ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະເບີດ ບົມບີ ຫຼືລະເບີດລູກວ່ານຜະລິດ ໂດຍ ຣັດເຊຍ ຖືກໃຊ້ໃນ ຊີເຣຍ


ລະເບີດລູກໜຶ່ງທີ່ຖິ້ມລົງຈາກເຮືອບິນຮົບ Su-34 ຂອງ ຣັດເຊຍ ໃນ ຊີເຣຍ.9 ຕຸລາ, 2015.
ລະເບີດລູກໜຶ່ງທີ່ຖິ້ມລົງຈາກເຮືອບິນຮົບ Su-34 ຂອງ ຣັດເຊຍ ໃນ ຊີເຣຍ.9 ຕຸລາ, 2015.

ອົງການ​ສິ້ງ​ຊອມ​ສິດທິ​ມະນຸ​ດ ​ໄດ້​ກ່າວໃນ​ວັນ​ອາທິ​ດມື້​ນີ້​ວ່າ ຊະນິດ​ຂອງ​ລະ​ເບີດ​ບົມບີຫຼື​ລູກ​ວ່າ​ນຜະລິດ​ໂດຍ ຣັດ​ເຊຍ ໄດ້​ຖືກ​ນຳ​ໃຊ້ໃນ​ພາກ​ເໜືອ​ຂອງ ຊີ​ເຣຍ​ ​ເປັນ​ຄັ້ງ​ທຳ​ອິດ.

ກຸ່ມດັ່ງກ່າວ​ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ນະຄອນ ນິວຢອກ ​ໄດ້​ກ່າວ​ວ່າ ສິ່ງ​ດັ່ງກ່າວ​ແມ່ນ“​ໄດ້ເພີ່ມ​ຄວາມ​ເປັນ​ຫ່ວງ​ຢ່າງ​ຮ້າຍ​ແຮງ” ວ່າ ຣັດ​ເຊຍ ​ໄດ້​ຖິ້ມ​ລະ​ເບີດ​ບົມບີ​ຂອງ​ຕົນໃນ​ຖານ​ະຂອງ​ການ​ໂຈມຕີ​ທາງ​ອາກາດໃນ ຊີ​ເຣຍ ​ເກືອບ 2 ສັບປະ​ດາ ຫຼື ​ເປັນ​ການຕອບສະໜອງທາງ​ທະຫານ​ແກ່ ຊີ​ເຣຍ.

ທະຫານ ຊີເຣຍ ບັນຈຸລູກລະເບີດໃສ່ປືນໃຫຍ່ ໃກ້ກັບບ້ານ Morek ໃນ ຊີເຣຍ. 7 ຕຸລາ, 2015. ທະຫານ ຊີເຣຍ ໄດ້ເປີດການໂຈມຕີໃນໃຈກາງ ແລະ ພາກຕາເວັນຕົກສຽງເໜືອຂອງ ຊີເຣຍ ໃຫ້ການຊ່ວຍເຫຼືອໂດຍການໂຈມຕີທາງອາກາດຂອງ ຣັດເຊຍ.
ທະຫານ ຊີເຣຍ ບັນຈຸລູກລະເບີດໃສ່ປືນໃຫຍ່ ໃກ້ກັບບ້ານ Morek ໃນ ຊີເຣຍ. 7 ຕຸລາ, 2015. ທະຫານ ຊີເຣຍ ໄດ້ເປີດການໂຈມຕີໃນໃຈກາງ ແລະ ພາກຕາເວັນຕົກສຽງເໜືອຂອງ ຊີເຣຍ ໃຫ້ການຊ່ວຍເຫຼືອໂດຍການໂຈມຕີທາງອາກາດຂອງ ຣັດເຊຍ.

ກຸ່ມນັ້ນເວົ້າວ່າ “ມັນ​ເຄືອ​ງ​ໃຈ​ທີ່​ວ່າ ລະ​ເບີດ​ບົ​ມບີ ອີກຊະນິດໜຶ່ງ ​ໄດ້​ຖືກ​ນຳ​ໃຊ້​ໃນ ຊີ​ເຣຍ ​ເຊິ່ງ ມັນຈະ​ສົ່ງ​ຜົນ​ທີ່​ເປັນອັນຕະລາຍຕໍ່​ປະຊາຊົນ ສຳ​ລັບອີກ​ຫຼາຍ​ປີ​ທີ່​ຈະ​ມາ​ເຖິງ​ນີ້.” ຮອງ​ອຳ​ນວຍ​ການ​ສິ້ງ​ຊອມ​ສິດທິ​ມະນຸດ ຕາ​ເວັນ​ອອກາງ ທ່ານ Nadim Houry ​ໄດ້​ກ່າວ​ວ່າ “ບໍ​ວ່າ​ຈະ​ເປັນ ຣັດ​ເຊຍ ຫຼື ຊີ​ເຣຍ ກໍບໍ່ຄວນຈະໃຊ້​ລະ​ເບີດບົມບີນີ້, ​ແລະ ທັງ​ສອງ​ປະ​ເທດ​ຄວນ​ເຂົ້າ​ຮ່ວມ​ໃນ​ການ​ຫ້າມ​ໃຊ້​ລະ​ເບີດ​ບົມບີ​ສາກົນ​ໂດຍ​ ປາສະຈາກ​ການ​ເລື່ອນ​ເວລາ”​ ໃດໆ

ອົງການ​ສິ້ງ​ຊອມ​ສິດທິ ​ມະນຸດ ອີງ​ຕາມ​ບົດ​ລາຍງານ​ຂອງ​ພວກ​ເຂົາ​ເຈົ້າ​ກ່ຽວ​ກັບ​ຮູ​ບພາບ ​ແລະ ພາບ​ທີ່​ຖ່າຍ​ໄດ້​ຢູ່​ໃກ້​ກັບ​ບ້ານ Kaf Halab, ປະມານ 15 ກິ​ໂລ​ແມັດທາ​ງພາກ​ໃ​ຕ້ຂອງ ເມື​ອງ Aleppo, ​ທີ່​ໄດ້​ສະ​ແດ​ງ​ໃຫ້​ເຫັນ​ລະ​ເບີດບົ​ມບີ​ທີ່​ເຫຼືອ​ຢູ່ ​ແລະ ການລະ​ເບີ​ດກາງ​ອາກາດ​ທີ່​ສອດຄ່ອງ​ກັບ​ການ​ໃຊ້​ຂອງ​ພວກ​ເຂົາ​ເ​ຈົ້າ.

XS
SM
MD
LG