ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການລ່ວງລະເມີດ ແລະບັງຄັບໃຊ້ແຮງງານ ຢູ່ສູນບຳບັດ ຢາເສບຕິດຫວຽດນາມ


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ

ກຸ່ມສິ້ງຊອມສິດທິມະນຸດ ກ່າວວ່າ ພວກຄົນເຈັບຢູ່ ທີ່ສູນກາງບໍາບັດພວກຕິດຢາເສບຕິດ
ໃນຫວຽດນາມ ຖືກທຳຮ້າຍຮ່າງກາຍແລະ ຖືກບັງຄັບໃຊ້ແຮງງານມາເປັນເວລາໄດ້ຫລາຍ
ປີແລ້ວໂດຍ ບໍ່ໄດ້ຮັບການປິ່ນປົວ ທີ່ເໝາະສົມຖືກຕ້ອງ ເພື່ອໃຫ້ການຕິດຢາເສບຕິດຂອງ
ພວກເຂົາເຈົ້າຫາຍດີນັ້ນ.

ໃນລາຍງານສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນພຸດມື້ນີ້ ກຸ່ມປົກປ້ອງສິດທິມະນຸດທີ່ວ່ານີ້
ທີ່ມີສຳນັກງານຕັ້ງຢູ່ນີວຢອກ ເວົ້າວ່າ ຫວຽດນາມໄດ້ຈໍາຄຸກປະຊາຊົນຫຼາຍກວ່າ 300,000
ຄົນ ໂດຍບໍ່ມີການພິຈາລະນໍາດໍາເນີນຄະດີແຕ່ຢ່າງໃດ ຢູ່ໃນສູນກາງປິ່ນປົວດັ່ງກ່າວ ໃນລະ
ຫວ່າງປີ 2000 ຫາ ປີ 2010.

ກຸ່ມປົກປ້ອງສິດທິກຸ່ມນີ້ເວົ້າຕື່ມວ່າ ພວກທີ່ເຄີຍເຂົ້າຮັບການປິ່ນປົວໄດ້ອະທິບາຍເຖິງການ
ຖືກບັງຄັບໃຫ້ເຮັດວຽກຫົກມື້ຕໍ່ອາທິດ ຄືວຽກແກະໃນໝາກມ່ວງຫິມະພານ ຕັດຫຍິບ ແລະ ການຜະລິດເຄຶ່ອງອື່ນໆ. ສ່ວນຫລາຍຈະໄດ້ຮັບເງິນຄ່າແຮງແຕ່ພຽງໜ້ອຍດຽວ ຫລືບໍ່ໄດ້
ຮັບເລີຍ. ພວກເຂົາເຈົ້າກ່າວຕໍ່ໄປວ່າ ພວກເຂົາເຈົ້າຖືກທຸບຕີ ແລະຖືກເອົາໄມ້ຄ້ອນໄຟຟ້າ
ຈີ້ຕາມຕົວ ແລະໄດ້ຖືກຂັງດ່ຽວເປັນເວລາຍາວນານ.

ກຸ່ມ Human Rights Watch ກ່າວອີກວ່າ ຫລັກຖານຕ່າງໆຂອງຕົນ ສ່ວນນຶ່ງແມ່ນໄດ້ມາ
ຈາກການສໍາພາດກັບພວກທີ່ເຄີຍຖືກຄຸມຂັງ 34 ຄົນ ທີ່ຖືກກັກຕົວຢູ່ໃນສູນກາງ 14 ແຫ່ງ
ທັງຢູ່ໃນ ແລະອ້ອມແອ້ມ ນະຄອນ Ho Chi Minh.

XS
SM
MD
LG