ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ຍັງມິດງຽບ​ຢູ່ ກ່ຽວກັບ​ການ​ຄຸມ​ຂັງ ທະຫານສະຫະລັດ ​ທີ່ຂ້າມ​ຊາຍ​ແດນເຂົ້າໄປ


ຮູບຂອງທະຫານອາເມຣິກັນ ທ້າວທຣາວິສ ຄິງ ທີ່ວາງໃຫ້ເຫັນຢູ່ບ່້ານພໍ່ຕູ້ຂອງລາວ ທີ່ເມືອງກີໂນຊາ ລັດວິສຄັນຊິນ ວັນທີື 19 ກໍລະກົດ 2023
ຮູບຂອງທະຫານອາເມຣິກັນ ທ້າວທຣາວິສ ຄິງ ທີ່ວາງໃຫ້ເຫັນຢູ່ບ່້ານພໍ່ຕູ້ຂອງລາວ ທີ່ເມືອງກີໂນຊາ ລັດວິສຄັນຊິນ ວັນທີື 19 ກໍລະກົດ 2023

ເກົາຫລີເໜືອ ຍັງມິດງຽບໃນວັນພຸດວານນີ້ ກ່ຽວກັບການກັກຂັງທະຫານສະຫະ ລັດຄົນນຶ່ງ ຜູ້ທີ່ໄດ້ຂ້າມເຂດຊາຍແດນ ທີ່​ມີ​ທະຫານຍາມ​ຄຸ້ມ​ກັນ​ຢ່າງໜາແໜ້ນ ເຖິງແມ່ນວ່າລາວໄດ້ຖືກສັ່ງໃຫ້ກັບຄືນມາສະຫະລັດ ເພື່ອປະເຊີນໜ້າກັບການລົງໂທດ ແລະປົດອອກຈາກທະຫານ.

ພົນທະຫານຊັ້ນ 2 ທ້າວທຣາວິສ ຄິງ ໄດ້ເຂົ້າສູ່ເກົາຫລີເໜືອ ໃນຂະນະທີ່ຢູ່ໃນລະ​ຫວ່າງການນຳທ່ຽວເຂດປອດທະຫານ ໃນວັນອັງຄານທີ່ຜ່ານມາ ນຶ່ງມື້ຫລັງຈາກທີ່ລາວຄວນກັບຄືນໄປຄ້າຍທະຫານຢູ່ໃນສະຫະລັດ. ທ້າວຄິງໄດ້ຖືກປ່ອຍອອກຈາກຄຸກເກົາຫລີໃຕ້ອາທິດແລ້ວນີ້ ຫລັງຈາກໄດ້ຢູ່ໃນຄຸກເກືອບສອງເດືືອນໃນຖານຈູ່ມ​ໂຈມທຳຮ້າຍ.
ຊະຕາກໍາຊອງລາວຢູ່ເກົາຫລີເໜືອຍັງ​ບໍ່​ມີ​ໃຜ​ຮູ້ ແຕ່ລັດຖະບານພຽງຢາງ​ເຄີຍກັກ ຊາວອາເມຣີກັນມາກ່ອນ ແລະບໍ່ໄດ້ປ່ອຍໂຕເຂົາເຈົ້າໄວ. ທັງສອງປະເທດບໍ່ມີຄວາມສຳພັນດ້ານການທູດ ແລະຄວາມເຄັ່ງຕຶງລະຫວ່າງທັງສອງຍັງສູງຢູ່.

ໃນວັນພຸດວານນີ້ ເກົາຫລີເໜືອໄດ້ຍິງທົດລອງ​ຍິງລູກສອນໄຟຂີປະນາວຸດສອງລູກ ອອກສູ່ທະເລ ​ຊຶ່ງ​ເປັນ​ທີ່​ຈະແຈ້ງວ່າເປັນການປະທ້ວງ ທີ່ເຮືອດຳນໍ້າຕິດອາວຸດນິວເຄລຍ​ຂອງສະຫະລັດ ​ໄດ້​ເຂົ້າ​ຈອດຢູ່ໃນເກົາຫລີໃຕ້ເປັນເທື່ອທຳອິດໃນ​ຮອບຫລາຍທົດສະວັດ.

ການ​ໄປເຖິງເຮືອດຳນໍ້າ USS Kentucky ​ທີ່​ສາ​ມາດຍິງລູກສອນໄຟຂີປະນາວຸດ Triden II ​ໃນໄລຍະ 12,000 ກິໂລແມັດ ທີ່ເປັນສັນຍາລັກສົ່ງສັນ​ຂອງການເຄື່ອນໄຫວ ທີ່ວໍຊິງຕັນ ຈະຢືນຢູ່ກັບເກົາຫລີໃຕ້ໃນກໍ​ລະ​ນີທີ່ເກົາຫລີເໜືອໂຈມຕີ​ດ້ວຍນິວເຄລຍ.

North Korea stayed silent Wednesday about its detention of a U.S. soldier who dashed across the Koreas’ heavily militarized border even as he had been ordered to return to the United States to face possible discipline and discharge from the military.

Private 2nd Class Travis King ran into North Korea while on a tour of the Demilitarized Zone on Tuesday, a day after he was supposed to leave for a military base in the U.S. King had been released from a South Korean prison last week after serving nearly two months for assault.

His immediate fate in North Korea was unknown, but the Pyongyang government has held Americans in the past and not quickly released them. The two countries have no diplomatic relations and tensions between them remain high.

On Wednesday, North Korea test-fired two ballistic missiles into the sea in an apparent protest of the deployment of a U.S. nuclear-armed submarine in South Korea for the first time in decades.

The arrival of the USS Kentucky, capable of launching Trident II ballistic missiles with a range of 12,000 kilometers, is a highly symbolic move signaling that Washington will stand with South Korea in the event of a North Korean nuclear attack.

XS
SM
MD
LG