ກຸ່ມສິ້ງຊອມສິດທິມະນຸດ Human Rights Watch ກ່າວວ່າລັດຖະບານກໍາປູເຈຍ ແມ່ນ
ບໍ່ໄດ້ສ້າງຄວາມພະຍາຍາມໃດໆເລີຍທີ່ຈະດໍາເນີນຄະດີພວກຮັບຜິດຊອບ ໃນການແກວ່ງ
ລະເບີດມື ໃສ່ການໂຮມຊຸມນຸມຂອງພວກຝ່າຍຄ້ານເມື່ອ 15 ປີຜ່ານມານັ້ນ.
ໃນລາຍງານສະບັບນຶ່ງທີ່ອອກເມື່ອວັນພະຫັດມື້ນີ້ ກຸ່ມສິ້ງຊອມສິດທິມະນຸດທີ່ມີສໍານັກ
ງານຢູ່ສະຫະລັດດັ່ງກ່າວເວົ້າວ່າ ມີຫຼັກຖານທີ່ແໜ້ນໜາກ່ຽວກັບການພົວພັນຂອງລັດຖະ
ບານ ໃນເຫດການໂຈມຕີເມື່ອປີ 1997 ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ 16 ຄົນ ແລະຫລາຍ
ກວ່າ 150 ຄົນບາດເຈັບ.
ການໂຈມຕີດັ່ງກ່າວ ແມ່ນແນເປົ້າໝາຍໃສ່ ທ່ານ Sam Rainsy ຜູ້ນໍາຝ່າຍຄ້ານ ແຕ່ກົງ
ກັນຂ້າມໄດ້ສັງຫານພວກປະທ້ວງແລະພວກທີ່ຜ່ານໄປມາ ໂຮມທັງພວກເດັກນ້ອຍ ແລະ
ພວກຂາຍເຄຶ່ອງແຄມທາງນັ້ນ.
ກຸ່ມສິ້ງຊອມສິດທິມະນຸດ Human Rights Watch ໄດ້ຮຽກຮ້ອງໃຫ້ສໍານັກງານສືບສວນ
ລັດຖະບານກາງສະຫະລັດ ຫລື FBI ໃຫ້ເປີດການສືບສວນສອບສວນເຫດການດັ່ງກ່າວ
ຄືນໃໝ່ ທີ່ໄດ້ຍຸຕິລົງໄປເວລາເອກອັກຄະລັດຖະທູດສະຫະລັດໄດ້ສັ່ງໃຫ້ຫົວໜ້າສືບສວນ
ຂອງຕົນໜີອອກປະເທດໄປ. ເວລານັ້ນໜ່ວຍ FBI ໄດ້ສືບສວນເຫດຮ້າຍນີ້ຍ້ອນວ່າຊາວ
ອາເມຣິກັນຄົນນຶ່ງໄດ້ຮັບບາດເຈັບ ຈາກການໂຈມຕີດ້ວຍລະເບີດດັ່ງກ່າວນັ້ນ.