ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະນາຄານ HSBC ບັນລຸຂໍ້ຕົກລົງ ກັບສະຫະລັດ


ຫົວໜ້າຄະນະບໍລິຫານກຸ່ມທະນາຄານ HSBC ທ່ານ Stuart Gulliver
ຫົວໜ້າຄະນະບໍລິຫານກຸ່ມທະນາຄານ HSBC ທ່ານ Stuart Gulliver
ທະນາຄານຍັກໃຫຍ່ HSBC ຂອງອັງກິດ ໄດ້ຕົກລົງທີ່ຈະຈ່າຍ
ເງິນຈໍານວນ 1.900 ລ້ານ ໂດລ່າ ເພື່ອຍຸດຕິຄະດີຟ້ອກເງິນກັບ
ທາງການສະຫະລັດ.

ຄະດີນີ້ແມ່ນເພັ່ງເລັ່ງໃສ່ການໂອນເງິນຈໍານວນຫຼາຍພັນລ້ານ
ໂດລ່າຜ່ານທາງລະບົບການ ເງິນຂອງສະຫະລັດ ໃຫ້ພວກກຸ່ມຄ້າ
ຢາເສບຕິດຂອງເມັກຊິກໂກ ແລະປະເທດອັນທະພານ ເຊັ່ນ
ອິຣ່ານນັ້ນ.

ທະນາຄານ HSBC ໄດ້ຕົກລົງຕໍ່ການຍຸດຕິຄະດີດັ່ງກ່າວ
ພາຍໃຕ້ອັນທີ່ເອີ້ນວ່າ ຂໍ້ຕົກລົງໂຈະການດໍາເນີນຄະດີໄວ້ ກັບ
ທາງກະຊວງຍຸຕິທໍາຂອງສະຫະລັດ ຊຶ່ງໝາຍຄວາມວ່າ
ທາງທະນາຄານ ຈະບໍ່ຖືກດໍາເນີນຄະດີຕື່ມອີກຖ້າຫາກວ່າທະນາ
ຄານປະຕິບັດຕາມເງື່ອນໄຂບາງຢ່າງ.

ໃນອີກຄະດີນຶ່ງຕ່າງຫາກນັ້ນ ກະຊວງຍຸຕິທໍາສະຫະລັດ ໄດ້ປະກາດໃນວັນຈັນວານນີ້ວ່າ
ທະນາຄານ Standard Chartered ຂອງອັງກິດ ກໍໄດ້ຕົກລົງກັບທາງລັດຖະບານກາງ
ສະຫະລັດແລະອໍານາດປົກຄອງທ້ອງຖິ່ນ ທີ່ຈະຈ່າຍເງິນຈໍານວນ 327 ລ້ານໂດລ່າ
ເພື່ອປິດຄະດີລະເມີດຂໍ້ຫ້າມ.

ການຕົກລົງດັ່ງກ່າວນີ້ແມ່ນກ່ຽວພັນກັບການສືບສວນ ສອບສວນ ກ່ຽວກັບທຸລະກໍາທີ່
ພົວພັນກັບບັນດາລັດ ທີ່ຢູ່ໃນບັນຊີຖືກຫ້າມດ້ານການເງິນຂອງສະຫະລັດ ທີ່ຮວມທັງ
ອີຣານ, ມຽນມາ, ລີເບຍ ແລະຊູແດນ ນໍານັ້ນ.
XS
SM
MD
LG