ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

HRW ຮຽກຮ້ອງໃຫ້ຈັດຕັ້ງ ຄະນະກໍາມາທິການສືບສວນ ມຽນມາ


ກຸ່ມປົກປ້ອງສິດທິມະນຸດ HUMAN RIGHTS WATCH ຮຽກຮ້ອງໃຫ້ສະຫະພາບ
ຢູໂຣບສະໜັບສະໜຸນຢ່າງເປັນການເປີດເຜີຍຕໍ່ການສ້າງຕັ້ງຄະນະກຳມາທິການເພື່ອ
ສືບສວນກ່ຽວກັບການກໍ່ໂທດກຳຢູ່ໃນມຽນມາ.

ກຸ່ມປົກປ້ອງສິດທິມະນຸດກຸ່ມນີ້ເວົ້າວ່າ ຕົນໄດ້ສົ່ງຈົດໝາຍສະບັບນຶ່ງໄປຍັງບັນດາລັດ
ຖະມົນຕີການຕ່າງປະເທດຂອງສະຫະພາບຢູໂຣບ ໃນວັນພຸດມື້ນີ້ຮຽກຮ້ອງໃຫ້ສະ
ຫະພາບຢູໂຣບຮວມເອົາຄະນະກຳມາທິການສືບສວນນີ້ເຂົ້າໃນຮ່າງຍັດຕິກ່ຽວກັບມຽນ
ມາຢູ່ໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ.

ຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດກ່ຽວກັບມຽນມາ ທ່ານ TOMAS
QUINTANA ຮຽກຮ້ອງໃຫ້ອົງການສະຫະປະຊາຊາດສ້າງຕັ້ງຄະນະ ກຳມາທິການນຶ່ງຂຶ້ນ
ໃນເດືອນມີນາປີນີ້. ທ່ານ QUINTANA ກ່າວວ່າ ພວກນາຍທະຫານທີ່ປົກຄອງມຽນມາ
ໄດ້ນຳໃຊ້ນະໂຍບາຍທີ່ລ່ວງລະເມີດຕໍ່ອິດສະຫຼະພາບຂັ້ນພື້ນຖານ.

ລັດຖະສະພາຢູໂຣບໄດ້ຮັບຮອງເອົາມະຕິສະບັບນຶ່ງກ່ຽວກັບມຽນມາໃນເດືອນພຶດສະພາ
ຜ່ານມາຮຽກຮ້ອງໃຫ້ສະຫະພາບຢູໂຣບສະໜັບສະໜຸນການສ້າງຕັ້ງຄະນະກຳມາທິການ
ດັ່ງກ່າວຂອງອົງການສະຫະປະຊາຊາດ.

ທ່ານ KENNETH ROTH ຜູ້ອຳນວຍການບໍລິຫານຂອງກຸ່ມປົກປ້ອງສິດທິມະນຸດ
HUMAN RIGHTS WATCH ກ່າວວ່າ ການປະນາມມຽນມາ​ແບບທີ່ມີຂຶ້ນເປັນປະຈຳ
ໃນທຸກໆປີຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດນັ້ນ ແມ່ນເປັນການ
ບໍ່ພຽງພໍອີກຕໍ່ໄປແລ້ວ.

XS
SM
MD
LG