ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ ກ່າວ​ວ່າ ການ​ຍິງ​ຈະຫຼວດ​ຜິດ​ພາດ ເປັນ​ສາ​ເຫດ​ຂອງ​ການ​ລະ​ເບີດ​ທີ່​ຮ້າຍ​ແຮງ​ຢູ່​ໂຮງ​ໝໍ ກາ​ຊາ


ສົບ​ຂອງ​ຊາວ​ປາ​ແລັ​ສ​ໄຕ​ນ​ທີ່​ເສຍ​ຊີ​ວິດ​ຍ້ອນ​ການ​ລະ​ເບີດ​ຢູ່​ໂຮງ​ໝໍ ອາ​ຣັບ ອາ​ລ-ອາ​ລີ ໂຮມ​ກັນ​ຢູ່​ໂຮງ​ໝໍ ອາ​ລ-ຊີ​ຟາ, ໃຈ​ກາງ​ເຂດ​ກາ​ຊາ, 17 ຕຸ​ລາ 2023.
ສົບ​ຂອງ​ຊາວ​ປາ​ແລັ​ສ​ໄຕ​ນ​ທີ່​ເສຍ​ຊີ​ວິດ​ຍ້ອນ​ການ​ລະ​ເບີດ​ຢູ່​ໂຮງ​ໝໍ ອາ​ຣັບ ອາ​ລ-ອາ​ລີ ໂຮມ​ກັນ​ຢູ່​ໂຮງ​ໝໍ ອາ​ລ-ຊີ​ຟາ, ໃຈ​ກາງ​ເຂດ​ກາ​ຊາ, 17 ຕຸ​ລາ 2023.

ອົງ​ການ​ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ຫຼັກ​ຖານ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ ຈະ​ຫຼວດ​ທີ່​ຍິງ​ຜິດ​ພາດ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເປັນ​ສາ​ເຫດ​ຂອງ​ການ​ລະ​ເບີດ​ທີ່​ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຢ່າງຫຼວງຫຼາຍ​ຢູ່​ໂຮງ​ໝໍ​ໃນ​ເຂດ​ກາ​ຊາ ເມື່ອ​ວັນ​ທີ 17 ຕຸ​ລາ​ທີ່​ຜ່ານ​ມາ.

ການ​ລະ​ເບີດ​ຢູ່​ໂຮງ​ໝໍ ອາ​ລ-ອາ​ລີ ໄດ້​ກໍ່​ໃຫ້​ເກີດ​ຄວາມ​ຄວາມ​ຄຽດ​ແຄ້ນ ​ໃນ​ບັນ​ດາ​ປະ​ເທດອາ​ຣັບ. ປາ​ແລັ​ສ​ໄຕ​ນ໌ ໄດ້​ຖິ້ມ​ໂທດ​ໃສ່​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິ​ສ​ຣາ​ແອ​ລ, ໃນ​ຂະ​ນະ​ທີ່ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ​ ມັນ​ມີ​ສາ​ເຫດ​ມາ​ຈາກ​ການ​ຍິງ​ຈະຫຼວດ​ທີ່​ຜິດ​ພາດ​ຂອງ ປາ​ແລັ​ສ​ໄຕ​ນ໌.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໃນ​ກາ​ຊາ ໄດ້​ກ່າວ​ວ່າ​ປະ​ຊາ​ຊົນ 471 ຄົນ​ໄດ້​ເສຍ​ຊີ​ວິດ. ອິ​ສ​ຣາ​ແອ​ລ ໄດ້​ໂຕ້​ແຍ້ງ​ຕົວ​ເລກ​ດັ່ງ​ກ່າວ. ລາຍ​ງານ​ຂໍ້​ມູນ​ລັບ​ຂອງ ສະ​ຫະ​ລັດ ທີ່ບໍ່​ໄດ້​ຖືກ​ເປີດ​ເຜີຍ​ໄດ້​ຄາດ​ວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ “ຕໍ່າ​ສຸດ​ແມ່ນປະ​ມານ 100 ຫາ 300 ຄົນ.”

ອົງ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໄດ້​ກ່າວ​ວ່າ “ການ​ລະ​ເບີດ​ທີ່​ໄດ້​ເຮັດ​ໃຫ້ພົນ​ລະ​ເຮືອນຫຼາຍ​ຄົນ​ເສຍ​ຊີ​ວິດ ແລະ ບາດ​ເຈັບຢູ່​ໂຮງ​ໝໍ ອາ​ລ-ອາ​ລີ ໃນ​ເຂດ​ກາ​ຊາ​ເມື່ອ​ວັນ​ທີ 17 ຕຸ​ລາ 2023, ແມ່ນ​ມີ​ຜົນ​ມາ​ຈາກ​ສິ່ງ​ທີ່​ປາ​ກົດ​ວ່າ​ເປັນຈະຫຼວດ​ຕໍ່​ຕ້ານ​ລົດ​ຖັງ, ຊະ​ນິດ​ທີ່​ຖືກ​ໃຊ້​ທົ່ວ​ໄປ​ ໂດຍ​ກຸ່ມ​ຕິດ​ອາ​ວຸດ ປາ​ແລັ​ສ​ໄຕ​ນ໌.”

ເຂົາ​ເຈົ້າ​ໄດ້​ກ່າ​ວວ່າ​ການ​ຄົ້ນ​ພົບ​ໃນ​ການ​ສືບ​ສວນ​ສອບ​ສວນ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ການ​ລະ​ເບີດ​ນັ້ນ ​ແມ່ນ​ອີງ​ໃສ່​ການ​ທົບ​ທວນ​ຮູບ​ພາບ ແລະ ວິ​ດີ​ໂອ, ພາບ​ຈາກ​ດາວ​ທຽມ ແລະ ການ​ສຳ​ພາດ​ກັບ​ຜູ້​ທີ່​ເຫັນ​ເຫດ​ການ ແລະ ຜູ້​ຊ່ຽວ​ຊານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG