ເຊື້ອໄວຣັສ HPV ມັກມີຢູ່ທົ່ວໄປຫລາຍຈົນວ່າ ສູນກາງຄວບຄຸມພະຍາດຂອງສະຫະລັດ ເວົ້າວ່າ ຜູ້ຊາຍ ແລະແມ່ຍິງທຸກຄົນ ທີ່ມີເພດສຳພັນກັບຄົນອື່ນເປັນປະຈຳ ມັກເປັນພະຍາດນີ້ ບໍ່ຢູ່ໃນໄລຍະໃດກໍເປັນໃນໄລຍະນຶ່ງໄດ້ ໃນຊີວິດຂອງພວກເຂົາເຈົ້າ ເວັ້ນເສຍແຕ່ວ່າ ເຂົາເຈົ້າໄດ້ສັກຢາ ປ້ອງກັນໄວ້ແລ້ວ. ເຊື້ອໄວຣັສ HPV ສາມາດທີ່ຈະພາໃຫ້ທັງຜູ້ຊາຍ ແລະແມ່ຍິງເປັນໂຣກມະເຮັງ ໄດ້. ເພາະສະນັ້ນ ການທີ່ພໍ່ແມ່ໃຫ້ລູກຂອງຕົນສັກຢາປ້ອງກັນເຊື້ອໄວຣັສນີ້ໄວ້ ເປັນເລື້ອງທີ່ສຳຄັນຫລາຍ. Carol Pearson, ນັກຂ່າວວີໂອເອ ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບ ຕໍ່ໄປ.
ທ່ານ ສກັອດ ວາດ (Scott Ward), ຜູ້ທີ່ລອດຊີວິດຈາກການເປັນໂຣກມະເຮັງ HPV ເວົ້າວ່າ "ເມື່ອໃດເຈົ້າຫາກໄດ້ໄປຕຶກປາ ແມ່ນຖືວ່າໂອກາດທີ່ດີຫລາຍ."
ການໄປຕຶກເບັດເປັນວິທີພັກຜ່ອນຢ່ອນອາລົມຂອງທ່ານ ວາດ (Ward). ເພິ່ນຮູ້ວ່າ ຕົນເອງບໍ່ໄດ້ມີປະເດັນ ທີ່ສ່ຽງໄພໃດໆ ໃນການເປັນໂຣກມະເຮັງ ສະນັ້ນ ເພິ່ນຈຶ່ງບໍ່ໄດ້ສົນໃຈຕໍ່ກ້ອນເນື້ອ ຢູ່ຄໍຂອງເພິ່ນຈົນກວ່າວ່າ ເພິ່ນບໍ່ສາມາດທີ່ຈະ ເມີນເສີຍຕໍ່ມັນໄດ້ອີກແລ້ວ.
ດຣ. ດໍໂນລ ໂດລ (Donald Doll), ນັກຊ່ຽວຊານດ້ານເນື້ອງອກຈາກຂະແໜງປິ່ນປົວສຸຂະພາບ ຂອງມະຫາວິທະຍາໄລ ມິສຊູຣີ (Missouri) ເວົ້າວ່າ “ພວກ ເຮົາໄດ້ເຫັນຄົນປ່ວຍທີ່ໜຸ່ມນ້ອຍ ແລະມີສຸຂະພາບທີ່ດີກວ່າ ນັບມື້ນັບຫລາຍຂຶ້ນ. ພວກເຂົາເຈົ້າບໍ່ແມ່ນຄົນທີ່ສູບຢາຫລືດື່ມເຫລົ້າ. ມັນເປັນພະຍາດທີ່ກ່ຽວຂ້ອງກັບ ເຊື້ອໄວຣັສ HPV."
ການສູບຢາ ແລະດື່ມເຫລົ້າ ສາມາດເຮັດໃຫ້ເປັນໂຣກມະເຮັງຢູ່ປາກໄດ້. ໂຣກມະເຮັງຂອງທ່ານວາດ (Ward) ແມ່ນເກີດຂຶ້ນຍ້ອນເຊື້ອໄວຣັສ HPV ຊຶ່ງເປັນໄວຣັສແພບພີວໂລມາ (papilloma) ຂອງຄົນ.
ທ່ານ ສກັອດ ວາດ (Scott Ward) ກ່າວເພີ້ມອີກວ່າ
"ປົກກະຕິແລ້ວ ເມື່ອເຮົາຄິດເຖິງເຊື້ອໄວຣັສ HPV ເຮົາຈະຄິດເຫັນແມ່ຍິງ ທີ່ເປັນໂຣກມະເຮັງປາກມົດລູກ."
ເຊື້ອ HPV ແມ່ນພາໃຫ້ເກີດໂຣກມະເຮັງປາກມົດລູກແທ້ ແຕ່ວ່າ ມີຄວາມເຂົ້າໃຈກັນຜິດທີ່ວ່າມີແຕ່ແມ່ຍິງເທົ່ານັ້ນທີ່ຕ້ອງເປັນຫ່ວງໃນການເປັນໂຣກມະເຮັງທີ່ກ່ຽວຂ້ອງກັບເຊື້ອ HPV.
ດຣ. ໂດລ (Doll) ອະທິບາຍເພີ້ມວ່າ
"ໂຣກມະເຮັງທີ່ໃຫຍ່ໆ ກໍຄືໂຣກມະເຮັງປາກມົດລູກ ແລະໂຣກມະເຮັງຢູ່ທີ່ວົງຮູຄໍ."
ໂຣກມະເຮັງຢູ່ທີ່ຂອບຮູຄໍ ແມ່ນມີຜົນກະທົບຕໍ່ຫົວ ແລະຄໍ. ໂຣກມະເຮັງຂອງທ່ານວາດ ແມ່ນເລີ້ມຕົ້ນຂຶ້ນຢູ່ທີ່ຕ່ອມທອນຊີລ.
ແຕ່ວ່າ, ມີຢາວັກຊິນໄວ້ໃຫ້ຄົນໃຊ້ໄດ້ຫລາຍກວ່ານຶ່ງທົດສະວັດແລ້ວ ທີ່ສາມາດປ້ອງກັນເຊື້ອໄວຣັສ HPV ໄດ້. ຖ້າເດັກຊາຍແລະຍິງທຸກຄົນຫາກໄດ້ຮັບການສັກຢາກັນພະຍາດນີ້ແລ້ວ ບໍ່ມີໃຜທີ່ຈະເປັນໂຣກມະເຮັງ ທີ່ເກີດມາຈາກເຊື້ອ HPV ນີ້.
ຢາວັກຊິນກັນເຊື້ອ HPV ຖ້າສັກໃຫ້ເດັກນ້ອຍກ່ອນທີ່ພວກເຂົາຈະເລີ້ມມີເພດສຳພັນກັບຄົນອື່ນແບບເປັນປະຈຳ ຈະເປັນການດີທີ່ສຸດ. ແຕ່ວ່າ ເດັກໄວລຸ້ນ ແລະຊາວໝຸ່ມ ກໍຍັງສາມາດທີ່ຈະໄດ້ຮັບຜົນປະໂຫຍດ ຈາກການສັກຢາປ້ອງກັນພະຍາດນີ້ໄດ້. ບໍ່ແມ່ນທຸກຄົນທີ່ຕິດເຊື້ອໄວຣັສນີ້ ຈະເປັນໂຣກມະເຮັງໝົດທຸກຄົນ. ແຕ່ວ່າ ມັນກໍເປັນປະເດັນສ່ຽງໄພອັນນຶ່ງ.
ການຟື້ນຟູຮ່າງກາຍຄືນຂອງທ່ານວາດແມ່ນພົບກັບຄວາມຫຍຸ້ງຍາກຫຼາຍ. ເພິ່ນໄດ້ຮັບການຜ່າຕັດ, ການສາຍລັງສີ ແລະການເຮັດບຳບັດທາງເຄມີ. ແຕ່ວ່າດຽວນີ້ ເພິ່ນບໍ່ມີໂຣກມະເຮັງອີກແລ້ວ. ທ່ານວາດເວົ້າວ່າ
"ມັນເປັນການເດີນທາງແບບນຶ່ງ. ຂ້ອຍຜ່ານຜ່າມັນໄປໄດ້ແລ້ວ."
ບໍ່ມີຢາປ້ອງກັນພະຍາດນີ້ ໃນຕອນທີ່ທ່ານວາດຍັງນ້ອຍ ແຕ່ທ່ານກໍເວົ້າວ່າ ຖ້າທ່ານມີລູກ ທ່ານກໍຈະເອົາພວກເຂົາ ໄປສັກຢາປ້ອງກັນພະຍາດໝົດ.
ທ່ານວາດກ່າວມ້ວນທ້າຍວ່າ "ມັນເປັນການກັນໄວ້. ສະນັ້ນ ໃຫ້ພາກັນໄປສັກ ຊະ."
ເຊື້ອ HPV ຄິດວ່າ ກວາມເອົາ 70 ເປີເຊັນຂອງສາເຫດທີ່ພາໃຫ້ຄົນເປັນໂຣກມະເຮັງ ຢູ່ທີ່ຂອບວົງຮູຄໍ ຢູ່ໃນສະຫະລັດ, ອີງຕາມສູນກາງຄວບຄຸມແລະປ້ອງກັນພະຍາດ (CDC). ໂຣກມະເຮັງຢູ່ທີ່ຫົວ ແລະຄໍ ແມ່ນໂຣກມະເຮັງທີ່ມີຄົນເປັນຫລາຍທີ່ສຸດອັນດັບທີ 6 ຂອງໂລກ. ເຊື້ອໄວຣັສ HPV ຍັງພາໃຫ້ຄົນເປັນ ໂຣກມະເຮັງປາກມົດລູກ 5 ແສນຄົນໃນແຕ່ລະປີ. ນີ້ເປັນໂຣກມະເຮັງ ທີ່ບໍ່ຄວນ ມີໃຜເປັນເລີຍ.