ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກທຸລະກິດທີ່ຮັງມີທີ່ສຸດໃນຈີນ ຖືກຕັດສິນໂທດຄຸກ 14 ປີ


ຜູ້ຊາຍນຶ່ງ ຊຶ່ງຄັ້ງນຶ່ງ ເຄີຍຖືກ
ຍົກຍ້ອງວ່າ ເປັນນັກທຸລະກິດ
ທີ່ຮັງມີທີ່ສຸດໃນຈີນ ໄດ້ຖືກ
ພົບເຫັນວ່າມີຄວາມຜິດໃນຖານ
ໃຫ້ເງິນສິນບົນ ຄ້າຮຸ້ນແລະເຮັດ
ທຸລະກິດແບບຜິດກົດໝາຍ.



ນາຍ HUANG GUANGYU ໄດ້ຖືກພົບເຫັນວ່າມີຄວາມຜິດໂດຍສານຊັ້ນກາງ
ນໍ້າເບີ 2 ຂອງກຸງປັກກິ່ງ ໃນວັນອັງຄານມື້ນີ້ແລະໄດ້ຖືກຕັດສິນໂທດ ຈຳຄຸກເປັນເວລາ
14 ປີ ພ້ອມທັງປັບໃໝອີກເປັນເງິນ 88 ລ້ານໂດລາ. ນອກນັ້ນສານຍັງໄດ້ສັ່ງໃຫ້ຢຶດ
ຊັບສິນສ່ວນໂຕຂອງຜູ້ກ່ຽວອີກ ໃນມູນຄ່າຫລາຍກວ່າ29 ລ້ານໂດລາ.

ນາຍ HUANG ໄດ້ເຕີບໂຕຈາກເດັກທີ່ທຸກຍາກມາເປັນຜູ້ສ້າງຕັ້ງບໍລິສັດ GOME
ຊຶ່ງເປັນບໍລິສັດເຄືອຂາຍຍ່ອຍ ເຄື່ອງໃຊ້ອີເລັກໂທຣນິກປະຈຳເຮືອນທີ່ ໃຫຍ່ທີ່ສຸດໃນຈີນ.
ໃນປີ 2008ລາວມີຊັບສິນແລະເງິນຄຳທັງໝົດໃນມູນຄ່າປະມານ 6 ພັນ 3ຮ້ອຍລ້ານ
ໂດລາ ຊຶ່ງເປັນປີທີ່ລາວຖືກຕຳຫລວດຈັບໃນຂັ້ນຕົ້ນ.

ອົງການຂ່າວຊິນຫົວລາຍງານວ່າ ຂໍ້ຫາຕໍ່ນາຍ HUANG ແມ່ນຮວມທັງຈ່າຍເງິນ
ສິນບົນຫຼາຍກວ່າ 6 ແສນໂດລາໃຫ້ແກ່ເຈົ້າໜ້າທີ່ລັດຖະບານ 5 ຄົນ. ນອກນັ້ນ
ລາວຍັງຖືກພົບເຫັນວ່າມີຄວາມຜິດໃນການຄ້າຮຸ້ນຂອງບໍລິສັດແບບ ຜິດກົດໝາຍ
ທີ່ມີມູນຄ່າຫລາຍກວ່າ 200 ລ້ານໂດລາ.

XS
SM
MD
LG