ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ
ພວກທະຫານບ້ານທີ່ນັບຖືສາສະໜາຄຣິສ ໃນສາທາລະນະລັດ
ອາຟຣິກາກາງ ໄດ້ກະທໍາຄວາມໂຫດຮ້າຍທາລຸນຕ້ານພວກ
ຊາວມຸສ ລິມ ໃນກົງກວຽນແຫ່ງຄວາມຮຸນແຮງ ທີ່ຂົ່ມຂູ່ຈະເພີ່ມ
ທະວີຮ້າຍແຮງຂຶ້ນຈົນບັງຄັບບໍ່ໄດ້ແລ້ວ.
ກຸ່ມດັ່ງກ່າວໄດ້ອອກລາຍງານໃໝ່ ໃນວັນພະຫັດມື້ນີ້ ທີ່ເນັ້ນ
ເຖິງອັນທີ່ຕົນເອີ້ນວ່າ ຄວາມໂຫດ ຮ້າຍຂອງພວກທະຫານ
ບ້ານດັ່ງກ່າວ ໃນຫຼາຍໆເດືອນຜ່ານມານີ້ ໃນແຂວງ Ouham
ຂອງປະເທດ.
ລາຍງານເວົ້າວ່າ ພວກທີ່ຢູ່ອາໄສຢູ່ໃນຂົງເຂດ ໄດ້ເລົ່າເຖິງການໂຈມຕີ “ທີ່ຫ້ຽມໂຫດ
ປ່າເຖືອນ ຢ່າງໜ້າຕົກໃຈທີ່ສຸດ” ຊຶ່ງຮວມເຖິງການປາດຄໍ ພວກແມ່ຍິງແລະເດັກ
ນ້ອຍນໍາ.
ສາທາລະນະລັດອາຟຣິກາກາງ ໄດ້ຊຸດໂຊມແລະຕົກລົງສູ່ສະພາບທີ່ວຸ້ນວາຍ ບໍ່ມີຂື່ ບໍ່ມີແປ
ໃນເດືອນມີນາຜ່ານມານີ້ ຫຼັງຈາກທີ່ພວກກະບົດທີ່ສ່ວນໃຫຍ່ເປັນຊາວມຸສລິມ ແລະເອີ້ນກັນ
ໃນນາມ Seleka ໄດ້ໂຄ່ນລົ້ມປະທານາທິບໍດີ Francois Bozize ແລະໄດ້ພາກັນປຸ້ນ
ສະດົມ ແລະສັງຫານຜູ້ຄົນຢ່າງຫລວງຫລາຍ ເປັນເວລາຫຼາຍໆເດືອນ ຊຶ່ງພາໃຫ້ມີການ
ຕອບໂຕ້ແກ້ແຄ້ນຄືນຈາກກຸ່ມພັນທະມິດຂອງທ່ານ Bozize ແລະພວກທະຫານບ້ານ
ທີ່ນັບຖືສາສະໜາຄຣີສ ທີ່ບັດນີ້ ຖືກກ່າວຫາວ່າ ເປັນຝ່າຍສ້າງຄວາມໂຫດຮ້າຍ
ປ່າເຖື່ອນນັ້ນ.
ທ່ານ Peter Bouckaert ຜູ້ອໍານວຍການຝ່າຍສຸກເສີນ ຂອງອົງການປົກປ້ອງສິດທິ
ມະນຸດ Human Rights Watch ກ່າວວ່າ ຄວາມສາມາດບົ່ມຊ້ອນ ທີ່ຈະມີການກໍ່
“ຄວາມຮຸນແຮງເພີ້ມອີກນັ້ນ ແມ່ນມີຄວາມເປັນໄປໄດ້ສູງ ຢ່າງໜ້າຕົກໃຈ.”