ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

HRW ຮຽກຮ້ອງ ໄປຍັງ ສະມາຄົມອາຊ່ຽນ ເລື້ອງຄໍາ​ປະກາດ​ດ້ານ​ສິດທິມະນຸດ


ລັດຖະມົນຕີຕ່າງປະເທດກໍາປູເຈຍ (ກາງ) ກັບລັດຖະມົນຕີຕ່າງປະເທດບຣູໄນ (ຂວາ) ແລະເລຂາທິການໃຫຍ່ອາຊ່ຽນ ທ່ານສຸຣິນ ພິດສຸວັນ (ຊ້າຍ) ພົບປະກັບຜູ້ແທນຂອງ ຄະນະກໍາມາທິການລະຫວ່າງລັດຖະບານວ່າດ້ວຍສິດທິມະນຸດ ຢູ່ພະລາດຊະວັງສັນຕິພາບ. ນະຄອນຫລວງພະນົມເປັນ, ກໍາປູເຈຍ, ວັນທີ 8 ກໍລະກົດ 2012
ລັດຖະມົນຕີຕ່າງປະເທດກໍາປູເຈຍ (ກາງ) ກັບລັດຖະມົນຕີຕ່າງປະເທດບຣູໄນ (ຂວາ) ແລະເລຂາທິການໃຫຍ່ອາຊ່ຽນ ທ່ານສຸຣິນ ພິດສຸວັນ (ຊ້າຍ) ພົບປະກັບຜູ້ແທນຂອງ ຄະນະກໍາມາທິການລະຫວ່າງລັດຖະບານວ່າດ້ວຍສິດທິມະນຸດ ຢູ່ພະລາດຊະວັງສັນຕິພາບ. ນະຄອນຫລວງພະນົມເປັນ, ກໍາປູເຈຍ, ວັນທີ 8 ກໍລະກົດ 2012

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ຫຼື HRW ​ໄດ້​ຮຽກຮ້ອງ​ໄປ​ຍັງບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ສະມາຄົມ​ປະຊາ​ຊາດເອ ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫຼື ASEAN ທີ່​ມີ​ສະມາຊິກ 10 ປະ​ເທດ​ນັ້ນ ຈົ່ງ​ໃຫ້​ຄວາມ​ໝັ້ນ​ໝາຍ​ຢ່າງ​ເປີດ​ເຜີຍ​ຕໍ່​ການຮັບປະກັນໃຫ້ຄໍາ​ປະກາດ​ດ້ານ​ສິດທິມະນຸດ ​ທີ່​ກໍາລັງເຮັດຢູ່​ນັ້ນ ​ສອດຄ່ອງ​ກັບ​ມາດຕະຖານ​ສິດທິ​ມະນຸດ​ສາກົນ.

ບັນດາ​ລັດຖະມົນຕີ​ຕ່າງປະ​ເທດອາ​ຊ່ຽນ ​ກໍາລັງ​ພົບ​ປະກັນໃນວັນ​ອາທິດ​ມື້​ນີ້​ທີ່​ພະນົມ​ເປັນ ​ເພື່ອ​ພິດ​ຈາລະ​ນາ​ຮ່າງ​ຄໍາ​ປະກາດ​ດັ່ງກ່າວ.

ທ່ານ Phil Robertson ຮອງ​ຜູ້​ອໍານວຍ​ການ HRW ປະ​ຈໍາ​ເຂດ​ເອເຊຍ ກ່າວ​ວ່າ ບັນດາ​ຜູ້
​ນໍາ​ສະມາຄົມ​ອາ​ຊ່ຽນ​ໄດ້ເກັບ​ຮັກສາ​ຮ່າງ​ຄໍາ​ປະກາດ​ດັ່ງ ກ່າວ​ໄວ້ເປັນຄວາມ​ລັບ ​ໃນ​ຕະຫຼອດ
​ໄລຍະ​ເວລາຂອງ​ອັນທີ່​ທ່ານ​ກ່າວ​ວ່າ ເປັນຂັ້ນ​ຕອ​ນການ​ປຶກສາ​ຫາ​ລືກັນ ​ທີ່​ຂາດ​ຕົກ​ບົກ​ຜ່ອງ​
ແທ້ໆ​ນັ້ນ.

ຫຼາຍໆ​ກຸ່ມ​ສິດທິ ​ໂຮມ​ທັງ HRW ​ແລະ​ອົງການ​ນີລະ​ໂທດ​ກໍາ​ສາກົນ ​ໄດ້​ສົ່ງ​ຈົດໝາຍ​ສະບັບ​ນຶ່ງ​ໄປ​ຫາ​ຄະນະ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊ່ຽນ ຮຽກ ຮ້ອງ​ໃຫ້​ຄະນະ​ລັດຖະມົນຕີ​ຈົ່ງ​ຖອນ​ການ​ອ້າງ​ອິງ​ໃດໆເຖິງ​ສິດທິ​ແລະຄວາມ​ ຮັບຜິດ​ຊອບໃນ​ການ​ສ້າງຄວາມ​ສົມ​ດຸນ​ ຊຶ່ງພວກ​ກຸ່ມ​ສິດທິກ່າວ​ວ່າ ມັນ​ໄດ້​ຖືກ​ນໍາໃຊ້​ເປັນ​ເຫດຜົນ​ສະໜັບສະໜຸນ​ການເຮັດ​ໃຫ້ການພິທັກ​ປົກ​ປ້ອງ​ສິດທິ​ຕ່າງໆອ່ອນແອ​ລົງ​ນັ້ນ​.

HRW ກ່າວ​ວ່າ ມີ​ພຽງ​ຫ້າ​ປະ​ເທດເທົ່າ​ນັ້ນໃນ​ຈໍານວນສິບ​ປະ​ເທດສະມາຊິກອາ​ຊ່ຽນ ທີ່​ໄດ້​
ທໍາ​ກາ​ນປະຊຸມ​ປຶກ​ສາ​ຫາລື​ລະດັບ​ຊາດ​ກັບ​ບັນດາ​ອົງການ​ສັງຄົມ​ພົນລະ​ເຮືອນ​ ກ່ຽວ​ກັບ​ຄໍາ​
ປະກາດ​ນັ້ນ ​ແລະ​ໄດ້​ມີ​ການ​ຈັດ​ກອງປະຊຸມຫາລືລະດັບຂົງ​ເຂດ​ຂຶ້ນພຽງ​ຄັ້ງດຽວ ທີ່​ກົວ​ລາ
​ລໍາ​ເປີ ປະ​ເທດ​ມາ​ເລ​ເຊ​ຍ​ເມື່ອ​ເດືອນຜ່ານ​ມາ. HRW ກ່າວ​ວ່າ ສະມາຄົມ​ອາ​ຊ່ຽນ​ຍັງ​ບໍ່​ໄດ້​ໃຫ້
​ຮ່ອງຮອຍ​ໃດ​ໆເລີຍວ່າ ໄດ້​ລວມ​ເອົາຜົນ​ຂອງ​ການ​ປະຊຸມຫາລືສອງ​ຄັ້ງ​ນີ້ ເຂົ້າໃນຮ່າງ​ຄໍາ​ປະ
ກາດ​ນັ້ນຫຼືບໍ່.

HRW ກ່າວ​ວ່າ ສະມາຄົມ​ອາ​ຊ່ຽນຄວນ​ຈະ​ຂະຫຍາຍ​ຂັ້ນ​ຕອນ​ການ​ປະຊຸມ​ຫາ​ລື​ກັນ ກ່ຽວ​ກັບ
​ຮ່າງ​ຄໍາ​ປະກາດ​ດັ່ງກ່າວ ​ໃຫ້​ກວ້າງ​ຂວາງ​ອອກ​ໄປ​ກ່ວາ​ນັ້ນອີກ.

ທ່ານ Phil Robertson ກ່າວ​ວ່າ ຂັ້ນ​ຕອນ​ທີ່​ບັນດາ​ລັດຖະມົນຕີຕ່າງປະ​ເທດ​ນໍາ​ມາ​ໃຊ້​ເພື່ອສ້າງ​ຕັ້ງ​ຄໍາ​ປະກາດ​ສິດທິ​ມະນຸດ​ນັ້ນ ​ເປັນ​ການ​ທົດ​ສອບ​ທີ່​ຈະ​ຊີ້​ບອກໃຫ້​ຮູ້​ແຈ້ງ​ເຫັນ​ຈິງວ່າ ​ອາ​ຊ່ຽນມີຄວາມ​ມຸ້ງ​ໝັ້ນທີ່​ຈະ​ເຮັດ​ໃຫ້​ຄໍາ​ປະກາດດັ່ງກ່າວ ​ເປັນ​ເຄຶ່ອງມື​ທີ່​ມີ​ປະສິດທິ​ຜົນ​ ເພື່ອ​ສົ່ງ​ເສີມສິດທິມະນຸດ​ຢູ່​ໃນ​ຂົງ​ເຂດແທ້ຫລື​ບໍ່.

ສະມາຄົມ​ອາ​ຊ່ຽນ​ ປະກອບ​ດ້ວຍ​ປະ​ເທດ ບຣູ​ໄນ ກໍາປູ​ເຈຍ ອິນ​ໂດ​ເນ​ເຊຍ ລາວ ມາ​ເລເຊຍ ມຽນມາ ຟິລິບ​ປິນ ສິງ​ຄະ​ໂປ ​ໄທ ​ແລະ​ຫວຽດນາມ.

XS
SM
MD
LG