ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ​​ສ້າງ​ເກາະ​ທຽມ 10 ແຫ່ງ ​ຂຶ້ນ​ຢ່າງ​ງຽບໆ ໃນ​ເຂດ​ທະ​ເລ​ ທີ່​ມີ​ການ​ຂັດ​ແຍ້ງ​​ ຫຼາຍ​ທີ່​ສຸດ​ ໃນ​ເອ​ເຊຍ​ ​ແນວ​ໃດ?


ພາຍ​ຖ່ານ​ທາງ​ອາ​ກາດ​​ຂອງ​ເກາະ Southwest Cay ໃນ​ໝູ່​ເກາະ Spratly ທີ່​ຄວບ​ຄຸມ​ໂດຍ​ຫວຽດ​ນາມ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້
ພາຍ​ຖ່ານ​ທາງ​ອາ​ກາດ​​ຂອງ​ເກາະ Southwest Cay ໃນ​ໝູ່​ເກາະ Spratly ທີ່​ຄວບ​ຄຸມ​ໂດຍ​ຫວຽດ​ນາມ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້

ທັງ​ຈີນ​ແລະ​ຫວຽດ​ນາມ ຕ່າງ​ກໍ​ພວມ​ກໍ່​ສ້າງ​ຢູ່​ຕາມ​ເກາະ​ເລັກ​ເກາະ​ນ້ອຍ ໃນ​ທະ​ເລ​ຈີນ​ໃຕ້ ​ທີ່​ຍັງ​ມີ​ການ​ຂັດ​ແຍ້ງ​ກັນ​ຫຼາຍ​ທີ່​ສຸດ​ໃນ​ເອ​ເຊຍ ແຕ່​ໃນ​ຂະ​ນະ​ທີ່​ຈີນ​ໄດ້​ຖືກ​ຕ້ອງ​ຕິ​ຢ່າງ​ໜັກ ຈາກ​ນາໆ​ຊາດ ແຕ່​ຫວຽດ​ນາມ​ໄດ້​ຮັບ​ການ​ຕ້ອງ​ຕິ​ແຕ່​ພຽງເລັກ​ນ້ອຍ ແລະ​ແມ່ນ​ກະ​ທັງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ ຍ້ອນ​ຄວາມ​ໄວ​ໃນ​ການກໍ່​ສ້າງ​ຂອງ​ຫວຽດ​ນາມ​ແມ່ນ​ຊ້າກວ່າ ແລະ​ມີ​ການ​ເບິ່ງ​ກັນ​ຢ່າງກວ້າງ​ຂວາງວ່າຢູ່ ໃນ​ລັກ​ສະ​ນະເປັນ​ການ​ປ້ອງ​ກັນ​ໂຕ​ຫຼາຍກວ່າ.

ການ​ກໍ່​ສ້າງຂອງ​ຫວຽດ​ນາມ​ຢູ່​ຕາມ​ເກາະ​ເລັກ​ເກາະ​ນ້ອຍ ທີ່​ຕົນ​ຄອບ​ຄອງ​ມາ​ໄດ້​ຫຼາຍ​ທົດ​ສະ​ວັດ​ແລ້ວນັ້ນ ແມ່ນ​ມີ​ຂຶ້ນ​ໃນ​ບໍ​ລິ​ເວນ​ໃກ້​ສຸດ​ກັບເຂດ​ແຄມ​ຝັ່ງ​ແຜ່ນ​ດິນ​ໃຫຍ່​ຂອງ​ຕົນ. ຫວຽດ​ນາມ​ແມ່ນ​ຫຼີກ​ລ່ຽງ​ໂຄງ​ການ​ທາງ​ທະ​ຫານ​ທີ່​ໃຫຍ່ໆ​ທີ່​ອາດ
ເບິ່ງ​ຄື​ວ່າຈະ​ໃຊ້​ເພື່ອ​ການ​ໂຈມ​ຕີແລະ​ກໍ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ປະ​ຊາ​ຊາດ
ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫຼື​ອາ​ຊຽນ ຊຶ່ງ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ ໃນ​ການ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ສອງ​ຝ່າຍ. ສິ່ງ​ເຫຼົ່າ​ນີ້​ແມ່ນ​ແຕກ​ຕ່າງ​ກັບ​ຈີນ.

ປ້ອມ​ຍາມ​ທີ່​ລອຍ​ເທິງ​ໜ້າ​ນ້ຳທີ່​ເຫັນ​ຢູ່​ໃນ​ເກາ​ະ Spratly, ວັນ​ທີ 12 ເມ​ສາ, 2010.
ປ້ອມ​ຍາມ​ທີ່​ລອຍ​ເທິງ​ໜ້າ​ນ້ຳທີ່​ເຫັນ​ຢູ່​ໃນ​ເກາ​ະ Spratly, ວັນ​ທີ 12 ເມ​ສາ, 2010.

​ທ່ານ Alan Chong ຮອງ​ສາ​ສະ​ດາ​ຈານ ທີ່​ສະ​ຖາ​ບັນ ​ການ​ສຶກ​ສາ​ນາໆ​ຊາດ Rajaratnam ໃນ​ສິງ​ກະ​ໂປ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່​າ ພວກ​ເຂົາ​ເຈົ້າ​ບໍ່​ເຄີຍ ​ມີ ການ​ປະ​ເຊີນ​ໜ້າ​ກັບ​ປະ​ເທດ​ໃດໆ ຍ້ອນ​ປະ​ເທດ​ທີ່​ອ້າງ​ເອົາ​ກຳ​ມ​ະ​ສິດ​ອື່ນໆ

ຕ່າງ​ກໍ​ໃຫ້​ການ​ເຄົາ​ລົບ​ຕໍ່​ເຂດ​ທີ່​ສາ​ມາດ​ພັດ​ທະ​ນາ​ຂອງ​ຕົນໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ
ທະ​ເລ​ຈີນ​ໃຕ້ ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າມີ​ຄວາມ​ເປັນ​ເອກ​ກະ​ພາບ​ກັນ​ຢູ່​ໃນ​ອາ​ຊຽນ
ທີ່​ວ່າ ບັນ​ດາ​ປະ​ເທດ​ທີ່ອ້າງ​ກຳ​ມະ​ສິດ​ຂອງ​ອາ​ຊຽນ​ບໍ່​ຄວນ​ສ້າງ​ບັນ​ຫາ ເພື່ອ​ວ່າ
ຈະ​ໄດ້​ນຳ​ສະ​ເໜີ ​ແນວ​ຄິດ​ຮ່ວມ​ຕໍ່​ຈີນ.”

ການ​ອ້າງ​ເອົາ​ກຳ​ມະ​ສິດ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້
ການ​ອ້າງ​ເອົາ​ກຳ​ມະ​ສິດ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້

​ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ ຫວຽດ​ນາມ​ “ແມ່ນ​ຄ່ອຍໆ” ​ທຳ​ການ​ກໍ່​ສ້າງ​ຢູ່​ໃນເກາະ​ດອນ​ນ້ອຍໆ​ທີ່​ສຳ​ຄັນໆ 10 ແຫ່ງ ອີງ​ຕາມລາຍ​ງານ​ຂອງອົງ​ການລິ​ເລີ້ມຄວາມ​ໂປ່ງ​ໃສ​ທາງ​ທະ​ເລ​ໃນ​ເຂດ​ເອ​ເຊຍ ທີ່​ອອກ​ໃນ​ວັນ​ທີ 8 ເມ​ສາ​ຜ່​ານ​ມານີ້.

ອົງ​ການ​ລິ​ເລີ້ມ ​ທີ່​ຢູ່​ພາຍ​ໃຕ້​ສູນ​ກາງຍຸດ​ທະ​ສາດ ​ແລະການ​ສຶກ​ສາ​ສຶກ​ສາ​ນາໆ​ຊາດຂອງ​ສະ​ຫະ​ລັດດັ່ງ​ກ່າວຍັງ​ໄດ້​ຕິດ​ຕາມ​ເບິ່ງ​ການ​ຕິດ​ຕັ້ງ​ອຸບ​ປະ​ກອນ​ສື່​ສານໃໝ່ ເດີ່ນ​ກິ​ລາ ແລະ​ການ​ຕໍ່​ທາງ​ແລ່ນ​ຂອງ​ເດີ່ນ​ເຮືອ​ບິນ ຈ​າກ 750 ແມັດ​ອອກເປັນ 1,300 ແມັດ ໃນ​ເກາະ​ດອນ​ທີ່​ໃຫຍ່​ສຸດ​ທີ່​ຫວຽດ​ນາມ​ຄອບ​ຄອງ​ຢູ່ ໃນ​ໝູ່ເກາະ​ສະ​ແປ​ຣັດ​ລີນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG