ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສິດທິມະນຸດ ຮຽກຮ້ອງຊີເຣຍ ໃຫ້ຍຸຕິການໃຊ້ ສູກສອນໄຟ


ກຸ່ມສິ້ງຊອມສິດ​ທິມະນຸດ ກ່າວ​​ວ່າ ຕົນ​ໄດ້​ທໍາ​ການ​ສອບ​ສວນ
​​ລູກ​ສອນກ່ຽວກັບລູກສອນໄຟຂີປະນາວຸດ​ 9 ລູກ ທີ່​ໂຈມ​ຕີ​ໃນ​ປີນີ້
ກຸ່ມສິ້ງຊອມສິດ​ທິມະນຸດ ກ່າວ​​ວ່າ ຕົນ​ໄດ້​ທໍາ​ການ​ສອບ​ສວນ ​​ລູກ​ສອນກ່ຽວກັບລູກສອນໄຟຂີປະນາວຸດ​ 9 ລູກ ທີ່​ໂຈມ​ຕີ​ໃນ​ປີນີ້
ຫ້ອງການ​ສິ້ງຊອມສິດທິ​ມະນຸດ ຫລື Human Rights Watchຮຽກຮ້ອງ​ໃຫ້ກໍາ​ລັງ
ຊີ​ເຣຍ ຍຸຕິ​ອັນທີ່ເອີ້ນ​ວ່າ ​ການ​ໃຊ້ ລູກ​ສອນ​ໄຟ​ຂີປະນາວຸດ​ໂດຍ​ບໍ່ ເລືອກເປົ້າໝາຍ
​ໃສ່ເຂດ​ທີ່​ມີ​ປະຊາກອນ​ອາ​ໄສຢູ່​ໜາ​ແໜ້ນ.

ກຸ່ມສິ້​ງຊອມສິດ​ທິມະນຸດ ທີ່​ມີ​ຫ້ອງການຢູ່​ໃນ​ ສະຫະລັດ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ
ຕົນ​ໄດ້​ທໍາ​ການ​ສອບ​ສວນກ່ຽວກັບ ລູກ​ສອນ​ໄຟຂີປະນາວຸດ​ 9 ລູກ ທີ່​ໂຈມ​ຕີ​ໃນ​
ປີນີ້ ໄດ້​ສັງຫານ​ພົນລະ​ເຮືອນ 215 ຄົນໂດຍ​ສະ​ເພາະ ຢູ່​ໃນ​ເມືອງ Aleppo ແລະ
​ແຂ​ວງທີ່ຢູ່ອ້ອມ​ແອ້ມ.

​Aleppo ​ເປັນ​ເມືອງ​ໃຫຍ່​ສຸດຂອງ ຊີ​ເຣຍ ​ແລະ​ເປັນ​ແນວ​ໜ້າສໍາຄັນຂອງ​ ສົງຄາມ
​ກາງ​ເມືອງ ລະ​ຫວ່າງ ປະທານາທິບໍດີ Bashar al-Assad ​ກັບ​ພວກ​ຕໍ່ຕ້ານ ທີ່​ພະ
​ຍາ​ຍາມໂຄ່ນ​ລົ້ມ​ທ່ານ ອອກ​ຈາກ​ອໍານາດ.

ກຸ່ມສິ້ງຊອມສິດ​ທິມະນຸດ ກ່າວ​ວ່າ ປາກົດ​ວ່າ​ບໍ່​ມີ​ເປົ້າ​ໝາຍ​ຂອງ​ທະຫານທີ່​ແນ່ນອນ ຢູ່​ໃກ້​ກັບ​ເຈັດ​ບ່ອນ ຂອງ​ການ​ໂຈມ​ຕີ​ນັ້ນ ​ເຮັດ​ໃຫ້ “ມິ​ຄວາມ​ເສຍ​ຫາຍ​ແກ່​ພົນລະ​ເຮືອນ ​ໂດຍ​ທີ່​ທະຫານ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຍັງ​ເລີຍ.”

​ໄດ້​ມີ​ການ​ຕິຕຽນ​ການ​ໃຊ້​ລູກສອນໄຟ​ຂີປະນາວຸດ ​ແລະ​ກ່າວວ່າ ຖ້າຫາກ​ວ່າມີ​ບັນດາ​ພວກ​ນັກ​ລົບຢູ່​ໃນ​ບໍລິ​ເວນທີ່​ວ່າ​ນັ້ນ ອາວຸດດັ່ງກ່າວ​ກໍ​ບໍ່​ສາມາດ​ແນ່​ໃສ່​ເຂົາ​ເຈົ້າ​ໄດ້ຢ່າງ​ຖືກຕ້ອງ​ແມ່ນ​ຍຳ​. ກຸ່ມ​ສິດທິ​ມະ​ນຸດ​ ກ່າວ​ວ່າ ຜົນ​ຂອງ​ມັນ​ແມ່ນ ​“ໄດ້​ສ້າງ​ຄວາມ​ເສຍ
​ຫາຍ​ໜັກ” ​ໃຫ້​ແກ່ ພົນລະ​ເຮືອນ.
XS
SM
MD
LG