ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​​ປະ​ທານ​ບໍ​ລິ​ຫານການ​ເງິນ​ຂອງ​ບໍ​ລິ​ສັດ​ສື່​ມວນ​ຊົນເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່ ຫົວ​ເຫວີຍ ຮຽກ​ຮ້ອງ​ສານ​ກາ​ນາ​ດາ ໃຫ້​ອະ​ນຸ​ຍາດ​ໃຫ້ຄ້ຳ​ປະ​ກັນໄດ້


ໃນ​ວັນ​ທີ 10 ທັນ​ວາ 2018, ທ່ານ Ada Yu ​ຈາກ​ແວນ​ຄູ​ເວີ​ຣ໌ ແລະ​ເປັນ​ຜູ້​ທີ່ຍັງ​ຢູ່​ໃນການ​ບໍ່​ບອກ​ຊື່ ທີ່​ຖື​ປ້າຍ ໃຫ້​ປ່ອຍ ທ່ານ​ນາງ ເມັງ ຫວານ​ຊູ ທີ່​ຖືກ​ຈັບ​ກຸມ ໃນ​ກາ​ນາ​ດາ.
ໃນ​ວັນ​ທີ 10 ທັນ​ວາ 2018, ທ່ານ Ada Yu ​ຈາກ​ແວນ​ຄູ​ເວີ​ຣ໌ ແລະ​ເປັນ​ຜູ້​ທີ່ຍັງ​ຢູ່​ໃນການ​ບໍ່​ບອກ​ຊື່ ທີ່​ຖື​ປ້າຍ ໃຫ້​ປ່ອຍ ທ່ານ​ນາງ ເມັງ ຫວານ​ຊູ ທີ່​ຖືກ​ຈັບ​ກຸມ ໃນ​ກາ​ນາ​ດາ.

ສານ​ແຫ່ງ​ນຶ່ງ​ຂອງ​ກາ​ນາ​ດາ ກຳ​ລັງ​ພິ​ຈາ​ລະ​ນາ ວ່າຈະອະ​ນຸ​ຍາດ ໃຫ້​ມີ​ການ​ຄ້ຳ​ປະ​ກັນປະ​ທານ​ບໍ​ລິ​ຫານການ​ເງິນ​ຂອງ​ບໍ​ລິ​ສັດ​ສື່​ມວນ​ຊົນເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່ ຫົວ​ເຫວີຍ ໃນ​ຂະ​ນະ​ທີ່​ຜູ້ກ່ຽວ ລໍ​ຖ້າ​ສົ່ງ​ຕົວ​ກັບ​ມາຍັງ​ສະ​ຫະ​ລັດ ເພື່ອ​ປະ​ເຊີນ​ໜ້າ​ກັບ​ຄະ​ດີ​ກໍ່​ອາ​ຊາ​ຍະ​ກຳ.

ສານ​ດັ່ງ​ກ່າວ ໃນ​ນະ​ຄອນ​ແວນ​ຄູ​ເວີ​ຣ໌ ຮັບ​ຟັງ​ຄຳ​ໃຫ້​ການເປັນ​ມື້​ທີ 2 ໃນ​ວັນ​ຈັນ​ວານ​ນີ້ ເພື່ອການໃຫ້​ຄ້ຳ​ປະ​ກັນ ແກ່​ທ່ານ​ນາງ ເມັງ ຫວານ​ຊູ (Meng Wanzhou).

ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງເມັງ ໄດ້​ໂຕ້​ແຍ້ງວ່າ ທ່ານ​ນາງ​ຄວນຈະ​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ ໂດຍ​ກ່າວ​ວ່າ ເງິນ​ຄ້ຳ​ປະ​ກັນ​ຮ່ວມ​ລະ​ຫວ່າງບໍ​ລິ​ສັດ​ອຸບ​ປະ​ການ​ເທັກ​ໂນ​ໂລ​ຈີ​ຂັ້ນ​ສູງ ກັບ​ບໍ​ລິ​ສັດ​ຫຼາຍ​ພັນລ້ານໂດ​ລາ ຈະສາ​ມາດ​ຮັບຮອງໄດ້​ວ່າ

ທ່ານ​ນາງ ຈະບໍ່​ຫຼົບໜີ​ຢ່າງແນ່ນອນ. ນອກນັ້ນພວກ​ເພິ່ນ​ຍັງ​ກ່າວ​ອີກວ່າ ຖ້າ​ຫາກ​ທ່ານ​ນາງເມັງ ​ລັກໜີ​ອອກ​ຈາກ​ປະ​ເທດໄປ ທ່ານ​ນາງແມ່ນ​ຈະ​ສ້າງ​ຄວາມ​ອັບ​ອາຍຂາຍໜ້າໃ​ຫ້​ແກ່​ຈີນ, ໂດຍເອີ້ນ​ທາງ​ເລືອກ​ນີ້ວ່າ “ມອງບໍ່​ເຫັນ​ເລີຍ.”

ບັນ​ດາທະ​ນາຍ​ຄວາມ ຍັງ​ໄດ້​ກ່າວ​ອີກວ່າ ທ່ານ​ນາງ​ເມັງ ຍັງ​ພ້ອມທີ່ຈະ​ຈ້າງ​ບໍ​ລິ​ສັດ​ຊິ້ງ​ຊອມ​ຕິດ​ຕາມນາງ ທີ່​ວ່າ​ຈະ​ຈັບ​ກຸ​ມນາງຖ້າ​ຫາກວ່າ​ ທ່ານ​ນາງ​ບິດບ້ຽວ ​ການ​ຄ້ຳ​ປະ​ກັນ​ ແລະ​ຈະ​ໃສ່ເຄື່ອງ​ຕິດ​ຕາມ GPS ໃສ່​ໄວ້​ຕິດ​ຕົວ​ຕະ​ຫຼອດ​ເວ​ລາ. ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ກ່າວ​ອີກວ່າ ສາ​ມີ​ຂອງທ່ານ​ນາງ​ເມັງ ຍັງ​ຈະ​ນຳ​ເອົາ​ບ້ານ​ທັງ​ສອງ​ຫຼັງ ​ໃນ​ແວນ​ຄູ​ເວີ​ຣ໌ ທີ່​ມີ​ມູນ​ຄ່າ ຫຼ​າຍກວ່າ 750,000 ໂດ​ລາ ທີ່​ມີ​ຄ່າ​ຮວມ​ຫຼາຍກວ່າ 11 ລ້ານ​ໂລ​ດາ ລວມເຂົ້າເປັນ​ເງິນ​ຄ້ຳ​ປະ​ກັນນຳ.

ສື່​ສານມວ​ນໍ​ວນ ແລະ​ສະ​ມາ​ຊິກ​ສາ​ທາ​ລະ​ນະ ​ພາ​ກັນ​ຢືນ​ຢູ່​ຂ້າງນອກ​ສານ​ແຫ່ງ​ນຶ່ງ​ໃນ​ແວນ​ຄູ​ເວີ​ຣ໌ ສານ​ສູງ​ສຸດ ໃນ​ຄະ​ດີ​ຂອງ​ທ່ານ​ນາງເມັງ, 7 ທັນ​ວາ 2018 ທີ່​ແວນ​ຄູ​ເວີ​ຣ໌.
ສື່​ສານມວ​ນໍ​ວນ ແລະ​ສະ​ມາ​ຊິກ​ສາ​ທາ​ລະ​ນະ ​ພາ​ກັນ​ຢືນ​ຢູ່​ຂ້າງນອກ​ສານ​ແຫ່ງ​ນຶ່ງ​ໃນ​ແວນ​ຄູ​ເວີ​ຣ໌ ສານ​ສູງ​ສຸດ ໃນ​ຄະ​ດີ​ຂອງ​ທ່ານ​ນາງເມັງ, 7 ທັນ​ວາ 2018 ທີ່​ແວນ​ຄູ​ເວີ​ຣ໌.

ບັນ​ດາ​ໄອ​ຍະ​ການ ໄດ້​ຄັດ​ຄ້ານ​ວ່າ ທ່ານ​ນາງເມັງ ຄວນ​ຈະ​ຖືກ​ປະ​ຕິ​ເສດບໍ່ໃຫ້ມີ​ການ​ຄ້ຳ​ປະ​ກັນ ໂດຍ​ກ່າວ​ວ່າ ທ່ານ​ນາງ​ມີ​ສັບ​ສິນ​ມາກ​ມາຍ​ແລະ​ກະ​ຈັດ​ກະ​ຈາຍ​ຢູ່​ທົ່ວ ແລະ​ຍິ່ງ​ເຮັດ​ໃຫ້​ນາງ​ມີ​ໂອ​ກາດ​ທີ່​ຈະຫຼົບ​ໜີ​ໄປ.

ຜູ້​ພິ​ພາກ​ສາ​ສານ​ທີ່​ກຳ​ກັບ​ເລື້ອງ​ນີ້ ໄດ້​ກ່າວ​ວ່າ ການ​ຮັບ​ຟັງ​ຄະ​ດີ​ນີ້ ຈະ​ມີ​ຂຶ້ນ​ອີກ
ໃນ​ເຊົ້າວັນ​ອັງ​ຄານ​ມື້​ນີ້ ຕື່ມ.

​ບົດ​ບັນ​ນາ​ທິ​ການ ຂອງ​ໜັງ​ສື​ພິມ Communist Party Global Times ໄດ້​ເອີ້ນ​ການ​ເອົາ​ມາ​ຕະ​ການ​ຕໍ່ທ່ານ​ນາງເມັງ ນັ້ນ​ວ່າ “ຂາດ​ຄວາມ​ມີ​ມະ​ນຸ​ດສະ​ທຳ.”

ຈີນ ໄດ້​ຮຽກໂຕເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ​ເຂົ້າພົບ ໃນ​ປັກ​ກິ່ງ​ ເມື່ອ​ວັນ​ອາ​ທິດ​ຜ່ານມາ ເພື່ອ “ທຳ​ການ​ປະ​ທ້ວງ​ຢ່າງຮຸນ​ແຮງ” ກ່ຽວ​ກັບ ການ​ຈັບ​ກຸມ​ນາງ ເມັງ, ໂດຍ​ເອີ້ນວ່າ “ຂີ້ຮ້າຍທີ່ສຸດ” ແລະ ໄດ້​ຮຽກ​ຮ້ອງ​ໃຫ້ ສະ​ຫະ​ລັດ ຍົກ​ເລີກ​ກາ​ນ​ຂໍ​ສົ່ງ​ຕົວ​ນັກ​ໂທດ​ ເຊິ່ງເຊື່ອມ​ໂຍງໃສ່​ກັບ​ການ​ກ່າວ​ຫາ​ທີ່​ວ່າ ທ່ານ​ນາງ​ໄດ້​ລະ​ເມີດ​ກົດ​ໝາຍ ສະ​ຫະ​ລັດ ທີ່​ຫ້າມ​ທຳ​ການ​ຄ້າ​ຂາຍ​ກັບປະ​ເທດ ອີ​ຣ່ານ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG