄຳໃຫ້ການຂັ້ນຕົ້ນ ກ່ຽວກັບ ຂໍ້ກ່າວຫາສໍ້ລາດບັງຫຼວງຕໍ່ອະດີດຜູ້ບໍລິຫານໃຫຍ່
ທ່ານ Emillo Lozoya Austin ຂອງບໍລິສັດນໍ້າມັນລັດຖະບານ ເມັກຊິໂກ ທີ່ຮູ້ຈັກກັນ
ດັ່ງກ່າວວ່າ PEMEX ແມ່ນມີກຳນົດຈະດຳເນີນຂຶ້ນໃນ ວັນອັງຄານມືີ້ນີ້.

ທ່ານ Losoya ຈະປາກົດໂຕຕໍ່ໜ້າຜູ້ພິພາກສາ ຜ່ານທາງກອງປະຊຸມ ວີດີໂອ ຈາກໂຮງ
ໝໍ ບ່່ອນທີ່ທ່ານໄດ້ເຂົ້ານັບແຕ່ໄດ້ຖືກສົ່ງມາຈາກປະເທດ ສເປນ ໃນວັນສຸກແລ້ວນີ້.

ມີລາຍງານວ່າລາວມີສຸຂະພາບບໍ່ແຂງແຮງ ເວລາລາວໄດ້ເດີນທາງກັບຄືນມາເຖິງ ເມັກ
ຊິກໂກ.

ທ່ານ Losoya ຜູ້ທີ່ໄດ້ນຳພາ ບໍລິສັດ PEMEX ຈາກປີ 2012 ຫາ 2016 ພາຍໃຕ້
ອະດີດປະທານາທິບໍດີ Enrique Pena Nieto ໄດ້ປະຕິເສດການ ກ່າວຫາວ່າ ທ່ານ
ໄດ້ຮັບສິນບົນ ແລະ ໄດ້ມີສ່ວນຮ່ວມໃນການຟອກເງິນ.

ບັນດາໄອຍະການກ່າວວ່າ ທ່ານ Lozoya ໄດ້ຂໍເງິນ 4 ລ້ານໂດລາຈາກ ບໍລິສັດ
Odebrecht ຂອງ ບຣາຊິລ ແລະ ຍ້າຍເງິນສົດດັ່ງກ່າວເຂົ້າໃນກອງທຶນ ການໂຄສະ
ນາຫາສຽງເລືອກຕັ້ງຂອງ ທ່ານ Nieto ໃນປີ 2012 ແລະ ໂອນເງິນຈຳນວນນຶ່ງສຳລັບ
ການໃຊ້ສ່ວນໂຕຂອງທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG