ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

HRW ກ່າວວ່າ ສະຫະລັດ ລຳອຽງ ໃນການປະຕິບັດ ກົດໝາຍຄົນເຂົ້າເມືອງ


ຄົນເຂົ້າເມືອງຈາກ ອາເມຣິກາກາງ ພາກັນຖືປ້າຍປະທ້ວງ ຮຽກຮ້ອງໃຫ້ມີການປະຕິຮູບ ກົດໝາຍຄົນເຂົ້າເມືອງ ໃນ ສະຫະລັດ
ຄົນເຂົ້າເມືອງຈາກ ອາເມຣິກາກາງ ພາກັນຖືປ້າຍປະທ້ວງ ຮຽກຮ້ອງໃຫ້ມີການປະຕິຮູບ ກົດໝາຍຄົນເຂົ້າເມືອງ ໃນ ສະຫະລັດ

ຫ້ອງການ​ສີ້​ງຊອ​ມສິດທິ​ມະນຸດ ກ່າວ​ວ່າ “ການ​ກວດ​ສອບ ພວກ
ລັກລອບເຂົ້າເມືອງ ​ຢ່າ​ງວ່ອງ​ໄວ” ຂອງລັດຖະບານສະຫະລັດ
ຢູ່ຊາຍ​ແດນ​ນັ້ນ ​ເປັນ​ການ​ລຳອຽງ ​ຕໍ່ຊາວອາ​ເມຣິກາ​ ລາຕິນ
ເປັນ​ຜົນ​ໃຫ້​ມີການ​ເນລະ​ເທດກັບ​ຄືນບ້ານ​ຂອງ​ເຂົາ​ເຈົ້າ​ໂດຍ
“ປາດ​ສະ​ຈາກ​ໂອກ​າດ ໃນ​ການ​ຂໍ​ລີ້​ໄພ.”

ລາຍ​ງານ 44 ໜ້າ ທີ່ນຳອອກເຜີຍ​ແຜ່​ໃນ​ວັນ​ພະຫັດ​ວານ​ນີ້ ໄດ້
ໃຫ້​ລາຍລະອຽດ​ກ່ຽວກັບ​ນະ​ໂຍບາຍຊາຍ​ແດນ ​ແລະ​ການປະຕິ
ບັດ​ທີ່​ເຮັດ​ໃຫ້​ຄົນ​ເຂົ້າ​ເມືອງ ຕົກຢູ່​ໃນ​ຄວາມ​ສ່ຽງທີ່ຈະ​ໄດ້​ຮັບອັນຕະ
ລາຍ​ຢ່າງ​ຮ້າຍ​ແຮງ ຢູ່​ໃນ​ປະ​ເທດຂອ​ງເຂົາ​ເຈົ້າ​ເວລາ​ກັບ​ຄືນ​ເມືອ.

ຫ້ອງການ​ສີ້​ງຊອ​ມສິດທິ​ມະນຸດ ກ່າວ​ວ່າ ຂໍ້​ມູນ​ທີ່​ໄດ້​ຮັບ​ຈາກ ລັດຖະບານສະຫະລັດ ເປີດ
​ເຜີຍ​ໃຫ້​ເຫັນ​ວ່າ ຊາວ​ອາ​ເມຣິກາ​ລາຕິນ ຈຳນວນ​ນຶ່ງ​ມີ​ຄວາມຢ້ານ​ກົວ​ຖ້າ​ຫາກ​ຖືກ​ສົ່ງກັບ​
ຄືນ​ເມືອ​ປະ​ເທດ​. ຢ່າງ​ໜ້ອຍ 80 ​ເປີ​ເຊັນ​ຂອງ​ຊາວ Honduras ຜູ້​ທີ່​ໄດ້​ມາ​ເຖິງ​ລະ​ຫວ່າງ
​ປີ 2011 ຫາ​ປີ 2012 ແມ່ນ​ຕົກ​ຢູ່​ໃນ​ການ​ພິຈາຣະນາ​ໃຫ້ກັບຄືນປະ​ເທດ ຊຶ່ງມີ​ພຽງ​ແຕ່
1.9 ​ເປີ​ເຊັນ​ທີ່​ເຫັນ​ວ່າ ອາດ​ເປັນ​ບັນດາ​ຜູ້​ຂໍ​ລີ້​ໄພ​ໄດ້. ຫ້ອງການ​ສີ້​ງຊອ​ມສິດທິ​ມະນຸດ ກ່າວ
​ວ່າ ​ເປີ​ເຊັນ​ຂອງ​ປະຊາກອນ​ຈາກ ​ເມັກ​ຊິ​ໂກ ​ແອ​ລຊານ​ວາ​ດໍ ​ແລະ ກົວ​ເຕມາລາ ກໍ​ເປັນຄື
​ກັນ ຄື​ມີ​ພຽງ​ແຕ່ລະຫວ່າງ 0.1 ຫາ 5.5 ​ເປີ​ເຊັນ​ເທົ່ານັ້ນ.

ຄະດີເດັກນ້ອຍລັກລອບເຂົ້າເມືອງ ກຳລັງອັ່ງຢູ່ໃນສານສະຫະລັດ:

Courts Overcrowded with 'Rocket Docket' Migrant Kids
please wait

No media source currently available

0:00 0:03:11 0:00

​ເຖິງ​ຢ່າງ​ໃດ​ກໍ​ດີ ຫ້ອງການ​ສີ້​ງຊອ​ມສິດທິ​ມະນຸດ ກໍກ່າວ​ວ່າ ຕຳຫລວດ​ຊາຍ​ແດນ ​ໄດ້​ບອກ​
ວ່າ 21 ​ເປີ​ເຊັນ​ຂອງຄົນ​ຈາກປະ​ເທດ​ອື່ນໆ ທີ່​ເຂົ້າ​ມາ​ ໃນ​ລະຍະ​ດຽວ​ກັນແມ່ນເປັນ​ລະດັບ
​ສອງ ທີ່ຈະຖືກ​ກວດກາ​ຢ່າງ​ເລິກ​ແລບ​ສຳລັບ​ການ​ຂໍ​ລີ້​ໄພ.

ທ່ານ​ນາງ Clara Long ຫ້ອງການ​ສີ້​ງຊອ​ມສິດທິ​ມະນຸດ ນັກ​ຄົ້ນຄວ້າ​ກ່ຽວ​ກັບ ຊາວ​ຕ່າງ
​ດ້າວ​ຂອງ ສະຫະລັດ ​ແລະ​ຜູ້​ຂຽນລາຍ​ງານນີ້​ ກ່າວ​ວ່າ “ຢູ່​ໃນ​ຄວາມ​ສັບສົນ​ຂອງ​ການ​ຫລັ່ງ​
ໄຫ​ລ​ເຂົ້າ​ມາ​ຂອງ​ຊາວ​ຕ່າງ​ດ້າວຈາກ​ອາ​ເມຣິກາ​ກາງ ​ແມ່ນ​ວ່າສະຫະລັດ ກຳລັງ​ສົ່ງ​ບັນດາ
​ຜູ້​ຢາກ​ຂໍ​ລີ້​ໄພ​ຕ່າງໆກັບ​ຄືນ​ໄປ​ສູ່ ການ​ຂົ່ມຂູ່ຂອງ​ການ​ຖືກ​ຂ້າ ຂົ່ມຂືນ ​ແລະ​ຄວາມ​ຮ້າຍ
​ແຮງ​ຕ່າງໆ.

ບັນດາ​ເຈົ້າ​ໜ້າ​ທີ່ ສະຫະລັດ ຍັງ​ບໍ່​ທັນ​ໄດ້​ຖະ​ແຫລ​ງ​ໃດໆໂຕ້​ຕອບລາຍ​ງານ​ຂອງ ຫ້ອງການ
​ສີ້​ງຊອມ​ສິດທິ​ມະນຸດນີ້​ເທື່ອ.

ລາຍງານ VOA On Assignment ວິເຄາະອັນຕະລາຍ ທີ່ປະເຊີນໜ້າພວກລັກລອບ ເຂົ້າມາສະຫະລັດ ຈາກອາເມຮິກາ ລາຕິນ:

Tales from the U.S.-Mexico Border (VOA On Assignment Sept. 26, 2014)
please wait

No media source currently available

0:00 0:05:09 0:00

XS
SM
MD
LG