ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

HRW ຮຽກຮ້ອງ​ໃຫ້ ​ເຢຍຣະມັນ ​ກົດ​ດັນ ຢູເຄຣນ ໃນເລື້ອງ ການເສຍຊີວິດ ຂອງພົນລະເຮືອນ


ນາຍທະຫານຢູເຄຣນ ຄົນໜຶ່ງຢືນຢູ່ໃກ້ໆກັບ ລົດຖັງທັງຫຼາຍ ໃນລະຫວ່າງ ພິທີສົ່ງມອບອຸປະກອນ ທາງດ້ານທະຫານ ຫຼາຍກວ່າ 100 ຊະນິດ ແກ່ກອງທັບຢູເຄຣນ ໂດຍມີປະທານາທິບໍດີ Petro Poroshenko ເຂົ້າຮ່ວມ ເພື່ອເປັນຂີດໝາຍການສົ່ງມອບນີ້ ຢູ່ໃກ້ໆກັບ ເມືອງ Zhitomir ຂອງຢູເຄຣນ, ວັນທີ 5 ມັງກອນ 2015.
ນາຍທະຫານຢູເຄຣນ ຄົນໜຶ່ງຢືນຢູ່ໃກ້ໆກັບ ລົດຖັງທັງຫຼາຍ ໃນລະຫວ່າງ ພິທີສົ່ງມອບອຸປະກອນ ທາງດ້ານທະຫານ ຫຼາຍກວ່າ 100 ຊະນິດ ແກ່ກອງທັບຢູເຄຣນ ໂດຍມີປະທານາທິບໍດີ Petro Poroshenko ເຂົ້າຮ່ວມ ເພື່ອເປັນຂີດໝາຍການສົ່ງມອບນີ້ ຢູ່ໃກ້ໆກັບ ເມືອງ Zhitomir ຂອງຢູເຄຣນ, ວັນທີ 5 ມັງກອນ 2015.

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ ທີ່​ມີ​ຫ້ອງການ​ຢູ່​ສະຫະລັດ ຮຽກຮ້ອງ​ເຖິງ
​ເຢຍຣະມັນ ​ໃຫ້​ກົດ​ດັນ ນາຍົກລັດຖະມົນຕີຂອງ​ຢູ​ເຄຣນ ​ໃຫ້ຮັບ
ປະກັນວ່າ ກອງ​ທະຫານຢູ​ເຄຣນ ​ໃຊ້​ຄວາມ​ລະມັດລະວັງ​ໃນ​ທຸກໆ
​ດ້ານ ​ເພື່ອຫລຸດຜ່ອນ ຄວາມ​ເສຍ​ຫາຍ​ແກ່​ພົນ​ລະ​ເຮືອນ​ທັງຫຼາຍ ​
ໃນ​ການ​ຕໍ່ສູ້​ຕ້ານ​ພວກແບ່ງ​ແຍກ​ດິນ​ແດນ​ນິຍົມ​ຣັດ​ເຊຍ​ ຢູ່​ພາກ​
ຕາ​ເວັນ​ອອກຂອງ​ຢູ​ເຄຣນ.

ກຸ່ມ​ປົກປ້ອງ​ສິດທິ​ມະນຸດ Human Rights Watch ​ທີ່ເອີ້​ນຫຍໍ່​ວ່າ
HRW ​ເປີດ​ເຜີຍ​ຄຳ​ຖະ​ແຫລ​ງການ​ ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ກ່າວ​ວ່າ
ນາຍົກ​ລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ຊຶ່ງ​
ເປັນຜູ້ນຳ​ຂອງພັນທະ​ມິດ ​ທີ່​ໃກ້ຊິດ​ທີ່​ສຸດກັບ​ຢູ​ເຄຣນ ຄວນເນັ້ນ
ໜັກ​ຕໍ່​ນາຍົກລັດຖະມົນຕີຢູ​ເຄຣນ ທ່ານ Arseny Yatseniuk ເຖິງຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ ອອກ​ຄຳ​ສັ່ງທີ່​ເຈາະ​ຈົງ ແກ່​ກອງ​ທະຫານ​ຢູ​ເຄຣນ ບໍ່​ໃຫ້​ໃຊ້​ລະ​ເບີດ​ບາງຊະນິດ ຢູ່​ໃນເຂດ ​ທີ່​ມີ​ພົນລະ​ເຮືອນອາໄສຢູ່​ໜາ​ແໜ້ນ.

ທ່ານ​ນາງ Merkel ​ແລະ ທ່ານ Yatseniuk ​ແມ່ນ​ມີ​ກຳນົດ​ຈະ​ພົບ​ປະກັນ ​ໃນ​ວັນ​ພະຫັດ​
ຈະມາເຖິງ​ນີ້ ​ຢູ່​ທີ່​ນະຄອນຫລວງ Berlin.

ຄຳ​ຖະ​ແຫລ​ງຂອງ​ HRW ຍັງ​ກ່າວອີກ​ວ່າ ທ່ານ​ນາງ Merkel ຄວນ​ທີ່​ຈະ​ກົດ​ດັນ ບັນດາ​
ເຈົ້າໜ້າ​ທີ່ຢູ​ເຄຣນ ​ໃຫ້​ດຳ​ເນີນ​ການ​ສືບສວນ​ສອບ​ສວນ ຕື້​ມອີກ ​ໃນ​ຂໍ້​ກ່າວ​ຫາ​ວ່າ ກອງ​
ທະຫານ​ຢູ​ເຄຣນ ​ແມ່ນ​ຮັບຜິດຊອບ​ສຳ​ຫລັບ​ການ​ໂຈມ​ຕີຫຼາຍໆບັ້ນ ​ໃນເຂດພາກ​ຕາ​ເວັນ​
ອອກ ທີ່​ກໍ່​ໃຫ້​ມີ​ພົນລະ​ເຮືອນຫຼາຍຄົນ​ເສຍ​ຊີວິດນັ້ນ.

XS
SM
MD
LG