ກຸ່ມປົກປ້ອງສິດທິມະນຸດນາໆຊາດກຸ່ມນຶ່ງກ່າວວ່າ ທະຫານຊີເຣຍ ພວມຂະຫຍາຍການນຳໃຊ້ລະເບີດລູກຫວ່ານ ທີ່ເກືອດຫ້າມ ຢູ່ໃນ ຄຸ້ມທີ່ມີປະຊາຊົນອາໄສຢູ່ ຊຶ່ງເຮັດໃຫ້ພົນລະເຮືອນ ບາດເຈັບລົ້ມ ຕາຍຫລາຍຂຶ້ນ.
ລະເບີດລູກຫວ່ານໄດ້ໄຂອອກເວລາຖິ້ມລົງ ຊຶ່ງເຮັດໃຫ້ບອມບີ້ຫຼື
ລະເບີດນ້ອຍໆທີ່ ຢູ່ຂ້າງໃນຫວ່ານອອກໄປ. ລູກລະເບີດນ້ອຍໆ
ເຫຼົ່ານີ້ແມ່ນສືບຕໍ່ເປັນໄພຂົ່ມຂູ່ໃນໄລຍະຍາວຕໍ່ພົນລະເຮືອນໃນ ເມື່ອວ່າລູກລະເບີດຈຳນວນຫຼວງຫຼາຍບໍ່ໄດ້ແຕກໃນທັນທີໂລດ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວໃນວັນ
ເສົາມື້ນີ້ວ່າ ຕົນໄດ້ລະບຸສະຖານທີ່ຢ່າງໜ້ອຍ 119 ບ່ອນ ທີ່ໄດ້ມີ ການນຳໃຊ້ລະເບີດລູກຫວ່ານໃນໄລຍະ 6 ເດືອນຜ່ານມາໃນສົງ ຄາມກາງເມືອງ ຢູ່ຊີເຣຍ.
ກຸ່ມປົກປ້ອງສິດມະນຸດກຸ່ມນີ້ເວົ້າວ່າການໂຈມຕີດ້ວຍລະເບີດລູກ
ຫວ່ານ ໃນຮອບສອງອາທິດຜ່ານມານີ້ ໄດ້ສັງຫານພົນລະເຮືອນ
11 ຄົນ ຮວມທັງເດັກນ້ອຍ 5 ຄົນ ແລະແມ່ຍິງ 2 ຄົນ.
ເບິ່ງວີດິໂອລາຍງານ ວີໂອເອພົບຫລັກຖານວ່າ ຊີເຣຍໃຊ້ລະເບີດລູກຫວ່ານ: