ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສິ້ງຊອມ ສິດທິມະນຸດ ຮຽກຮ້ອງໃຫ້ ໄທ ປ່ອຍຕົວ ນັກວິຈານ ລັດຖະບານ


ແຜນທີ່ປະເທດ ໄທ.
ແຜນທີ່ປະເທດ ໄທ.

ອົງການສິ້ງຊອມສິດທິມະນຸດ Human Right Watch ຫຼື HRW ໄດ້ຮຽກຮ້ອງໃຫ້ລັດຖະ ບານ ໄທ ເປີດເຜີຍບ່ອນຢູ່ຂອງນັກວິຈານ ລັດຖະບານ ທີ່ບໍ່ໄດ້ຖືກພົບເຫັນນັບຕັ້ງລາວ ຖືກຈັບກຸມ​ໃນສັບປະ ດາທີ່ຜ່ານມາ.

ອົງການ HRW ກ່າວວ່າ ທ່ານ ສະຣາວຸດ ບຳລຸງກິດຕິຄຸນ ໄດ້ຖືກ ຈັບກຸມໃນວັນທີ 9 ມີນາ ທີ່ຜ່ານມາ ໃນບ້ານຂອງທ່ານເອງ ທີ່ຈັງ ຫວັດ ສຸຣາດ ທານີ.

ກຸ່ມປົກ​ປ້ອງສິດທິມະນຸດກຸ່ມ​ນີ້ ໄດ້ພັນລະນາ​ເຖິງ ທ່ານ ສະຣາວຸດ ວ່າ ​ເປັນ “ນັກວິຈານທີ່ ກ້າ​ປາກກ້າເວົ້າ” ຊຶ່ງເປັນຜູ້ບໍລິຫານ Facebook ຕໍ່ຕ້ານລັດຖະບານທະຫານ.

ອົງການ HRW ກ່່າວວ່າ ລັດຖະບານທະຫານທີ່ກຳລັງປົກຄອງປະເທດຢູ່ນັ້ນ “ໄດ້ປະຕິເສດ ຢ່າງເປັນທາງການ” ວ່າ ຕົນ​ບໍ່​ຮູ້​ເລື່ອງ ກ່ຽວ​ກັບ ການຈັບກຸມທ່ານ ສະຣາວຸດ ແລະ ທີ່ຢູ່ຂອງ​ທ່ານ, ເຊິ່ງເປັນການຍົກໃຫ້ເຫັນ​ໃ​ນສິ່ງທີ່ເອີ້ນວ່າ ຄວາມເປັນຫ່ວງທີ່ຮ້າຍແຮງ ກ່ຽວກັບ ການ ຫາຍຕົວໄປໂດຍຖືກບັງຄັບນັ້ນ.

ທ່ານ Brad Adams ອຳນວນການອົງການ HRW ​ເຂດເອເຊຍ ໄດ້ກ່າວວ່າ “ລັດຖະບານທະ ຫານຂອງ ປະເທດ ໄທ ໄດ້ໝິ່ນປະໝາດການປົກປ້ອງກົດໝາຍສາກົນຊ້ຳ ແລ້ວຊ້ຳອີກດ້ວຍ ການກັກຂັງພວກນັກວິຈານລັດຖະບານຫຼາຍຄົນ.”

ທ່ານໄດ້ກ່າວວ່າ “ລັດຖະບານຄວນເຮັດໃຫ້ຄວາມເປັນຫ່ວງທີ່ວ່າທ່ານ ສະຣາວຸດ ໄດ້ຖືກບັງ ຄັບໃຫ້ຫາຍສາບສູນໄປນັ້ນ ມີຄວາມສະຫງົບລົງໂດຍເປີດເຜີຍໃຫ້ຮູ້ສະຖານທີ່ການກັກຂັງ ລາວໂດຍທັນທີ, ອະນຸຍາດໃຫ້ຄອບຄົວຂອງລາວ ແລະ ບັນດາທະນາຍ ຄວາມສາມາດເຂົ້າ​ໄປຫາ ແລະ ປ່ອຍຕົວລາວ ຖ້າລາວຍັງບໍ່ໄດ້ຖືກກ່າວໂທດເທື່ອ.”

ພາຍໃຕ້ກົດລະບຽບ ຂອງ​ຄະນະ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດນັ້ນ, ບັນດາເຈົ້າໜ້າທີ່ສາ ມາດກັກຂັງປະຊາຊົນ​ໄດ້ດົນສຸດ 7 ມື້ ກ່ອນທີ່ຈະຖືກກ່າວໂທດຢ່າງເປັນທາງການ.

ອົງການ HRW ກ່າວວ່າ ມິີບົດລາຍງານທີ່ວ່າ ທ່ານ ສະຣາວຸດ ໄດ້ຖືກນຳຕົວໄປ ບາງກອກ ແລະ ກັກຂັງໄວ້ຢູ່​ຄຸກ​ແຫ່ງ​ນຶ່ງພາຍໃນຄ້າຍທະຫານ, ແຕ່ວ່າພວກເຂົາເຈົ້າຍັງບໍ່ໄດ້ຮັບ​ການຢືນ ຢັນ​ເທື່ອ​ກ່ຽວ​ກັບລາຍງານດັ່ງກ່າວ.

XS
SM
MD
LG