ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ ອາລກາອິດາ ບຸກຄຸກເຢເມັນ ແລະປ່ອຍນັກໂທດ 300 ຄົນ


ພວກຜູ້ຊາຍເຢເມັນ ເອົາຕີນຍໍ່າ ຮູບພາບ ກະສັດ Salman ແຫ່ງຊາອູດີ ອາເຣເບຍ ຢູ່ຕໍ່ໜ້າສະຖານທູດ ຊາອູດີ ອາເຣເບຍ ທີ່ຕະຫະຣ່ານ ອີຣ່ານ ວັນພຸດ ວັນທີ 1 ເມສາ 2015.
ພວກຜູ້ຊາຍເຢເມັນ ເອົາຕີນຍໍ່າ ຮູບພາບ ກະສັດ Salman ແຫ່ງຊາອູດີ ອາເຣເບຍ ຢູ່ຕໍ່ໜ້າສະຖານທູດ ຊາອູດີ ອາເຣເບຍ ທີ່ຕະຫະຣ່ານ ອີຣ່ານ ວັນພຸດ ວັນທີ 1 ເມສາ 2015.

ພວກ​ນັກ​ລົບ​ຂອງ​ກຸ່ມ Al-Qaida ​ໄດ້​ເຂົ້າ​ບຸກ​ຄຸກ​ແຫ່ງ​ນຶ່ງ​ໃນ
​ພາກ​ໃຕ້​ຂອງ​ເຢ​ເມັນ ​ໃນ​ວັນ​ພະຫັດ​ມື້​ນີ້ ​ແລະ​ໄດ້​ປົດ​ປ່ອຍ​ນັກ
​ໂທດ 300 ຄົນ ​ໃນ​ຂະນະ​ທີ່​ການ​ສູ້​ລົບ​ຍັງ​ດຳ​ເນີນ​ຕໍ່​ໄປໃນ​ເ​ຂດ
ອື່ນໆ​ຂອງ​ປະ​ເທດ​ລະຫວ່າງ​ພວກ​ກະບົດ Shi’ite ກັບ​ກອງ
ກຳລັງ​ທີ່​ນິຍົມ​ລັດຖະບານ.

​ເ​ຈົ້າໜ້າ​ທີ່​ຮັກສາຄວາມ​ປອດໄພກ່າວ​ວ່າ ທ້າວ Khalid Ba
tarfi ທີ່​ເປັນ​ຄົນ​ສຳຄັນ​ຄົນ​ນຶ່ງ​ຂອງກຸ່ມ Al-Qaida ​ໃນ​ແຫລມ
​ອາ​ເຣ​ເບຍ ​ກໍຮ່ວມ​ຢູ່​ໃນ​ພວກ​ທີ່​ຖືກ​ປ່ອຍ​ອອກ​ຈາກ​ຄຸກ ​ໃນ
​ເມືອງ al-Mukalla.

ຜູ້ກ່ຽວ​ໄດ້​ຫລົບໜີ​ມາ​ຈາກ​ເອ​ເດັນ ​ເມື່ອ​ນຶ່ງ​ອາທິດ​ກ່ອນ ​ເວລາ​ພວກ​ກະບົດ ຮູ​ທີ ​ເຄື່ອນ​ກຳ
ລັງ​ໄປ​ຍັງເມືອງ​ທ່າ​ດັ່ງກ່າວ​ເພື່ອ​ຈະ​ທຳການ​ໂຈມ​ຕີ ​ທີ່​ໄດ້​ສົ່ງ​ຜົນ​ໃຫ້ ຊາ​ອຸ​ດີ ອາເຣ​ເບຍ ກັບ​ພັນທະມິດ​ເປີດ​ສາກ ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ເພື່ອ​ຍັບ​ຍັ້ງພວກຮູ​ທີ ນັ້ນ.

​ໃນວັນພະຫັດ​ມື້​ນີ້​ເ​ຊັ່ນ​ກັນ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ປະສົມ​ພາຍ​ໃຕ້​ການ ນຳພາ​ຂອງ Saudi Arabia ​ໃນ​
ເຢ​ເມັນ ທີ່​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 29 ຄົນ​ໃນ​ຕົ້ນ​ສັບປະດາ​ນີ້ “​ໄດ້​ກໍ່ໃຫ້ເກີດ​
ຄວາມ​ວິ​ຕົກ​ກັງວົນຂຶ້ນ​ຢ່າງ​ຫຼວງ​ຫຼາຍ ກ່ຽວ​ກັບ​ການລະ​ເມີດກົດໝາຍ​ສົງຄາມ.”

ກຸ່ມ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ພວກ​ກຳລັງ​ທີ່​ພົວພັນ​ໃນ​ການ​ໂຈມ​ຕີ​ນີ້ ດຳ​ເນີນ​ການ​ສືບສວນ​
ສອບ​ສວນ ​ແລະ​ໃຫ້​ສະຫະລັດ ທີ່​ໃຫ້ການ​ຊ່ອຍ​ເຫຼືອ​ດ້ານ​ພະລາທິການ​ແລະ​ຂ່າວ​ລັບ ຮັບ
ປະກັນ​ຄວາມ​ລະມັດລະວັງ​ເພື່ອ​ປົກ​ປ້ອງ​ພວກ​ພົນລະ​ເຮືອນ​ເຢ​ເມັນ.

ທ່ານ Joe Stork ຫົວໜ້າ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ HRW ຮັບຜິດ ຊອບ​ກ່ຽວກັບພາກ​ຕາ​ເວັນ​ອອກ​ກາງ ​ແລະ​ອາ​ຟຣິກາ​ເໜືອ ກ່າວ​ວ່າ ການ​ເສຍ​ຊີວິດ​ຂອງ​ພວກ​ພົນລະ​ເຮືອນຫຼາຍ​ເຊັ່ນ​ນີ້ຢູ່​ໃນ​ຄ້າຍ​ອົບ​ພະຍົບ​ ຊຶ່ງ​ບໍ່​ໄດ້​ເປັນ​ເປົ້າ​ໝາຍ​ທາງ​ທະຫານ​ຢ່າງ​ຈະ​ແຈ້ງ​ນັ້ນ" ພາ
ໃຫ້ມີຄວາມ​ເປັນ​ຫ່ວງ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ການລະ​ເມີດ​ກົດ​ໝາຍ​ສົງຄາມ.”

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວ​ວ່າ ທ່ານມີ “ຄວາມ​ເປັນ​ຫ່ວງ
ຢ່າງ​ເລິກ​ເຊິ່ງ” ກ່ຽວ​ກັບ​ການ​ໂຈມ​ຕີ​ ໃນມື້ວັນຈັນ ຜ່ານມານີ້​ໃສ່​ຄ້າຍ Al-Mazrad ​ໃນ​ພາກ​ເໜືອ​ຂອງ​ເຢ​ເມັນ ຕະຫຼອດ​ທັງ​ການ​ບາດ​ເຈັບ​ລົ້ມ​ຕາຍ​ອື່ນໆຂອງ​ພວກ​ພົນລະ​ເຮືອນ​ນັ້ນ.

​ໃນ​ວັນ​ພຸດ​ວານ​ນີ້ ປະຊາຊົນ​ຢ່າງ​ໜ້ອຍ 35 ຄົນ​ເສຍ​ຊີວິດ​ໃນ​ເຫດລະ​ເບີດ​ ​ທີ່​ໂຮງ​ງານບີບ​ນ້ຳນົມ​ແຫ່ງ​ໜຶ່ງ ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ເຢ​ເມັນ. ສາ​ເຫດ​ຂອງ​ການລະ​ເບີດ​ຂຶ້ນ​ນັ້ນ ​ຍັງ​ບໍ່​ທັນຮູ້ຈັກ​ກັນ​ເທື່ອ ​ໂດຍ​ມີ​ລາຍ​ງານ​ຂ່າວ​ທີ່​ຂັດ​ແຍ້​ງກັນ ກ່ຽວກັບການ​ໂຈມ​ຕີ​ທາງ​ອາກາດ​
ອີກ​ບັ້ນ​ນຶ່ງຫຼື​ວ່າ​ພວກ​ນັກ​ຕໍ່ສູ້​ຕ້ານ​ລັດຖະບານ​ເປັນ​ຜູ້​ຮັບຜິດຊອບ​ນັ້ນ.

Yemen
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG