ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດ ​Houthi ຍຶດທຳນຽບ ປະທານາທິບໍດີ ທີ່ເມືອງ Aden ໃນພາກໃຕ້ ເຢເມນ


ລົດຫຸ້ມເກາະຄັນນຶ່ງ ທີ່ເຫັນຢູ່ໃກ້ໆ ທຳນຽບປະທານາທິບໍດີ ເຢເມນ.
ລົດຫຸ້ມເກາະຄັນນຶ່ງ ທີ່ເຫັນຢູ່ໃກ້ໆ ທຳນຽບປະທານາທິບໍດີ ເຢເມນ.

ບັນດາ​ເຈົ້າ​ໜ້າ​ທີ່​ເຢ​ເມນ ກ່າວ​ວ່າ ພວກ​ກະບົດ Houthi ຂອງ
ຊາວ Shi’ite ​ແລະ​ພັນທະ​ມິດ​ເຂົາ​ເຈົ້າ ​ໄດ້​ບຸກເຂົ້າໄປສູ່ເຂດ
ໃຈ​ກາງ​ເມືອງ Aden ​ແລະ​ໄດ້ຍຶດ​ເອົາທຳນຽບປະທານາທິບໍດີ
ຢູ່ໃນເມືອງທ່າທີ່​ສຳຄັນ​ ທາງພາກໃຕ້ຂອງປະເທດເຢເມນນັ້ນ.

ພວກ​ກະບົດ​ໄດ້​ບຸກເລິກ​ເຂົ້າ​ໄປ​ໃນ​ເມືອງ Aden ​ໃນ​ໄລຍະ
ສອງສາມ​ມື້​ທີ່​ຜ່ານມານີ້ ​ໃນ​ຂະນະ​ທີ່​ທຳການສູ້​ລົບ ກັບກຳລັງ
ທີ່ຈົງ​ຮັກ​ພັກດີ​ຕໍ່​ ປະທານາທິບໍດີ Abd-Rabbu Mansour
Hadi ທີ່ນາໆຊາດຮັບຮູ້ ຊຶ່ງໄດ້​ຫລົບໜີ​ໄປຈາກ​ເມືອງ Aden
ໃນອາທິດ​ແລ້ວ​ນີ້.

ການ​ເຂົ້າ​ຄວບ​ຄຸມ​ເມືອງ Aden ຊຶ່ງເປັນທີ່​ໝັ້ນ​ອັນ​ແຂງ​ແຮງ​ຍັງ​ເຫລືອຢູ່ບ່ອນ​ສຸດ​ທ້າຍ
ຂອງ​ພວກ​ທີ່ໜູນ​ຫລັງທ່ານ Hadi ນັ້ນ ຈະ​ເປັນ​ຂີດ​ໝາຍ ໃນການຖອຍ ຫລັງ​ສຳຫລັບ
ກຳລັງ​ປະສົມ ທີ່​ນຳພາ​ໂດຍ ຊາ​ອຸ​ດີ ຊຶ່ງ​ໄດ້​ທຳການ​ໂຈມຕີ​ທາງອາ ກາດມາ​ໄດ້ດົນກວ່າ
​ນຶ່ງ​ອາທິດແລ້ວ ຢູ່ໃນ​ທົ່ວ​ເຢ​ເມນ.

ເມືອງ Al-Mukalla, Yemen.
ເມືອງ Al-Mukalla, Yemen.

ຢູ່​ທີ່​ກອງ​ປະ​ຊຸມຖະແຫຼງ​ຂ່າວ​ໃນ​ນະຄອນຫລວງ Riyadh
ປະ​ເທດ ຊາ​ອຸ​ດີ ນັ້ນ ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດຂອງຊາ​ອຸ​ດີ
ກ່າວ​ວ່າ ທ່ານ​ເຊື່ອວ່າ ສະຖານະ​ການ​ຢູ່​ໃນ​ເມືອງດັ່ງກ່າວ
“ຂ້ອນຂ້າງມິີຄວາມ​ທຸ່ນທ່ຽງ ​ແລະ​ສະຫງົບ.”

​ ໃນ​ຕອນ​ເຊົ້າ​ວັນ​ພະຫັດວານ​ນີ້ ພວກ​ຫົວ​ຮຸນ​ແຮງ al-Qaida
​ໄດ້​ບຸກເຂົ້າໄປໃນ ຄຸກ​ແຫ່ງ​ນຶ່ງ ​ຢູ່​ພາກ​ໃຕ້​ຂອງ​ເຢ​ເມນ ​ແລະ​
ໄດ້​ປ່ອຍ​ນັກ​ໂທດ 300 ຄົນ.

ບັນດາ ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ກ່າວ​ວ່າ ທ້າວ Khalid Batarfi ສະມາ ຊິກຄົນ
ສຳຄັນ​ຂອງກຸ່ມ al-Qaida ​ໃນ​ແຫຼມອາຣາ​ເບຍ ​ແມ່ນຮວມ​ຢູ່​ໃນ​ຈຳນວນ​ ຂອງ​ຜູ້​ທີ່​ຖືກ​
ປ່ອຍ​ໂຕ ອອກ​ຈາກ​ຄຸກ​ຢູ່ທີ່​ເມືອງ al-Mukalla.

Yemen
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG