ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້​ບໍ​ລິ​ຫານບໍ​ລິ​ສັດ ຫົວ​ເຫວີຍ ຟ້ອງ​ຮ້ອງ ກາ​ນາ​ດາ ເລື້ອງການ​ລະ​ເມີດ​ສິດ​ທິ


ເຈົ້າ​ໜ້​າ​ທີ່​ຫົວ​ໜ້າ​ການ​ເງິນ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ ຫົວ​ເຫວ​ີຍ ທ່ານ​ນາງ ເມັງ ຫວານ​ຊູ ເດີນ​ທາງ​ອອກ​ຈາກ​ສານ ລຸນຫຼັງ​ຟັງ​ຄຳ​ໃຫ້​ການ​ປະ​ກັນ​ຕົວ, ສານ​ສູງ​ສຸດ ບ​ຣິ​ຕິ​ສ ໂຄ​ລຳ​ເບຍ ເມືອງ ແວນ​ຄູ​ເວີ, ກາ​ນາ​ດາ. 11 ທັນ​ວາ, 2018.
ເຈົ້າ​ໜ້​າ​ທີ່​ຫົວ​ໜ້າ​ການ​ເງິນ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ ຫົວ​ເຫວ​ີຍ ທ່ານ​ນາງ ເມັງ ຫວານ​ຊູ ເດີນ​ທາງ​ອອກ​ຈາກ​ສານ ລຸນຫຼັງ​ຟັງ​ຄຳ​ໃຫ້​ການ​ປະ​ກັນ​ຕົວ, ສານ​ສູງ​ສຸດ ບ​ຣິ​ຕິ​ສ ໂຄ​ລຳ​ເບຍ ເມືອງ ແວນ​ຄູ​ເວີ, ກາ​ນາ​ດາ. 11 ທັນ​ວາ, 2018.

ເຈົ້າ​ໜ້າ​ທີ່​ຫົວ​ໜ້າ​ການ​ເງິນ ສຳ​ລັບ​ບໍ​ລິ​ສັດ​ຍັກ​ໃຫຍ່​ດ້ານ​ເທັກ​ໂນ​ໂລ​ຈີຂອງ ຈີນ ຫົວ​ເຫວີຍ
ໄດ້ຟ້ອງຮ້ອງລັດຖະບານ ການາດາ, ອົງການຮັກສາຄວາມປອດໄພເຂດຊາຍແດນຂອງ
ເຂົາເຈົ້າ ແລະ ກອງກຳລັງຕຳຫຼວດແຫ່ງຊາດ ສຳລັບການລະເມີດສິດທິຕ່າງໆ.

ທະ​ນາຍ​ຄວາມ​ສຳ​ລັບ​ທ່ານ​ນາງ ເມັງ ຫວານ​ຊູ ໄດ້​ຮ່າງ​ການ​ຟ້ອງ​ຮ້ອງ​ຄະ​ດີ​ແຜ່ງ, ອ້າງ
ເຖິງ “ຄວາມບົກຜ່ອງຕໍ່ໜ້າທີ່ໃນຫ້ອງການສາທາລະນະ ແລະ ການກັກຂັງຢ່າງບໍ່ຍຸຕິ
ທຳ.”

ຮ່າງ​ຄຳ​ຟ້ອງ​ຮ້ອງ​ເວົ້​າ​ວ່າ ທ່ານ​ນາງ ເມັງ, ລູກ​ສາວ​ຂອງ​ຜູ້ກໍ່​ຕັ້ງ​ບໍ​ລິ​ສັດ ຫົວ​ເຫວີຍ, ຖືກ​
ຈັບກຸມ, ຖືກກວດຄົ້ນ ແລະ ຖືກສອບຖາມຫຼາຍຊົ່ວໂມງກ່ອນບອກວ່າລາວຖືກກັກບໍລິ
ເວນ ແລະໄດ້ຮັບອະນຸຍາດໃຫ້ໄດ້ຮັບການປຶກສາ.

ທ່ານ​ນາງ ເມັ​ງ ຖືກ​ຈັບ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ລາວ​ໄດ້​ປ່ຽນ​ເຮືອ​
ບິນໃນເມືອງ ແວນຄູເວີ ເມື່ອເດືອນທັນວາປີກາຍນີ້. ລາວຖືກລັດຖະບານ ວໍຊິງຕັນ
ຕ້ອງການຕົວໃນຂໍ້ກ່າວຫາຕ່າງໆທີ່ວ່າ ລາວໄດ້ລວມຫົວທີ່ຈະລະເມີດມາດຕະການລົງ
ໂທດຕໍ່ ອີຣ່ານ ຂອງ ສະຫະລັດ.

ຮ່າງ​ຄຳ​ຟ້ອງ​ຮ້ອງ​ກ່າວ​ວ່າ “ຄະ​ດີນີ້ ກ່ຽວ​ຂ້ອງ​ກັບ​ຄວາມ​ພະ​ຍາ​ຍາມ​ໂດຍ​ເຈ​ຕະ​ນາ ແລະ
ຄິດໄວ້ລ່ວງໜ້າ ໃນສ່ວນຂອງເຈົ້າໜ້າທີ່ຂອງຈຳເລີຍ ເພື່ອຂໍຫຼັກຖານ ແລະ ຂໍ້ມູນຈາກ
ໂຈດໃນແງ່ທີ່ເຂົາເຈົ້າຮູ້ວ່າ ມັນເປັນການລະເມີດສິດທິທີ່ຮ້າຍແຮງຂອງໂຈດ.”

ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງ ເມັງ ​ກ່າວ​ວ່າ ລາວຍັງຄົງ​ຢືນ​ຢັດ​ຄວາມ​ບໍ​ລິ​ສຸດ​ຂອງ​ລາວ.
ລາວໄດ້ຖືກປະກັນຕົວອອກມາ.

ໃນ​ວັນ​ສຸກ​ແລ້ວນີ້, ກະ​ຊວງ​ຍຸ​ຕິ​ທຳ ກາ​ນາ​ດາ ໄດ້​ກ່າວ​ວ່າ ທ່ານນາງ ເມັງ ຈະ​ປາ​ກົດ​ຕົວ​
ຢູ່ສານເມືອງ ແວນຄູເວີ ໃນວັນພຸດຈະມາເຖິງນີ້ ເພື່ອກຳນົດວັນສຳລັບການຟັງຄຳໃຫ້
ການ ມອບສົ່ງຕົວຂອງລາວຂ້າມແດນ.

ສະ​ຖານ​ທູດ ຈີນ ໃນ​ ກາ​ນາ​ດາ ໄດ້​ກ່າວ​ວ່າເຂົາ​ເຈົ້າ “ບໍ່​ພໍ​ໃຈ​ເປັນ​ຢ່າງ​ຍິ່ງ ແລະ ໄດ້​ຄັດ​
ຄ້ານຢ່າງແຮງ” ກັບການຕັດສິນທີ່ຈະອະນຸຍາດໃຫ້ຄະດີດັ່ງກ່າວດຳເນີນໄປ.

ຄະ​ດີ​ທີ່​ວ່າ​ນີ້​ໄດ້​ເຮັດ​ໃຫ້​ສາຍ​ພົວ​ພັນ​ຂອງ ຈີນ ກັບ ກາ​ນາ​ດາ ບູ​ດ​ເໜົ່າ. ຫຼັງ​ຈາກ​ການ​
ກັກຂັງທ່ານນາງ ເມັງ ນັ້ນ, ຈີນ ໄດ້ຈັບກຸມຊາວ ການາດາ ສອງຄົນກ່ຽວກັບ ຄວາມປອດ
ໄພແຫ່ງຊາດ, ແລະ ສານ ຈີນ ໄດ້ຕັດສິນປະຫານຊີວິດຜູ້ຊາຍ ການາດາ ຄົນນຶ່ງ ຜູ້ທີ່
ກ່ອນໜ້ານີ້ຖືກຈັບເຂົ້າຄຸກຍ້ອນການລັກລອບຂົນສົ່ງຢາເສບຕິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG