ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມສິ້ງຊອມສິດທິມະນຸດ HRW ມອບລາງໃຫ້ ພວກນັກຂຽນ


ນັກຂຽນ 8 ຄົນຈາກຫວຽດນາມ ທີ່ໄດ້ຮັບລາງວັນຂອງກຸ່ມສິ້ງຊອມເບິ່ງສິດທິມະນຸດ Human Rights Watch
ນັກຂຽນ 8 ຄົນຈາກຫວຽດນາມ ທີ່ໄດ້ຮັບລາງວັນຂອງກຸ່ມສິ້ງຊອມເບິ່ງສິດທິມະນຸດ Human Rights Watch

ອົງການສິ້ງຊອມສິດທິມະນຸດ Human Rights Watch ກໍາລັງໃຫ້ກຽດແກ່ພວກນັກຂຽນ 48 ຄົນຈາກ 24 ປະເທດສໍາລັບຄວາມໝັ້ນໝາຍຂອງພວກເຂົາເຈົ້າ ຕໍ່ເສລີພາບໃນການ ສະແດງຄວາມຄິດຄວາມເຫັນ ແລະໃນ ສິ່ງທີ່ກ່າວກັນວ່າເປັນຄວາມກ້າຫານ ໃນການປະ ເຊີນກັບການປະຫັດປະຫານນັ້ນ.

ເມື່ອວັນພຸດມື້ນີ້ ກຸ່ມປົກປ້ອງສິດທິມະນຸດທີ່ມີສຳນັກງານຕັ້ງຢູ່ນີວຢ໊ອກກຸ່ມ ນີ້ໄດ້ປະກາດຊື່ ຜູ້ໄດ້ຮັບລາງວັນ Hellman/Hammett ທີ່ມີມູນຄ່າສູງເຖິງ 10,000 ໂດລາ ຊຶ່ງໃນປີນີ້ ຈະມອບໃຫ້ ພວກນັກຂຽນຂ່າວລົງອິນເທີແນັດ ແລະນັກຂຽນນິຍາຍ ພ້ອມດ້ວຍນັກຮ້ອງ ນັກປະພັນຄົນນຶ່ງ ແລະນັກຂຽນ ຮູບກາຕູນຄົນນຶ່ງ

ຜູ້ທີ່ໄດ້ຮັບລາງວັນດັ່ງກ່າວຜູ້ນຶ່ງ ກໍໄດ້ແກ່ນັກເຄຶ່ອນໄຫວທາງອິນເທີແນັດ ນາຍຈີຣະນຸດ ເປຣມໄຊພອດຈາກປະເທດໄທ ຜູ້ທີ່ໄດ້ເວົ້າວ່າ ລັດຖະບານຕ່າງໆຈະບໍ່ສາມາດປິດປາກ ປິດສຽງພວກທີ່ມີຄວາມໝາຍໝັ້ນຕັ້ງໃຈທີ່ຈະເວົ້າກ່ຽວກັບຄວາມຄິດແລະຄວາມເຊື່ອໝັ້ນ ຂອງພວກເຂົາເຈົ້າອອກມານັ້ນ.

ຜູ້ທີ່ໄດ້ຮັບລາງວັນດັ່ງກ່າວ ມີແປດຄົນທີ່ມາຈາກຫວຽດນາມ ຊຶ່ງໂຮມທັງນາຍ Ngyuen
Xuan Nghia ນັກຂຽນແລະຜູ້ນໍາຂອງກຸ່ມນິຍົມປະຊາທິປະໄຕ ທີ 8406 ທີ່ຖືກລັດຖະ
ບານສັ່ງຫ້າມນັ້ນ. ຜູ້ກ່ຽວຖືກສານຕັດສິນຈໍາຄຸກຫົກປີ ໃນຂໍ້ຫາໂຄສະນາຊວນເຊື່ອຕໍ່ຕ້ານ ລັດຖະບານ

ພວກປະຊາຊົນທີ່ໄດ້ຮັບກຽດດັ່ງກ່າວ ທີ່ມາຈາກປະເທດອື່ນໆແມ່ນມີໂຮມທັງ ອັຟການີສ ຖານ ແອງໂກລາ ບາເຣນ ເບລາຣູສ ກໍາປູເຈຍ ກາເມຣູນ ຈີນ ອິນໂດເນເຊຍ ອີຣ່ານ ອີຣັກ ເມັກຊິໂກ ປາກິສຖານ ໄທ ແລະ ເວເນຊູເອລາ.

ພວກນັກຂຽນອື່ນໆອີກແມ່ນໄດ້ຮັບລາງວັນ ໃນ ມາເລເຊຍ ສິງຄະໂປ ກາຊັກສະຖານ
ສປ ຄອງໂກ ເອທິໂອເປຍ ກາມເບຍ ເຄັນຢາ ໂຊມາເລຍ ແລະ ຊູດານ.

XS
SM
MD
LG