ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຮຽກຮ້ອງ
ໃຫ້ ບັນດາຜູ້ພິພາກສາປາກິສຖານ ຢຸດໃຊ້ອໍານາດເຂົາເຈົ້າ
ເພື່ອກີດກັ້ນບໍ່ໃຫ້ສື່ມວນຊົນ ລາຍງານຕິຕຽນລະບົບຍຸຕິທໍາ
ຂອງປະເທດ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ຫວ່າງສອງສາມເດືອນຜ່ານມານີ້ ບັນດາສານສູງ ໃນກຸງ Islamabad ແລະ ນະຄອນ Lahore ໄດ້ອອກຄໍາສັ່ງໂດຍກົງຕໍ່ອົງການຄຸ້ມຄອງສື່ມວນຊົນອີເລັກໂທຣນິກ ຂອງປາກິສຖານ ຫຼື PEMRA ໃຫ້ຄໍ້າ
ປະກັນວ່າ ລາຍງານຕໍ່ຕ້ານລະບົບຍຸຕິທໍາ ຈະບໍ່ມີການອອກອາກາດທາງໂທລະ ພາບ.
ຫົວໜ້າຫ້ອງການ ປົກປ້ອງສິດທິມະນຸດ Human Rights Watch ເຂດເອເຊຍ ທ່ານ Brad Adams ກ່າວວ່າ “ການຄວບຄຸມການສະແດງຄວາມເຫັນຢ່າງເສຣີ” ຕ້ອງຢຸດເຊົາ
ໂດຍທັນທີ ແລະບັນດາຜູ້ພິພາກສາບໍ່ໄດ້ຮັບ “ສິດພິເສດ ຍົກເວັ້ນຈາກການຕິຕຽນ.” ສານ
ສູງຂອງນະຄອນ Lahore ໄດ້ອອກຄໍາສັ່ງອົງການ PEMRA ໃຫ້ຈັດຕັ້ງປະຕິບັດຄໍາສັ່ງ ທີ່ຈະໝົດກໍາໜົດໃນວັນພະຫັດນີ້ ບໍ່ໃຫ້ອອກອາກາດ ລາຍງານທີ່ຕິຕຽນຕໍ່ລະບົບຍຸຕິທໍາ.
ການເຄື່ອນໄຫວດັ່ງກ່າວມີຂຶ້ນຫຼັງຈາກ ສານສູງຂອງ ກຸງ Islamabad ໄດ້ອອກຄໍາສັ່ງໃນເດືອນຕຸລາ ຫ້າມບໍ່ໃຫ້ອອກອາກາດເລື້ອງດັ່ງກ່າວ.
ອົງການ PEMRA ຖະແຫລງໃນວັນທີ 13 ເດືອນພະຈິກນີ້ວ່າ ຕົນມີ ຄວາມໝາຍໝັ້ນ ເພື່ອຄໍ້າປະກັນອິດສະຫຼະພາບໃນການສະແດງອອກຊຶ່ງຄວາມຄິດຄວາມເຫັນ ແຕ່ວ່າ ບໍ່ມີບ່ອນໃດທີ່ “ມີການປ່ອຍໃຫ້ອິດ ສະຫຼະພາບແບບບໍ່ມີການຄວບຄຸມ” ສ້າງຄວາມເສຍຫາຍໃຫ້ແກ່ສະຖາບັນຕ່າງໆຂອງລັດ.