ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

HRW ເຕືອນກ່ຽວກັບ ລັດຖະບານ ລະດູບານໃໝ່ ອາຣັບ


ເຄື່ອງໝາຍຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch
ເຄື່ອງໝາຍຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສຳນັກ
ງານຢູ່ສະຫະລັດເຕືອນວ່າ ການປະທ້ວງໃນລະດູບານໃໝ່ຂອງ
ຊາວອາຣັບໄດ້ແຜ້ວໃຫ້ລັດຖະບານໃໝ່ທີ່ບໍ່ໃຫ້ການເຄົາລົບນັບ
ຖືສິດທິມະນຸດ ຂຶ້ນຄອງອຳນາດ.

ໃນລາຍງານປະຈຳປີກ່ຽວກັບການເຄົາລົບນັບຖືສິດທິມະນຸດຢູ່
ໃນທົ່ວໂລກຂອງຕົນ ທີ່ນຳອອກເຜີຍແຜ່ ໃນວັນພະຫັດ ວານນີ້
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ
ເຖິງແມ່ນໄດ້ມີຄວາມຕື່ນເຕັ້ນ ໃນຕອນຕົ້ນໆ ກ່ຽວກັບການປະ
ທ້ວງໃນລະດູບານໃໝ່ຂອງຊາວອາຣັບກໍຈິງ ແຕ່ການປ່ຽນແປງ ຂັ້ນພື້ນຖານໄດ້ດຳເນີນໄປແບບຊັກຊ້າແລະບໍ່ໝັ້ນຄົງ ຢູ່ໃນປະ
ເທດຕ່າງໆເຊັ່ນອີຈິບ ລີເບຍ ແລະຕູນີເຊຍ ຊຶ່ງເປັນປະເທດ ທີ່
ໄດ້ມີການປ່ຽນແປງອຳນາດການປົກຄອງເມື່ອໄວໆມານີ້.

ລາຍງານເວົ້າວ່າ ບັນດາລັດຖະບານໃໝ່ເຫຼົ່ານີ້ຈຳເປັນຕ້ອງໄດ້ສ້າງຕັ້ງສະຖາບັນທີ່ມີປະສິດ ທິພາບໃນການປົກຄອງ ສ້າງຕັ້ງລະບົບສານຍຸຕິທຳ ທີ່ເປັນອິດສະລະ ແລະຝຶກອົບຮົມເຈົ້າ ໜ້າທີ່ລັດຖະບານ ໃຫ້ເຄົາລົບນັບຖືສິດທິມະນຸດ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ເຕືອນປະເທດເຫຼົ່ານີ້ ກ່ຽວກັບການ ເລືອກເອົາການປົກຄອງສຽງສ່ວນຫຼາຍທີ່ປະຕິບັດຕາມໃຈຕົວເອງເໜືອການປົກຄອງແບບ
ປະຊາທິປະໄຕທີ່ເຄົາລົບນັບຖືສິດທິມະນຸດ.

ລາຍງານ ທີ່ສ່ວນນຶ່ງຂຽນຂຶ້ນໂດຍຜູ້ອຳນວຍການ ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ທ່ານ Ken Roth ນັ້ນ ໄດ້ສະແດງຄວາມວິຕົກກັງວົນຫຼາຍໆຢ່າງກ່ຽວກັບອີ ຈິບແລະລັດຖະທຳມະນູນສະບັບໃໝ່ຂອງປະເທດ ໂດຍເວົ້າວ່າ ການເຄົາລົບນັບຖືສິດທິມະ ນຸດຢູ່ໃນປະເທດດັ່ງກ່າວແມ່ນມີເງື່ອນໄຂອີງຕາມຂໍ້ບັງຄັບທີ່ວ່າ ພວກເຂົາເຈົ້າບໍ່ໄດ້ບ່ອນທຳ ລາຍຕໍ່ຫຼັກຈັນຍາ ສິນທຳ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຍັງໄດ້ປະນາມຄວາມຮຸນແຮງ ແລະ ການກົດຂີ່ຢ່າງແຜ່ກວ້າງທີ່ໄດ້ເກີດຂຶ້ນຢູ່ໃນຊີເຣຍ. ອົງການດັ່ງກ່າວຮຽກຮ້ອງໃຫ້ຣັດເຊຍ ແລະຈີນ ທຳການລົງໂທດຢ່າງເຄັ່ງຄັດຕໍ່ຊີເຣຍໃນຄວາມພະຍາຍາມເພື່ອກົດດັນອຳນາດ ການປົກຄອງດັ່ງກ່າວ.
XS
SM
MD
LG