ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

HRW ກ່າວວ່າ ຫວຽດນາມ ທາລຸນນັກໂທດ ໃນຂອບເຂດ ທີ່ກວ້າງຂວາງ


ຕຳຫລວດນັ່ງຢູ່ແຖວກາງ ສັງເກດເບິ່ງພວກນັກໂທດ ລໍຖ້າການ ປ່ອຍໂຕອອກຈາກຄຸກ Hoang Tien.
ຕຳຫລວດນັ່ງຢູ່ແຖວກາງ ສັງເກດເບິ່ງພວກນັກໂທດ ລໍຖ້າການ ປ່ອຍໂຕອອກຈາກຄຸກ Hoang Tien.

ກຸ່ມ​ປົກປ້ອງ​ສິດທິ​ມະນຸດທີ່​ສຳຄັນ​ສຸດ​ກຸ່ມ​ນຶ່ງກ່າວ​ວ່າ ຕຳຫລວດ
ຫວຽດນາມໄດ້ ພົວພັນ​ກັບ​ການການລ່ວງລະເມີດ ໃນຂອບເຂດ
ທີ່ກວ້າງຂວາງ ຕໍ່ພວກນັກ​ໂທດ ​ແລະ​ມີຫລາຍ​ຄົນ ​ໄດ້​ຖືກ​ທຸ​ບຕີ
ທໍລະມານ ​ແລະເສຍ​ຊີວິດ​ ໃນ​ຂະນະ​ທີ່​ຖືກ​ກັກ​ຂັງ.

ໃນລາຍ​ງານ 96 ໜ້າ ​ທີ່ນຳອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ມື້​ນີ້ ກຸ່ມ​
ປົກປ້ອງສິດທິ ມະນຸດ Human Rights Watch ​ໄດ້​ຢ້ຳວ່າ ໃນ
ຫລາຍ​ສິບ​ຄັ້ງ ຕຳຫຼວດ​ໄດ້​ທຳການທໍລະມານ ທີ່ອົງການດັ່ງກ່າວ
ເວົ້າວ່າ ມີຢ່າງແຜ່ກວ້າງ ​ຢູ່​ໃນ​ຄຸກຕ່າງໆທົ່ວ​ປະ​ເທດ.

ລາຍ​ງານ​ກ່າວ​ວ່າ ພວກ​ນັກ​ໂທດ​ມັກ​ຈະ​ຖືກ​ລົງ​ໂທດ​ໃນ​ເລື້ອງ​
ເລັກໆ​ນ້ອຍໆ ​ເຊັ່ນ​ວ່າລະເມີດກົດ​ຈາລະ​ຈອນ ຫລືລັກ​ເລັກ​ຂະ​ໂມ​ຍນ້ອຍ. ໃນຫລາຍໆກໍ
ລະນີ ລາຍ​ງານ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້ຖືກ​ທຸບ​ຕີ ​ເພື່ອ​ໃຫ້​ຮັບ​ສາລະພາບ.

​ເວລາ​ໃດ ​ທີ່​ພວກ​ນັກ​ໂທດ​ເສ​ຍຊີວິດ​ຢູ່​ໃນລະຫວ່ວາງ​ການ​ຄຸມຂັງນັ້ນ ຕຳຫລວດ​ມັກ​ຈະໃຫ້ ໃນອັນ​ທີ່ລາຍງານ​ຮ້ອງ​ວ່າ ຂໍ້ແກ້ໂຕທີ່ບໍ່​ແຈ່ມ​ແຈ້ງ ຫລື​ບໍ່​ເປັນຕາໜ້າ​ເຊື່ອ ​ເຊັ່ນ​ວ່າ ຂ້າໂຕ​ຕາຍ ຫລື​ເຈັບ​ໂຊ ​ທີ່​ພວກ​ນັກ​ໂທດ​ບໍ່​ເຄີຍເປັນມາ​ກ່ອນ.

ກຸ່ມ​ປົກປ້ອງ​ສິດທິ​ມະນຸດດັ່ງກ່າວເວົ້າ​ວ່າ ພວກ​ເຈົ້າ​ໜ້າ​ທີ່ຜູ້ທີ່ໄດ້ທຳການລະເມີດຢ່າງຮ້າຍ ແຮງ ບໍ່​ຄ່ອຍ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ຖືກ​ສອບ​ສວນ ຫລືຖືກ​ລົງ​ໂທດ ​ແລະ​ບາງ​ຄັ້ງ​ໄດ້​ຖືກ
​ເລື່ອນ​ຊັ້ນຊ້ຳ.

ຮອງ​ຜູ້ອຳນວຍການຝ່າຍເອເຊຍຂອງກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch
ທ່ານ Phil Robertson ກ່າວ​ວ່າ ລັດຖະບານ​ຫວຽດນາມມີ “ວິ​ກິດ​ການສິດທິ​ມະນຸ​ດ ຢູ່​ໃນ​ກຳມື ​ແລະ​ສົມຄວນ​ທຳ​ການ​ສືບ​ສວນ ​ແລະ​ເລີ້ມ​ໃຫ້​ເຈົ້າ​ໜ້າ​ທີ່ຜູ້​ທຳການລະເມີດ ຮັບເອົາ ຄວາມຮັບຜິດຊອບ.”

ກຸ່ມປົກປ້ອງ​ສິດທິ​ມະນຸດ ທີ່​ມີ​ຫ້ອງການ​ ຢູ່ນະຄອນ​ນິວຢອ​ກດັ່ງກ່າວ ຍັງ​ຕ້ອງ​ການ​ໃຫ້
ຮ່າ​ໂນ້ຍ ​ໃຫ້ການ​ອົບ​ຮົມເພີ້ມຕື່ມ​ແກ່​ຕຳຫລວດ ຕິດ​ຕັ້ງ​ກ້ອງຖ່າຍ​ຢູ່​ໃນ​ຫ້ອງ​ສອບ​ສວນ
​ແລະ​ສະຖານ​ທີ່​ກັກ​ຂັງ​ຕ່າງໆ ​ແລະ​ຄໍ້າ​ປະກັນ​ວ່າ ພວກ​ທີ່​ຖືກ​ກັກ​ຂັງ ສາມາດ​ຕິດ​ຕໍ່​ຫາທະ
ນາຍຄວາມໄດ້.

ຍັງບໍ່​ມີການໃຫ້ຄວາມເຫັນໃດໆ ໃນ​ທັນ​ທີເທື່ອ ຈາກລັດຖະບານ​ຫວຽດນາມ.

.

XS
SM
MD
LG