ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂລກ ຈະຊ່ວຍອົບພະຍົບ ອັຟການິສຖານ ໄດ້ແນວໃດ?


ພາບທີ່ສະໜອງໃຫ້ໂດຍກະຊວງປ້ອງກັນປະະເທດຂອງສະເປນ ສະແດງໃຫ້ເຫັນວ່າຜູ້ຄົນກໍາລັງຂຶ້ນເຮືອບິນທະຫານ A400 ຂອງສະເປນໄປຊຶ່ງເປັນສ່ວນນຶ່ງຂອງແຜນການຍົກຍ້າຍຄົນອອກຈາກສະໜາມບິນກາບູລໃນອັຟການິສຖານໃນວັນທີ 18 ສິງຫາ, 2021
ພາບທີ່ສະໜອງໃຫ້ໂດຍກະຊວງປ້ອງກັນປະະເທດຂອງສະເປນ ສະແດງໃຫ້ເຫັນວ່າຜູ້ຄົນກໍາລັງຂຶ້ນເຮືອບິນທະຫານ A400 ຂອງສະເປນໄປຊຶ່ງເປັນສ່ວນນຶ່ງຂອງແຜນການຍົກຍ້າຍຄົນອອກຈາກສະໜາມບິນກາບູລໃນອັຟການິສຖານໃນວັນທີ 18 ສິງຫາ, 2021

ທ້າມກາງວິກິດການທີ່ເກີດຂຶ້ນຢ່າງວ່ອງໄວຍ້ອນການຖອນທະຫານຂອງສະຫະລັດອອກຈາກອັຟການິສຖານ, ການສົນທະນາໃນລະດັບໂລກກ່ຽວກັບວິທີຊ່ວຍເຫຼືອຊາວອົບພະຍົບ ແລະຜູ້ທີ່ຖືກຍົກຍ້າຍຖິ່ນຖານ ພາຍໃນປະເທດທີ່ມີຄວາມສ່ຽງ ໄດ້ເຮັດໃຫ້ມີການເອົາບາດກ້າວທີ່ຈຳກັດ ຈາກປະເທດຕາເວັນຕົກ.

ການາດາກ່າວວ່າ ຕົນຈະຮັບເອົາອົບພະຍົບອັຟການິສຖານຫຼາຍເຖິງ 20,000 ຄົນ ທີ່ໄດ້ຖືກຂົ່ມຂູ່ຈາກພວກຕາລີບານ. ຊາວອົບພະຍົບເຫຼົ່ານີ້ແມ່ນນອກເໜືອ ໄປຈາກ ແລະບໍ່ແມ່ນພວກດຽວກັນ ກັບຊາວອັຟການິສຖານທີ່ໄດ້ຊ່ວຍລັດຖະ ບານຂອງຕົນ. ແຕ່ກໍບໍ່ໄດ້ກຳນົດເວລາ, ແລະແຫຼ່ງຂ່າວບອກວ່າມັນຈະບໍ່ເກີດຂຶ້ນທັງໝົດ ພາຍໃນປີດຽວ.

ສ່ວນລັດຖະບານອັງກິດນັ້ນ ໄດ້ປະກາດໃນວັນອັງຄານຜ່ານມາກ່ຽວກັບໂຄງ ການຕັ້ງຖິ່ນຖານຂອງພົນລະເມືອງອັຟການິສຖານອັນໃໝ່, ເຊິ່ງຈະເຮັດຕາມແບບຢ່າງຂອງໂຄງການທີ່ຕັ້ງໄວ້ສຳລັບຊາວອົບພະຍົບຊີເຣຍ. ປະເທດນີ້ຈະຕ້ອນຮັບເອົາຊາວອັຟການິສະຖານ 5,000 ຄົນເຂົ້າໄປໃນສະຫະລາຊະອານາຈັກໃນປີນີ້, ແລະທັງໝົດ 20,000 ຄົນໃນໄລຍະຫ້າປີ. ນັ້ນແມ່ນນອກເໜືອໄປຈາກການເຂົ້າປະເທດຂອງພວກນາຍພາສາ ແລະຜູ້ຮັບເໝົາຊາວອັຟການິສຖານທີ່ໄດ້ເຮັດວຽກກັບກຳລັງທະຫານຂອງອັງກິດອີກ.

ສະຫະລັດໄດ້ມີໂຄງການຄ້າຍຄືກັນນີ້ມາເປັນເວລາຫຼາຍປີແລ້ວ. ວີຊາເຂົ້າເມືອງພິເສດ ຫລື SIV ກວມເອົາຊາວອັຟການິສຖານ ແລະຊາວອີຣັກຜູ້ທີ່ເຮັດວຽກຢ່າງເປັນທາງການໃຫ້ແກ່ກອງທັບສະຫະລັດ ແລະຢູ່ສະຖານທູດສະຫະລັດ, ໂດຍສະເພາະແມ່ນເປັນພວກແປ ແລະພວກນາຍພາສາ. ໃນເດືອນກໍລະກົດຜ່ານມາ ລັດຖະສະພາໄດ້ອະນຸຍາດໃຫ້ເພີ່ມວີຊາແບບ SIV ຂຶ້ນ 8,000 ອັນ, ຊຶ່ງເຮັດໃຫ້ຈຳນວນວີຊາທັງໝົດເປັນ 34,500 ອັນ ນັບຕັ້ງແຕ່ທ້າຍປີ 2014.

ແຕ່ຢ່າງໃດກໍ່ຕາມ, ຫຼາຍຄົນໄດ້ຈົ່ມວ່າ ຂັ້ນຕອນດັ່ງກ່າວ ໄດ້ຄ້າງຄາຫລາຍ ແມ່ນແຕ່ຕອນກ່ອນການຖອນທະຫານອອກອີກ https://www.voanews.com/south-central-asia/slow-us-visa-process-leaves-afghans-trapped-taliban-controlled-kabul

ທ່ານດີພາກ ອາລູວາເລຍ (Deepak Ahluwalia), ທະນາຍຄວາມດ້ານຄົນເຂົ້າເມືອງຢູ່ເມືອງແຟຣສໂນ, ລັດຄາລິຟໍເນຍ ກ່າວຕໍ່ວີໂອເອວ່າ “ລັດຖະບານສະຫະລັດ…ພຽງແຕ່ມີວີຊາແບບ SIV ເທົ່ານັ້ນແທ້ໆ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG