BANGKOK —
ກຸ່ມສັກຢາປ້ອງກັນພະຍາດ ໃນລະດັບແນວໜ້າກຸ່ມນຶ່ງຂອງໂລກ ກໍາລັງລົງມືດໍາເນີນໂຄງການນຶ່ງທີ່ແນໃສ່ ເພື່ອສັກຢາປ້ອງກັນເຊື້ອໄວຣັສ papillomavirus ໃນມະນຸດ ຫລື HPV ໃຫ້ແກ່ພວກຍິງສາວຢູ່ໃນປະເທດລາວ ເພື່ອສະກັດກັ້ນອັດຕາການເປັນໂຣກມະເຮັງໃນປາກມົດລູກ ທີ່ກໍາລັງຖີບໂຕສູງຂຶ້ນນັ້ນ. ອົງການ ພັນທະມິດໂລກເພື່ອຢາປ້ອງກັນໂຣກແລະການສັກຢາປ້ອງກັນພະຍາດ ເອີ້ນຫຍໍ້ວ່າ GAVI ກ່າວວ່າ ບັນດາປະເທດພວມພັດທະນາໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ເຊັ່ນ ສປປ ລາວ ກັບ ມຽນມາ ນັ້ນ ແມ່ນຍັງປະເຊີນກັບການທ້າທາຍອັນໃຫຍ່ຫລວງຫລາຍໆຢ່າງ ໃນການຈັດຕັ້ງປະຕິບັດໂຄງການສັກຢາປ້ອງກັນໂຣກນັ້ນ. ຜູ້ສື່ຂ່າວວີໂອເອ Ron Corben ສົ່ງລາຍງານກ່ຽວກັບເລື້ອງນີ້ມາຈາກບາງກອກ ຊຶ່ງດາຣາ ຈະນໍາເອົາລາຍລະອຽດມາສະເໜີທ່ານ.
ການສັກຢາປ້ອງກັນເຊື້ອໄວຣັສ papillomavirus ໃນມະນຸດ ຫລື HPV ທີ່ຕ້ອງສັກສາມ
ເທື່ອ ຫລືສາມເຂັມນັ້ນ ແມ່ນຈະສິ້ນເປືອງຄ່າໃຊ້ຈ່າຍ 120 ດອລລ່າຕໍ່ເຂັມ ຢູ່ໃນສະຫະລັດ
ແລະໂດຍທົ່ວໄປແລ້ວ ກໍແມ່ນຈະສັກໃຫ້ແຕ່ເດັກຍິງ ອາຍຸແຕ່ 9 ປີ ຫາ 13 ປີ.
ແຕ່ຢູ່ໃນ ສປປ ລາວ ອົງການ ພັນທະມິດໂລກເພື່ອຢາປ້ອງກັນພະຍາດແລະການສັກຢາ
ປ້ອງກັນພະຍາດ ຫລື Global Alliance for Vaccines and Immunization ເອີ້ນຫຍໍ້ວ່າ
GAVI ສາມາດຫລຸດລາຄາຢາປ້ອງກັນນີ້ລົງໄດ້ ມາເປັນບໍ່ຮອດ 5 ດອລລ່າຕໍ່ເຂັມ ຊຶ່ງເຮັດ
ໃຫ້ເປັນໄປໄດ້ ທີ່ຈະຊ່ວຍປ້ອງກັນພວກແມ່ຍິງລາວໄວ້ ຈາກເຊື້ອໄວຣັສທີ່ສາມາດພາໃຫ້ເປັນ
ໂຣກມະເຮັງໃນປາກມົດລູກໄດ້ນັ້ນ.
ຢູ່ປະເທດລາວ ໃນແຕ່ລະປີ ມີແມ່ຍິງປະມານ 500 ຄົນທີ່ຖືກວິນິດໄສວ່າເປັນໂຣກມະເຮັງ
ປາກມົດລູກ ທີ່ເກີດຂຶ້ນຈາກການຕິດເຊື້ອໄວຣັສ HPV ນັ້ນ ແລະຄາດກັນວ່າ ຫລາຍຮອດ
ເຄິ່ງນຶ່ງຂອງຈໍານວນນັ້ນແມ່ນ ຈະເສຍຊີວິດຍ້ອນມະເຮັງດັ່ງກ່າວ.ຮອງຫົວໜ້າບໍລິຫານ
ອົງການ
ພັນທະມິດ GAVI ທ່ານນາງ Helen Evans ກ່າວວ່າ ໂຄງການສັກຢາປ້ອງກັນເຊື້ອໄວຣັສ
HPV ທີ່ໄດ້ເລີ້ມລົງມືຈັດຕັ້ງປະຕິບັດໃນອາທິດແລ້ວນີ້ ຢູ່ໃນປະເທດລາວນັ້ນ ແມ່ນຕິດຕາມ
ໂຄງການອື່ນໆທີ່ໄດ້ປະຕິບັດກັນມາແລ້ວ ຢູ່ໃນອາຟຣິກາ ແລະ ເອເຊຍໃຕ້.
ທ່ານນາງ Evans ເວົ້າວ່າ: “ອັນນີ້ແມ່ນຢາປ້ອງກັນໂຣກທີ່ໄດ້ຜົນຢ່າງໜ້າເຫລືອ
ເຊື່ອ ແລະສາມາດປ້ອງກັນໄດ້ປະມານ 70% ຂອງໂຣກມະເຮັງດັ່ງກ່າວ ແລະ
ດັ່ງທີ່ຂ້າພະເຈົ້າໄດ້ເວົ້າມາແລ້ວນັ້ນ ມະເຮັງປາກມົດລູກກໍາລັງຈະກາຍມາເປັນ
ພະຍາດອັນດັບນຶ່ງ ທີ່ເອົາຊີວິດແມ່ຍິງໄປຫລາຍທີ່ສຸດ. ເພາະສະນັ້ນ ມັນຈຶ່ງເປັນ
ຕາໜ້າຫົວທີ່ວ່າ ໃນຂະນະທີ່ອັດຕາການຕາຍຂອງແມ່ກໍາລັງຫລຸດຕໍ່າລົງ ຍ້ອນ
ການແຊກແຊງຈາກດ້ານອື່ນໆ ອັດຕາການຕາຍຂອງແມ່ຍິງ ໃນໄວທີ່ມີລູກໄດ້
ແລະໄວທີ່ເປັນແມ່ນັ້ນ ຊໍ້າພັດຖີບຂຶ້ນ.”
ອິງຕາມຂໍ້ມູນໂຕເລກທີ່ເກັບກໍາໂດຍ ອົງການອະນາໄມໂລກ WHO ຫລື World Health
Organization ນັ້ນ ແມ່ນວ່າ ປະເທດລາວມີອັດຕາການຕາຍຂອງແມ່ ທີ່ສູງກ່ວາອັດຕາ
ສະເລ່ຍຂອງໂລກ ຫລາຍກ່ວາສອງເທົ່າ. ລາວແມ່ນນຶ່ງໃນຫລາຍໆປະເທດ ທີ່ມີເງື່ອນໄຂ
ໄດ້ຮັບການຊ່ວຍເຫລືອ ຈາກອົງການພັນທະມິດ GAVI ທີ່ນໍາເອົາບັນດາປະເທດພວມພັດທະ
ນາ ມາທໍາງານຮ່ວມກັນກັບ ພວກລັດຖະບານທີ່ໃຫ້ການຊ່ວຍເຫລືອ ກັບອົງການອະນາໄມ
ໂລກ ກອງທຶນເດັກຂອງສະຫະປະຊາຊາດ ທະນາຄານໂລກ ຫລື World Bank ຕະຫລອດ
ທັງວົງການອຸດສາຫະກໍາຢາປ້ອງກັນໂຣກ ແລະມູນນິທິ Bill and Malinda Gates.
ນັບຕັ້ງແຕ່ໄດ້ຈັດຕັ້ງຂຶ້ນໃນປີ 2000 ເປັນຕົ້ນມານັ້ນ ອົງການພັນທະມິດ GAVI ໄດ້ຊ່ວຍ
ສະໜັບສະໜຸນໂຄງການສັກຢາປ້ອງກັນໂຣກ ໃຫ້ເດັກນ້ອຍປະມານ 370 ລ້ານຄົນ ຢູ່ໃນ
ບັນດາປະເທດພວມພັດທະນາ ແລະໄດ້ຊ່ວຍປ້ອງກັນ ບໍ່ໃຫ້ຜູ້ຄົນຫລາຍກ່ວາ 5 ລ້ານ 5
ແສນຄົນ ເສຍຊີວິດຍ້ອນພະຍາດຕ່າງໆ ເຊັ່ນ ໂຣກຕັບອັກເສບ Hepatitis B ໄຂ້ຫວັດ
ໃຫຍ່ ພະຍາດໝາກສຸກ ໂຣກໄອໄກ່ ເຊື້ອໂຣກ Rotavirus ແລະໂປລີໂອຫລືໂຣກເປ້ຍລ່ອຍ.
ທ່ານນາງ Helen Evans ຮອງຫົວໜ້າບໍລິຫານອົງການພັນທະມິດ GAVI ປະຈໍາເຂດເອເຊຍ
ຕາເວັນອອກສຽງໃຕ້ ກ່າວວ່າ ບັນຫາຕ່າງໆທາງດ້ານການບໍາລຸງແລະບັນຫາອື່ນໆ ຍັງຄົງເປັນ
ສິ່ງທ້າທາຍອັນໃຫຍ່ ຫລວງຕໍ່ພວກວາງນະໂຍບາຍດ້ານສາທາລະນະສຸກ.
ທ່ານນາງ Evans ເວົ້າວ່າ “ການສັກຢາປ້ອງກັນໂຣກ ບາງທີກໍອາດຈະແມ່ນການ
ລົງທຶນທີ່ດີທີ່ສຸດ ທີ່ປະເທດໃດນຶ່ງຈະສາມາດລົງທຶນໃສ່ສຸຂະພາບຂອງເດັກນ້ອຍ
ຂອງຕົນໄດ້. ພວກເດັກນ້ອຍທີ່ມີສຸຂະພາບດີ ກໍຈະສາມາດສວຍເອົາປະໂຫຍດ
ຈາກການສຶກສາໄດ້ ເຂົາເຈົ້າຈະເຕີບໂຕຂຶ້ນມາເປັນຜູ້ໃຫຍ່ທີ່ມີຜະລິດຜົນ. ສະນັ້ນ
ມັນກໍເປັນການລົງທຶນໃສ່ການຫລຸດຜ່ອນຄວາມທຸກຈົນຂອງເຂົາເຈົ້າ ແລະໃສ່
ການພັດທະນາດ້ານສັງຄົມ-ເສດຖະກິດ ຂອງເຂົາເຈົ້ານໍາ.”
ປະເທດອິນໂດເນເຊຍກັບມຽນມາ ກໍປະເຊີນກັບບັນຫາທ້າທາຍໃນການສະໜອງການສັກຢາ
ປ້ອງກັນໂຣກໃຫ້ປະຊາຊົນຂອງຕົນເຊັ່ນກັນ ເຖິງແມ່ນໄດ້ມີການທໍາຄວາມກ້າວໜ້າຫວ່າງບໍ່
ດົນມານີ້ກໍຕາມ. ອັດຕາການເກີດ 5 ລ້ານຄົນຕໍ່ປີຂອງອິນໂດເນເຊຍ ທີ່ແຜ່ອອກໄປໃນທົ່ວ
6000 ເກາະຂອງປະເທດນັ້ນ ເຮັດໃຫ້ມີຄວາມຫຍຸ້ງຍາກທີ່ຈະສະໜອງການສັກຢາປ້ອງກັນ
ໂຣກ ໃຫ້ໄດ້ຢ່າງທົ່ວເຖິງ.
ຢູ່ອິນໂດເນເຊຍ ອົງການ GAVI ໄດ້ຮ່ວມງານກັບບໍລິສັດຜະລິດຢາທ້ອງຖິ່ນບໍລິສັດນຶ່ງ ຜະລິດ
ຢາປ້ອງກັນເຊື້ອໂຣກ 5 ຊະນິດ ທີ່ປ້ອງກັນເດັກນ້ອຍໄວ້ຈາກ ໂຣກຄໍຕີບ ໂຣກໄອໄກ່ ໂຣກ
ບາດທະຍັກ ໂຣກຕັບອັກເສບ ກັບໄຂ້ຫວັດໃຫຍ່.
ທ່ານນາງ Evans ເວົ້າວ່າ ປະເທດມຽນມານັ້ນ ແມ່ນຍັງກໍາລັງປັບໂຕຢູ່ ກັບການຊ່ວຍເຫລືອ
ທີ່ລຸຫລັ່ງເຂົ້າມາຂອງນາໆຊາດ ຫລັງຈາກທີ່ມຽນມາໄດ້ທໍາການປະຕິຮູບທາງດ້ານການເມືອງ.
ງົບປະມານຂອງມຽນມາ ສໍາລັບດ້ານສາທາລະນະສຸກ ທີ່ລັດຖະບານຊຸດຕ່າງໆພາຍໃຕ້ການ
ນໍາພາຂອງທະຫານບໍ່ໃຫ້ຄວາມສົນໃຈມາເປັນເວລາດົນນານນັ້ນ ໄດ້ເພີ້ມຂຶ້ນຫລາຍສົມຄວນ.
ທ່ານນາງ Evans ກ່າວວ່າ ບັນຫາທ້າທາຍສໍາລັບມຽນມາໃນເວລານີ້ ກໍແມ່ນວ່າ ຮັບປະກັນ
ໃຫ້ພວກພະນັກງານທ້ອງຖິ່ນໄດ້ຮັບການເຝິກອົບຮົມຢ່າງໄດ້ຜົນ ໃນວິທີການສັກຢາປ້ອງກັນ
ພະຍາດນັ້ນ.
ທ່ານນາງກ່າວຕື່ມວ່າ ນອກນັ້ນ ພວກພະນັກງານຍັງກໍາລັງພະຍາຍາມທໍາການສໍາຫລວດ
ກ່ຽວກັບສຸຂະພາບ ຢູ່ໃນຫລາຍໆຂົງເຂດທີ່ຫ່າງໄກແລະເຂົ້າເຖິງຍາກຂອງມຽນມາ ເພື່ອ
ໃຫ້ສາມາດບັນລຸຄວາມຕ້ອງການດ້ານການສັກຢາປ້ອງກັນພະຍາດໃນອະນາຄົດ ໄດ້ຢ່າງ
ສໍາເລັດຜົນ.
ວີດີໂອ: ໂຣກມະເຮັງປາກມົດລູກ ມີຫລາຍຂຶ້ນໃນປະເທດທີ່ພັດທະນາແລ້ວ:

ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ