ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດຂອງ ໄວຣັສໂຄໂຣນາ ຢູ່ທຳນຽບຂາວ ສົ່ງຜົນກະທົບ ຕໍ່ການຢືນຢັນ ຕຳແໜ່ງສານສູງສຸດ ແນວໃດ?


ຜູ້ຖືກສະເໜີຊື່ສານສູງສຸດ ຜູ້ພິພາກສາ ເອມີ ໂຄນີ ບາເຣັດ, ຟັງຄຳເຫັນໃນກອງປະຊຸມຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ. 1 ຕຸລາ່, 2020.
ຜູ້ຖືກສະເໜີຊື່ສານສູງສຸດ ຜູ້ພິພາກສາ ເອມີ ໂຄນີ ບາເຣັດ, ຟັງຄຳເຫັນໃນກອງປະຊຸມຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ. 1 ຕຸລາ່, 2020.

ຕາຕະລາງຂອງພັກຣີພັບບລີກັນໃນສະພາສູງ ສະຫະລັດ ທີ່ຈະຢືນຢັນຜູ້ພິພາກສາ ເອມີ ໂຄນີ ບາເຣັດ ເພື່ອເຂົ້າຮັບຕຳແໜ່ງຫວ່າງໃນສານສູນສຸດ ຍ້ອນການເສຍຊີວິດຂອງຜູ້ພິພາກສາ ຣູດທ໌ ເບເດີ ກິນສເບີກ ແມ່ນໄດ້ຕົກຢູ່ໃນພາວະທີ່ບໍ່ແນ່ນອນຍ້ອນໄວຣັສໂຄໂຣນາ.

ພັກຣີພັບບລີກັນ ແມ່ນໄດ້ເຮັດຄວາມຜິດພາດຢູ່ແລ້ວ ທີ່ຈະຈັດການຟັງຄຳໃຫ້ການເພື່ອຢືນຢັນການເຂົ້າຮັບຕຳແໜ່ງ ແລະ ເຄື່ອນໄປສູ່ການລົງຄະແນນສຽງຢ່າງເຕັມໃນກອງປະຊຸມຂອງສະພາສູງ ກ່ຽວກັບ ທ່ານນາງ ບາເຣັດ ກ່ອນວັນເລືອກຕັ້ງທີ 3 ພະຈິກ. ແຕ່ແຜນການນັ້ນປາກົດວ່າ ແມ່ນມີຄວາມເປັນໄປບໍ່ໄດ້ສູງຂຶ້ນ ດ້ວຍການປະກາດວ່າສະມາຊິກສະພາສູງ ສະຫະລັດ ລວມທັງ ສະມາຊິກພັກຣີພັບບລີກັນ ສອງຄົນຂອງຄະນະກຳມະການຕຸລາການສະພາສູງ ທີ່ຈະຕ້ອງໄດ້ຢືນຢັນ ທ່ານນາງ ບາເຣັດ ເພື່ອດຳເນີນໄປໜ້າກັບການສະເໜີຊື່ຂອງທ່ານນາງນັ້ນ, ຖືກກວດມີຜົນບວກສຳລັບ COVID-19 ໃນສອງສາມວັນທີ່ຜ່ານມາ.

ສະມາຊິກພັກຣີພັບບລີກັນອີກສອງຄົນຂອງຄະນະກຳມະການດັ່ງກ່າວຄື ສະມາຊິກສະພາສູງ ເທັດ ຄຣູສ ແລະ ເບັນ ຊາສ໌ ແມ່ນກຳລັງຖືກກັກຕົວກວດໂຣກຍ້ອນໄດ້ສຳພັດກັບໄວຣັສດັ່ງກ່າວ.

ຄະນະກຳມະການຕຸລາການສະພາສູງທີ່ວ່ານັ້ນ ປາກົດວ່າໄດ້ສຳພັດກັບໄວຣັສດັ່ງກ່າວໃນກຸ່ມກໍລະ ນີທີ່ໄດ້ຕິດແປດໃສ່ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ສະມາຊິກລະດັບສູງຂອງລັດຖະບານຄົນອື່ນໆເຊັ່ນກັນ. ກຸ່ມຂອງກໍລະນີດັ່ງກ່າວອາດໄດ້ເກີດມາຈາກງານທີ່ຖືກຈັດຂຶ້ນຢູ່ສວນກຸຫຼາບຂອງທຳນຽບຂາວໃນວັນທີ 26 ກັນຍາທີ່ຜ່ານມາ ສຳລັບການປະກາດທ່ານນາງ ບາເຣັດ ເປັນຜູ້ຖືກສະເໜີຊື່ໃນສານສູງສຸດຂອງທ່ານ ທຣຳ.

ຕໍ່ໄປນີ້ແມ່ນບ່ອນທີ່ຕາຕະລາງສຳລັບການຟັງຄຳໃຫ້ການຢືນຢັນທ່ານນາງ ບາເຣັດ ຢືນຢູ່, ນຶ່ງອາ ທິດກ່ອນວັນທີ 12 ຕຸລາ ທີ່ຄາດວ່າຈະເລີ່ມຂຶ້ນ:

ຜູ້ນຳສຽງສ່ວນຫຼາຍສະພາສູງທ່ານ ມິຈ໌ ແມັກຄອນແນລ ໄດ້ປະກາດການປ່ຽນແປງຕາຕະລາງຂອງສະພາສູງໃນວັນເສົາທີ່ຜ່ານມາ ໃນຄວາມພະຍາຍາມທີ່ຈະຄວບຄຸມການແຜ່ລາມຂອງໄວຣັສໃນຫໍລັດຖະສະພາແຄັບປິຕອລ ຮິລ. ສະພາ ສູງຕອນນີ້ຈະບໍ່ຈັດກອງປະຊຸມໃດໆຈົນຮອດວັນທີ 19 ຕຸລາ, ແຕ່ພັກຣີພັບບລີ ກັນຍັງສືບຕໍ່ທີ່ຈະແນເປົ້າເພື່ອເລີ່ມການຟັງຄຳໃຫ້ການຢືນຢັນຕຳແໜ່ງສຳລັບ ທ່ານນາງ ບາເຣັດ ໃນວັນທີ່ 12 ຕຸລາຢູ່.

ທ່ານ ແມັກຄອນແນລ ໄດ້ກ່າວວ່າ “ຕາຕະລາງກອງປະຊຸມສະພາສູງຈະບໍ່ລົບ ກວນຂະບວນການຢືນຢັນຕຳແໜ່ງທີ່ຮອບຄອບ, ຍຸຕິທຳ ແລະ ໄດ້ຮັບການສະໜັບສະໜູນຢ່າງເປັນປະຫວັດການ. ນັບຕັ້ງແຕ່ເດືອນພຶດສະພາເປັນຕົ້ນມາ, ຄະນະກຳມະການຕຸລາການໄດ້ປະຕິບັດງານຢ່າງບໍ່ມີຂໍ້ບົກ ຜ່ອງ ຜ່ານວິທີການປະສົມທີ່ໄດ້ເຫັນສະມາຊິກສະພາບາງຄົນປາກົດຕົວດ້ວຍຕົນເອງ ໃນການຟັງຄຳໃຫ້ການຂອງເຂົາເຈົ້າ ໃນຂະນະທີ່ສະມາຊິກຄົນອື່ນໆໄດ້ເຂົ້າຮ່ວມຜ່ານທາງ ອອນໄລນ໌.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG